ວັນທີ 2 ສິງຫາຜ່ານມາ, ທີ່ຫ້ອງການບ້ານຍາງໃຫຍ່ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ຈັດພິທີ ປະກາດ ຮັບຮອງເອົາ 4 ບ້ານ ຄື: ບ້ານສົ້ມ, ບ້ານຍາງໃຫຍ່, ບ້ານນາຄອມເກົ່າ ແລະ ບ້ານນາຄອມທົ່ງ ທີ່ຂຶ້ນກັບກຸ່ມບ້ານນາຄອມ ເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ; ເຂົ້າຮ່ວມມີ ພັທ ບຸນກອງ ສີສຸຂະລາດ ຫົວໜ້າກອງບັນຊາການ ປກສ ເມືອງເຊບັ້ງໄຟ ແລະ ທ່ານ ບຸນສີ ພົມມະໄຊ ເຈົ້າເມືອງໆເຊບັ້ງໄຟ, ມີບັນດາຫ້ອງການອ້ອມຂ້າງເມືອງ, ອໍານາດ ການປົກຄອງບ້ານ ພ້ອມດ້ວຍປະຊາຊົນພາຍໃນ 4 ບ້ານ ເຂົ້າຮ່ວມ.

ບັນດາແຂກຮັບເຊີນເຂົ້າຮ່ວມພິທີ ປະກາດ ບ້ານປ້ອງກັນຄວາມສະຫງົບດີ ຂອງເມືອງເຊບັ້ງໄຟ ໃນຄັ້ງວັນທີ 2 ສິງຫາ 2019
ບັນດາແຂກຮັບເຊີນເຂົ້າຮ່ວມພິທີ ປະກາດ ບ້ານປ້ອງກັນຄວາມສະຫງົບດີ ຂອງເມືອງເຊບັ້ງໄຟ ໃນຄັ້ງວັນທີ 2 ສິງຫາ 2019

ທ່ານ ເມດຕາ ເກດສັກສີ ຄະນະຮາກຖານບ້ານຍາງໃຫຍ່ ຕາງໜ້າໃຫ້ 4 ບ້ານ ຂຶ້ນຜ່ານບົດສະຫຼຸບການປະເມີນຜົນຂອງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ; ເຊິ່ງໃນໄລຍະຜ່ານມາ, ທັງ 4 ບ້ານ ໃນເມືອງ ເຊບັ້ງໄຟ ໄດ້ປະຕິບັດຕາມມາດຖານເງື່ອນໄຂທີ່ກຳນົດໄວ້ມີຜົນສຳເລັດເປັນຢ່າງດີ ສະແດງອອກມີອັດຕາສ່ວນການດຳລົງຊີວິດຂອງປະຊາຊົນພາຍໃນ 4 ບ້ານ ປະກອບມີ 789 ຫຼັງຄາເຮືອນ 741 ຄອບຄົວ, ມີພົນລະເມືອງທັງໝົດ 4.306 ຄົນ ຍິງ 2.083 ຄົນ; ໄດ້ຂຶ້ນທະບຽບສຳມະໂນຄົວແລ້ວ 789 ຫຼັງຄາເຮືອນ, ມີ 728 ຄອບຄົວ; ໃນນັ້ນ, ມີຄອບຄົວທີ່ໄດ້ຄົບຕາມມາດຖານເງື່ອນໄຂຂອງວຽກງານປ້ອງຄວາມສະຫງົບດີ ໂດຍອີງໃສ 5 ມາດຖານ ຄື: ມາດຖານທີ 1 ເຊິ່ງມີຄອບຄົວທີ່ສາມາດເຮັດໄດ້ 619 ຄອບຄົວ ເທົ່າກັບ 95,05%; ມາດຖານທີ 2 ແມ່ນມີ 619 ຄອບຄົວ ເທົ່າກັບ 93,8%; ມາດຖານທີ 3 ໄດ້ 619 ຄອບຄົວ ເທົ່າກັບ 92,10%; ມາດຖານທີ 4 ໄດ້ 619 ຄອບຄົວ ເທົ່າກັບ 94,06%; ມາດຖານທີ 5 ໄດ້ 619 ຄອບຄົວ ເທົ່າກັບ 93,04% ແລະ ຄອບຄົວທີ່ຍັງບໍ່ໄດ້ຄົບຕາມມາດຖານເງື່ອນໄຂໃນ 5 ມາດຖານເງື່ອນໄຂການສ້າງຄອບຄົວປ້ອງກັນຄວາມສະຫງົບດີ ມີ 13 ຄອບຄົວ ເທົ່າກັບ 3,7%; ເຊິ່ງຜ່ານການຕີລາຄາປະເມີນແຕ່ລະຄອບຄົວແລ້ວ, ເຫັນວ່າໃນຈຳນວນ 4 ບ້ານດັ່ງກ່າວ ແມ່ນສາມາດຢັ້ງຢືນ ແລະ ປະກາດ ເປັນບ້ານປ້ອງກັນຄວາມສະຫງົບດີໄດ້ຕາມ 5 ມາດຖານເງື່ອນໄຂທີ່ໄດ້ກຳນົດ.

ຕາງໜ້າ 4 ບ້ານ ຂຶ້ນຮັບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ
ຕາງໜ້າ 4 ບ້ານ ຂຶ້ນຮັບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ

ໃນພິທີຍັງໄດ້ມອບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ ແລະ ໃບຢັ້ງຢືນຄອບຄົວປ້ອງກັນຄວາມສະຫງົບດີໃຫ້ 4 ບ້ານ ເປັນກຽດມອບມີ ທ່ານ ບຸນສີ ພົມມະໄຊ ແລະ ພັທ ບຸນກອງ ສີສຸຂະລາດ ແລະ ຕາງໜ້າຮັບໂດຍອຳນາດການປົກຄອງບ້ານທັງ 4 ບ້ານ.

ທ່ານເຈົ້າເມືອງໆ ເຊບັ້ງໄຟ ໄດ້ຍ້ອງຍໍຊົມເຊີຍມາຍັງການຈັດຕັ້ງແຕ່ລະຂັ້ນທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເຮັດໜ້າທີ່ວຽກງານຈົນໄດ້ຮັບຜົນສຳເລັດ ພ້ອມທັງເນັ້ນໜັກໃຫ້ທາງອໍານາດການປົກຄອງບ້ານທຸກຂັ້ນ, ປກສ ກຸ່ມບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດບັນດາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຄຳສັ່ງ, ແຈ້ງການຕ່າງໆທີ່ຂັ້ນເທິງວາງອອກໃຫ້ເຂັ້ມງວດ ແລະ ທັງປະ ກອບສ່ວນເຮັດວຽກງານຕ່າງໆພາຍໃນບ້ານ ໂດຍສະເພາະວຽກງານປ້ອງກັນຄວາມສະຫງົບສຸກຂອງບ້ານໃຫ້ດີຂຶ້ນກວ່າເກົ່າ.