ໃນວັນທີ 9 ສິງຫາ 2019, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ການນຳ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານອາວຸໂສ-ບຳນານ ຂອງແຂວງວຽງຈັນ ໂດຍມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂອງ ແຂວງວຽງຈັນ ໃຫ້ການຕ້ອນຮັບ.

ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳແຂວງວຽງຈັນ
ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳແຂວງວຽງຈັນ

ກ່ອນການພົບປະໂອ້ລົມ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2019 ຈາກທ່ານເຈົ້າແຂວງໆວຽງຈັນ, ເຊິ່ງໄດ້ຕີລາຄາວ່າ: ທົ່ວແຂວງຍັງສືບຕໍ່ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເຊິ່ງເປັນພື້ນຖານໃຫ້ແກ່ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ສຳລັບ 6 ເດືອນຕົ້ນປີ 2019, ເສດຖະກິດຂະຫຍາຍຕົວໃນລະດັບ 6,7%, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 111,39 ຕື້ກີບ, ເທົ່າກັບ 54,44% ຂອງແຜນການປີ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 8,77%. ການຜະລິດເຂົ້ານາປີ ສາມາດຕົກກ້າ ແລະ ປັກດໍາ ສໍາເລັດ 11.288 ເຮັກຕາ, ເທົ່າກັບ 78% ຂອງແຜນການປີ, ສາເຫດ ທີ່ບໍ່ໄດ້ຕາມແຜນການ ຍ້ອນສະ ພາບຝົນບໍ່ຕົກຕາມລະດູການ, ເຊິ່ງເມືອງທີ່ຖືກຜົນກະທົບໜັກກວ່າໝູ່ແມ່ນເມືອງຊະ ນະຄາມ ເຮັດໃຫ້ບໍ່ມີນໍ້າພຽງພໍແກ່ການຜະ ລິດເຂົ້າ, ເນື້ອທີ່ປັກດໍາເສຍຫາຍ 3.600 ເຮັກຕາ ແລະ ປັກດໍາຄືນ ໃໝ່ແລ້ວ 200 ເຮັກຕາ. ການປູກພືດເປັນສິນຄ້າ ໄດ້ດໍາເນີນໄປຢ່າງເປັນຂະບວນ, ການລ້ຽງສັດເປັນສິນຄ້າສາມາດຕອບສະໜອງສະບຽງອາຫານ ແລະ ເປັນສິນຄ້າໃຫ້ແກ່ສັງຄົມໄດ້ດີສົມຄວນ, ການປະຕິບັດຄາດໝາຍທາງດ້ານ ສັງຄົມມີຄວາມຄືບໜ້າມີບາງດ້ານ.

ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳແຂວງວຽງຈັນ
ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳແຂວງວຽງຈັນ

ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາລັດຖະມົນຕີກະຊວງກ່ຽວຂ້ອງມີຄຳເຫັນ ແລະ ຊີ້ ແຈງຕໍ່ບາງບັນຫາທີ່ ພົ້ນເດັ່ນ ແລະ ທາງແຂວງມີຄວາມ ສົນໃຈ ເປັນຕົ້ນແມ່ນ ການສົ່ງ ເສີມການຜະລິດເປັນສິນຄ້າທີ່ທ້ອງຖິ່ນມີທ່າແຮງ, ບັນຫາການແພ່ລະບາດຂອງພະຍາດອະຫິວາໝູອາຟຣິກາ ແລະ ສັດຕູພືດ; ການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ; ການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງ ເສັ້ນທາງລົດໄຟ ລາວ-ຈີນ ແລະ ທາງດ່ວນວຽງຈັນ-ວັງວຽງໃຫ້ແກ່ປະຊາຊົນ ແລະ ບັນຫາອື່ນໆ.

ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳແຂວງວຽງຈັນ
ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳແຂວງວຽງຈັນ

ການພົບປະໂອ້ລົມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ແຂວງວຽງຈັນ ສາມາດປະຕິບັດໄດ້ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນທ່າແຮງໃນການພັດທະນາຂອງແຂວງວຽງຈັນ ທີ່ມີຫຼາຍດ້ານ (ທີ່ຕັ້ງພູມສັນຖານ, ເສັ້ນທາງດ່ວນ, ທາງລົດໄຟ, ຊັບພະຍາກອນທຳມະຊາດ ແລະ ທຳມະຊາດທີ່ສວຍງາມ) ແລະ ບັນຫາພົ້ນເດັ່ນຂໍ້ຄົງຄ້າງບາງດ້ານທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າໃຫ້ຕົກໄປເປັນກ້າວໆ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະນໍາທຸກຂັ້ນ ພາຍໃນແຂວງຕ້ອງເອົາໃຈໃສ່ສຸມທຸກສະຕິປັນຍາ ແລະ ຄວາມສາມາດເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມຂອງແຂວງ, ຕ້ອງວາງແຜນການພັດທະນາໃຫ້ແທດເໝາະກັບຕົວຈິງ ແລະ ທ່າແຮງຂອງຕົນ, ຕ້ອງເປັນແຜນ ທີ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ສອດຄ່ອງກັບແຜນງົບປະມານ, ຄົ້ນຄວ້າສ້າງເງື່ອນໄຂ ແລະ ຊຸກຍູ້ໃຫ້ປະຊາ ຊົນມີສ່ວນຮ່ວມໃນການພັດທະນາ.

ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳແຂວງວຽງຈັນ
ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳແຂວງວຽງຈັນ

ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມ, ຊັບພະຍາກອນທຳມະຊາດ ໃຫ້ຄົງຄວາມອຸດົມສົມບູນ, ນຳໃຊ້ຢ່າງສົມເຫດສົມຜົນ, ຍືນຍົງ ແລະ ມີປະໂຫຍດສູງສຸດ; ເອົາໃຈໃສ່ປະຕິບັດແຜນຈັດເກັບລາຍຮັບໃຫ້ດີ ແລະ ຄຸ້ມຄອງລາຍຈ່າຍງົບປະມານຢ່າງເຄັ່ງຄັດ ບົນຈິດໃຈປະຢັດມັດທະຍັດ, ມີຄວາມໂປ່ງໃສ ແລະ ກວດສອບໄດ້; ການພິຈາລະນາໂຄງການລົງທຶນຂອງລັດຕ້ອງສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງ ການຕົວຈິງຂອງການພັດທະນາ, ລົງທຶນແລ້ວ ໃຫ້ສາມາດປະກອບສ່ວນເຂົ້າໃນການຊຸກຍູ້ເສດຖະ ກິດ-ສັງຄົມຢ່າງແທ້ຈິງ ເປັນຕົ້ນແມ່ນການພັດທະນາຊົນນະບົດ, ການສຶກສາກໍຄື: ກາພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ ໂດຍສະເພາະການປິ່ນປົວສຸຂະພາບ ແລະ ໂພຊະນາການ, ລວມທັງການກໍ່ສ້າງຮາກ ຖານການເມືອງໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ພ້ອມນີ້, ໃຫ້ມີການຄຸ້ມຄອງຕິດຕາມກວດກາການຈັດຕັ້ງປະຕິ ບັດຢ່າງເປັນປະຈຳ; ໃຫ້ເອົາໃຈໃສ່ຄຸ້ມຄອງໂຄງການລົງທຶນສຳປະທານໃຫ້ດີ ໂດຍມີການເລືອກເຟັ້ນ ນັກລົງທຶນທີ່ມີຄວາມສາມາດທາງດ້ານທຶນຮອນ, ເຕັກນິກ, ປະສົບການ ແລະ ປະຫວັດການພັດທະນາທີ່ດີ ລວມທັງການສ້າງສັນຍາຕ່າງໆຕ້ອງໃຫ້ມີຄວາມຮັດກຸມ, ບໍ່ໃຫ້ມີຊ່ອງຫວ່າງ.

