ຄະນະກວດກາສູນກາງພັກ ແລະ ອົງການກວດສອບລັດຖະບານ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ ຄື: ວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ ( 13 ກໍລະກົດ 1909-13 ກໍລະກົດ 2019 ), ວັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 42 ປີ ( 18 ກໍລະກົດ 1977-18 ກໍລະກົດ 2019 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 57 ປີ ( 5 ກັນຍາ 1962-5 ກັນຍາ 2019 ) ໃນວັນທີ 7 ສິງຫາ 2019, ປາຖະກະຖາໂດຍ ທ່ານ ສີໃນ ມຽງລາ ວັນ ຮອງປະທານຄະນະກວດກາ ສູນກາງພັກ ແລະ ອົງການກວດສອບລັດຖະບານ ແລະ ທ່ານ ວິໄລວັນ ບຸດດາຄໍາ ຮອງປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດສອບລັດຖະບານ, ມີຄະນະປະຈໍາພັກ-ຄະນະພັກ, ຫົວໜ້າກົມ, ຮອງກົມ ແລະ ພະ ນັກງານ-ລັດຖະກອນ ເຂົ້າຮ່ວມ.

ຫວນຄືນມູນເຊື້ອ 3 ວັນປະຫວັດສາດ
ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

ທ່ານ ສີໃນ ມຽງລາວັນ ໃຫ້ ຮູ້ເຖິງປະຫວັດຄວາມເປັນມາ ແລະ ຜົນງານຂອງປະທານ ສຸພານຸວົງ ໂດຍຫຍໍ້ວ່າ: ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ແຂວງຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ, ເປັນໂອຣົດຂອງເຈົ້າມະຫາອຸປະຣາດບຸນຄົງ ແລະ ໝ່ອມຄໍາອ້ວນ, ມີເອື້ອຍ-ນ້ອງ 2 ຄົນຄື: ເຈົ້າຍິງທະວີວັນ ແລະ ເຈົ້າຍິງຈິນ ດາຣັດສະໝີ, ມີອ້າຍ-ນ້ອງຕ່າງມານດາ 2 ຄົນ ຄື: ເຈົ້າເພັດສະຣາດ ແລະ ເຈົ້າສຸວັນນະພູມມາ; ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ສຸພານຸວົງ, ຜົນງານ ອັນໂດດເດັ່ນ ແລະ ຄຸນງາມຄວາມ ດີ, ເຊິ່ງໃນໄລຍະການປະຕິວັດ ທ່ານໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ເພື່ອຊີ້ນໍາຂະບວນການປະຕິວັດລາວ ຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ປະເທດຊາດ, ຊື່ສຽງຂອງປະທານ ສຸພານຸວົງ ໄດ້ພົ້ນເດັ່ນຂຶ້ນໃນຄະນະທີ່ເປັນນັກຮົບຮັກຊາດຮຸ່ນທໍາອິດທີ່ໄດ້ເອົາຊີວິດຂອງຕົນຜູກພັນກັບການປະຕິວັດຕະຫຼອດມາ ໂດຍບໍ່ຫວັນໄຫວຕໍ່ຄວາມຫຍຸ້ງຍາກລໍາບາກ, ມີຄວາມເສຍສະຫຼະ, ບໍ່ຢ້ານຕໍ່ການຈັບກຸມຄຸມຂັງຂອງສັດຕູ ຍາມໃດກໍຕໍ່ສູ້ ເພື່ອອຸດົມຄະຕິ, ປະ ຕິວັດອັນສູງສົ່ງ ເພື່ອເປັນເອກະລາດ ແລະ ຄວາມວັດທະນາຖາວອນ ຂອງປະເທດຊາດ ເພື່ອອິດສະຫຼະພາບຄວາມຢູ່ດີກິນດີຂອງປະຊາຊົນ, ພາຍຫຼັງຈາກປະເທດຊາດໄດ້ຮັບການປົດປ່ອຍ ນັບແຕ່ປີ 1975-1995 ປະ ທານ ສຸພານຸວົງ ໄດ້ນໍາພາປະຊາຊົນລາວ ຜ່ານຜ່າອຸປະສັກຕ່າງໆໃນໄລຍະຂ້າມຜ່ານ, ນໍາພາປະຊາຊົນດໍາເນີນພາລະກິດປ່ຽນແປງໃໝ່, ນໍາພາປະຊາຊົນ ສ້າງສາພັດທະນາປະເທດຊາດໃຫ້ ຈະເລີນຮຸ່ງເຮືອງກ້າວຂຶ້ນເທື່ອລະກ້າວ.

