ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມ ເຜີຍມະຕິກອງປະຊຸມ ຄົບຄະນະຂອງຄະນະບໍ ລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ຂຶ້ນໃນວັນທີ 9 ສິງຫາ 2019 ໂດຍມີບັນດາສະຫາຍໃນຄະນະ ພັກຫ້ອງວ່າການ ສນຍ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມຮັບຟັງ.

ເຜີຍມະຕິກອງປະຊຸມ ຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X
ເຜີຍມະຕິກອງປະຊຸມ ຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X

ສະຫາຍ ປອ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີ, ຫົວ ໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ວ່າ: ກອງປະຊຸມດັ່ງກ່າວ ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6-14 ພຶດສະພາ 2019 ທີ່ສໍານັກງານສູນກາງພັກປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ.

ເຜີຍມະຕິກອງປະຊຸມ ຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X
ເຜີຍມະຕິກອງປະຊຸມ ຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X

ກອງປະຊຸມໄດ້ຮັບຟັງບົດລາຍງານ ແລະ ຄົ້ນຄວ້າ, ປຶກສາຫາລືເນື້ອໃນທີ່ສໍາຄັນໃນບາງຂົງເຂດວຽກງານ ຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມສູນກາງ ຄົບຄະນະ ຄັ້ງທີ 7 ສະໄໝທີ X; ການພັດທະນາຊົນນະບົດ, ການແບ່ງຂັ້ນຄຸ້ມຄອງໃນລະບົບອົງການບໍລິຫານລັດ; ການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ກ່ຽວກັບໂຄງຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ຜ່ານການຄົ້ນຄວ້າ, ປຶກສາຫາລືໃນແຕ່ລະບັນຫາຢ່າງເລິກເຊິ່ງ, ກອງປະຊຸມສູນກາງ ໄດ້ເປັນເອກະພາບໃນຫຼາຍຂົງເຂດວຽກງານ ໂດຍສະເພາະຂົງເຂດການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ເຜີຍມະຕິກອງປະຊຸມ ຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X
ເຜີຍມະຕິກອງປະຊຸມ ຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X

ກອງປະຊຸມເຫັນດີເປັນເອກະພາບ ໂດຍພື້ນຖານຕໍ່ການລາຍງານສະພາບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃນໄລຍະຜ່ານມາ ແລະ ຢືນຢັນວ່າ: ຕະຫຼອດ ໄລຍະຜ່ານມາ, ພັກເຮົາຍາມໃດກໍຖືວ່າ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວຽກທີ່ມີລັກສະນະຍຸດທະສາດ ແລະ ໄດ້ຮັບການຊີ້ນໍາພັດທະນາຢ່າງຕໍ່ເນື່ອງ. ມາຮອດປັດຈຸບັນ, ຊົນນະ ບົດຢູ່ປະເທດເຮົາ ສ່ວນຫຼາຍໄດ້ມີໂສມໜ້າຫັນປ່ຽນໃໝ່ຢ່າງຈະແຈ້ງ, ພື້ນຖານດ້ານເສດຖະກິດ-ສັງຄົມ ແລະ
ຊີວິດການເປັນຢູ່ໄດ້ຮັບການປັບປຸງຍົກລະດັບບໍ່ຢຸດຢັ້ງ. ໃນນັ້ນ, ພື້ນຖານໂຄງລ່າງດ້ານຄົມມະນາຄົມ ໄດ້ຮັບການພັດທະນາຮອດເຂດຫ່າງໄກສອກຫຼີກ, ລະບົບສາທາລະນຸປະໂພກ ພ້ອມທັງການຜະລິດ, ການບໍລິການຂອງປະຊາຊົນ ລ້ວນແຕ່ໄດ້ມີການພັດທະນາຍົກລະດັບຂຶ້ນເປັນກ້າວໆ.

ເຜີຍມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X
ເຜີຍມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X

ໃນກອງປະຊຸມຍັງໄດ້ເຜີຍແຜ່ຄຳແນະນຳຂອງອະນຸກຳມະການໂຄສະນາ ແລະ ຂະບວນການກ່ຽວກັບວຽກງານໂຄສະນາ ແລະ ຂະບວນການໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.