ນາຍົກລັດຖະມົນຕີ ພົບປະໂອ້ລົມການນຳແຂວງວຽງຈັນ
ນາຍົກລັດຖະມົນຕີ ພົບປະໂອ້ລົມການນຳແຂວງວຽງຈັນ

ໃນຂະນະດຽວກັນ ກໍໃຫ້ເຂັ້ມງວດໃນການຕິດຕາມກວດກາໂຄງການທີ່ໄດ້ອະນຸມັດໄປແລ້ວ ເພື່ອຮັບປະ ກັນບໍ່ໃຫ້ມີລັກສະນະຈັບຈອງຖ່ວງດຶງ ການພັດທະ ນາ; ເພີ່ມທະວີການດຶງດູດ ແລະ ຊຸກຍູ້ສົ່ງເສີມການລົງທຶນຂອງເອກະຊົນ ທັງພາຍໃນ ຕ່າງປະເທດ ແລະ ພາຍໃນໃຫ້ຫຼາຍຂຶ້ນ ຕາມນະໂຍບາຍ 3 ເປີດ (ເປີດປະຕູ, ເປີດສິ່ງກີດຂວາງ, ເປີດໃຈ) ດ້ວຍການເອົາໃຈໃສ່ອຳນວຍຄວາມສະດວກ ແລະ ແກ້ໄຂສິ່ງອຸດຕັນຂໍ້ຫຍຸ້ງຍາກຕ່າງໆ ດ້ວຍຄວາມເປັນເຈົ້າການສູງ; ເອົາໃຈໃສ່ຄົ້ນຄວ້າ ແລະ ສົ່ງເສີມການຜະລິດເປັນສິນຄ້າ, ການຜະລິດກະສິກຳສະອາດໃຫ້ຫຼາຍຂຶ້ນ ເພື່ອສະໜອງໃຫ້ແກ່ຄວາມຕ້ອງການຂອງຕະຫຼາດ, ເຊິ່ງມີທ່າແຮງເພີ່ມຂຶ້ນຈາກເສັ້ນທາງລົດໄຟ ແລະ ທາງດ່ວນສ້າງສຳເລັດແລ້ວ; ຄຸ້ມຄອງການປູກພືດບໍ່ໃຫ້ໃສ່ສານເຄມີ, ຢາຂ້າຫຍ້າ ເພື່ອຮັບປະກັນບໍ່ໃຫ້ມີສານເຄມີຕົກຄ້າງ ແລະ ໄຫຼລົງສູ່ ແມ່ນ້ຳ; ເອົາໃຈໃສ່ຕິດຕາມເຝົ້າລະວັງການລະບາດຂອງພະຍາດອະຫິວາໝູອາຟຣິກາ ແລະ ສັດຕູພືດ; ເອົາໃຈໃສ່ການຕິດຕາມເຝົ້າລະວັງ ແລະ ແກ້ໄຂການລະບາດຂອງໄຂ້ຍຸງລາຍ, ເອົາໃຈໃສ່ທຳລາຍແຫຼ່ງໜອນນ້ຳຍຸງລາຍ, ເຊິ່ງການປ້ອງກັນແຕ່ຫົວທີແມ່ນພາລະກິດຂອງໝົດທຸກຄົນ; ໃຫ້ສືບຕໍ່ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານປະກົດ ການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນຢາເສບຕິດ, ການຄ້າຂາຍເຖື່ອນ…ລວມທັງການສວຍໃຊ້ສື່ອອນລາຍຂອງກຸ່ມຄົນບໍ່ຫວັງດີ ເພື່ອທັບຖົມໂຈມຕີ ແບ່ງແຍກຄວາມສາມັກຄີພາຍໃນພັກ, ລັດ ແລະ ປະເທດຊາດຂອງພວກເຮົາ.

ພ້ອມນີ້, ໄດ້ຊີ້ນຳໃຫ້ແຂວງເອົາໃຈໃສ່ປະຕິບັດລະບອບແບບແຜນວິທີເຮັດວຽກແບບລວມສູນປະຊາທິ ປະໄຕ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ ບົນພື້ນຖານການປຶກສາຫາລືເຊິ່ງກັນແລະກັນ, ປັບປຸງຄວາມເຂັ້ມແຂງ ແລະ ຄວາມເປັນເອກະພາບພາຍໃນ ເພື່ອຮັບປະກັນໃຫ້ການພັດທະນາຂອງແຂວງວຽງຈັນ ບໍ່ຢຸດຈຶ້ງ ແຕ່ຕ້ອງພັດທະນາຂຶ້ນເລື້ອຍໆ.