ຫວນຄືນມູນເຊື້ອ 3 ວັນປະຫວັດສາດ
ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

ໂອກາດດຽວກັນ, ທ່ານ ວິໄລວັນ ບຸດດາຄໍາ ໃຫ້ຮູ້ເຖິງປະຫວັດຄວາມເປັນມາ ການຮ່ວມມືແບບພິເສດລາວ-ຫວຽດນາມ ແມ່ນມີຄວາມຜູກພັນສາມັກຄີຊ່ວຍເຫຼືອ ເຊິ່ງກັນແລະກັນ ເໝືອນກັບອ້າຍ-ນ້ອງ ຮ່ວມສາຍເລືອດ ໂດຍແມ່ນ ປະທານ ໂຮຈີມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມໃນໄລຍະ ຕໍ່ສູ້ຕ້ານການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ຫວຽດນາມ-ລາວ ອ້າຍນ້ອງໄດ້ພ້ອມ ກັນຕໍ່ສູ້ຄ່ຽງບ່າຄ່ຽງໄຫຼ່ໃນຫຼາຍບັ້ນຮົບ ເຊັ່ນ: ບັ້ນຮົບກູ້ກຽດ, ບັ້ນຮົບທະນົງກຽດ, ບັ້ນຮົບພູກູດ, ບັ້ນຮົບສາມສອນ, ບັ້ນຮົບສອນໄຊ, ບັ້ນຮົບລາມເຊີນ 719 ແລະ ບັ້ນຮົບອື່ນໆຢ່າງດຸເດືອດ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ຈົນສາມາດປົດປ່ອຍ 2 ປະເທດ ອອກຈາກການກົດຂີ່ຂູດຮີດຂອງພວກສັກດີນາ ແບບເກົ່າ ແລະ ແບບໃໝ່ ໄດ້ຢ່າງສົມບູນ.

ຫວນຄືນມູນເຊື້ອ 3 ວັນປະຫວັດສາດ
ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

ຜ່ານການທົດສອບໃນແປວໄຟຂອງສັງຄົມ ຕໍ່ສູ້ອັນດຸເດືອດ ມັນເກີດຈາກເລືອດ ແລະ ນໍ້າຕາ ແຫ່ງຄວາມເສຍສະຫຼະ ແລະ ຄວາມຮັກແພງ ອັນດູດດື່ມບົນຈິດໃຈສະຫາຍອ້າຍ – ນ້ອງ ດັ່ງປະທານ ໂຮ່ຈິມິນ ໄດ້ຂຽນກາບກອນທີ່ ພັນລະນາເຖິງຄວາມສາມັກຄີລາວ -ຫວຽດນາມ ວ່າ: “ຮັກຫອມກັນ ໝາຍໝັ້ນ, ຫຼາຍສັນພູກໍປີ່ນໄຕ່, ຫຼາຍນໍ້າໃຫຍ່ ແລະ ໂຄກກວ້າງຂວາງຂັ້ນກໍ່ດຸ່ງໄປ, 2 ຊາດລາວ-ຫວຽດ ໄດ້ຝັ່ງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງບໍ່ເລິກປຸນປານໄດ້ ” ແລະ ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ ” ເຖິງວ່າພູຈະຖືກເຊະເຈື່ອນ ແມ່ນນໍ້າລຳເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງທະໜົງແກ່ນຊົ່ວກາລະນານ”