ໃນໄລຍະ 5 ປີ 2014-2018, ຄະນະຊາວໜຸ່ມບ້ານຊໍາເຄ້ ໄດ້ນໍາພາ ສະມາຊິກປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກທີ່ສໍາຄັນເຂົ້າໃນວຽກງານຂະບວນການຕ່າງໆ ກໍຄືການປ້ອງກັນເວນຍາມວັນສໍາຄັນຂອງພັກ-ຂອງຊາດ ແລະ ວັນບຸນຕ່າງໆ ຮັບປະກັນ ໄດ້ຄວາມສະຫງົບປອດໄພ 100%.

ນຳພາຊາວໜຸ່ມບ້ານຊຳເຄ້ ປະຕິບັດວຽກງານ ປກຊ-ປກສ
ນຳພາຊາວໜຸ່ມບ້ານຊຳເຄ້ ປະຕິບັດວຽກງານ ປກຊ-ປກສ

ທ່ານ ພະນົມສິນ ຖານະວົງ ເລຂາຊາວໜຸ່ມບ້ານຊຳເຄ້ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະຊາວໜຸ່ມບ້ານຊຳເຄ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນໃນວັນທີ 8 ສິງຫາ 2019, ໂດຍມີ ທ່ານ ຈັນແດງ ພົງສະຫວັດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ໄຊຍະເດັດ ທາດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ, ມີເລຂາພັກບ້ານ,ນາຍບ້ານ, ປະທານແນວໂຮມບ້ານພະນັກງານລົງກໍ່ສ້າງຮາກຖານ ແລະ ສະມາຊິກຊາວໜຸ່ມພາຍໃນບ້ານເຂົ້າຮ່ວມ ວ່າ: ໃນໄລຍະຜ່ານມາ; ຄະນະຊາວໜຸ່ມຮາກຖານບ້ານຊຳເຄ້ ໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກງານທີ່ສຳຄັນ ເຊິ່ງໄດ້ສົມທົບກັບກຳລັງ ປກສ ບ້ານລວມເຖິງຊາວໜຸ່ມ-ໄວໜຸ່ມ ເຂົ້າຮ່ວມການປ້ອງກັນເວນຍາມກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ, ປ້ອງກັນເວນຍາມ; ກອງປະຊຸມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະ ປ້ອງກັນເວນຍາມໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າ ພາບໃຫ້ມີຄວາມສະຫງົບພາຍໃນບ້ານ 100%; ປຸກລະດົມຂົນຂວາຍ ພໍ່-ແມ່ປະຊາຊົນ ແລະ ສະມາຊິຊາວໜຸ່ມ-ໄວໜຸ່ມ ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການທີ່ຫຍໍ້ທໍ້ເກີດ ຂຶ້ນໃນສັງຄົມ.

ນຳພາຊາວໜຸ່ມບ້ານຊຳເຄ້ ປະຕິບັດວຽກງານ ປກຊ-ປກສ
ນຳພາຊາວໜຸ່ມບ້ານຊຳເຄ້ ປະຕິບັດວຽກງານ ປກຊ-ປກສ

ທິດທາງແຜນການໃນຕໍ່ໜ້າ ຈະ ສືບຕໍ່ປຸກລະດົມຊາວໜຸ່ມ-ໄວໜຸ່ມ; ໃຫ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກງານ ທີ່ສຳຄັນ ແລະ ຄຽງຄູ່ກັບການຈັດຕັ້ງ 5 ຮ່ວມ ຄື: ຮ່ວມຢູ່, ຮ່ວມປົກປັກ ຮັກສາ, ຮ່ວມແກ້ໄຂບັນຫາ; ຮ່ວມກັນພັດທະນາ ແລະ ຮ່ວມກ້າວໜ້າ ປະຕິບັດວຽກງານ 3 ຫຼຸດ 3 ເພີ່ມ 3 ຂະບວນການ ໂດຍສະເພາະບັນຫາຢາເສບຕິດໃນຊາວໜຸ່ມ-ໄວໜຸ່ມ ພາຍໃນບ້ານໃຫ້ຫຼຸດລົງ; ສືບຕໍ່ປ້ອງ ກັນເວນຍາມໃນວັນສຳຄັນຕ່າງໆ ຂອງຊາດ ໂດຍສົມທົບກັບ ປກສ ບ້ານ ເພື່ອປ້ອງກັນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມກໍຄືພາຍໃນບ້ານໃຫ້ມີຄວາມສະຫງົບ.

ນຳພາຊາວໜຸ່ມບ້ານຊຳເຄ້ ປະຕິບັດວຽກງານ ປກຊ-ປກສ

ໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຊຸດ ໃໝ່ ມີຈຳນວນ 5 ສະຫາຍ ມີຄື: ທ່ານ ພະນົມສິນ ຖານະວົງ ເປັນເລຂາຊາວໜຸ່ມ ບ້ານຊຳເຄ້ ທ່ານຍຸດທະກອນວັນນະລາດ ເປັນຮອງເລຂາ, ນາງ ພົດຈະມານ ວົງພະຈັນ ເປັນປະ ທານ ກວດກາ ແລະ ອີກສອງທ່ານ ເປັນຄະນະ.