ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າ ອວຍພອນ ຄະນະບັນນາທິການ ຂ່າວສານ ປກສ (ຄບສ) ກົມໃຫຍ່ ການເມືອງ ກະຊວງ ປກສ ເນື່ອງໃນໂອກາດວັນສື່ມວນຊົນແຫ່ງຊາດ ແລະ ວັນພິມຈຳໜ່າຍ ຄົບຮອບ 69 ປີ (13 ສິງຫາ 1950-13 ສິງຫາ 2019) ໃນວັນທີ 8 ສິງຫາ 2019, ນໍາພາໂດຍທ່ານ ຢຸດທະນາ ຈຸນພັນທອງ ອໍານວຍການຝ່າຍສື່ສານອົງກອນ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ແລະ ຕ້ອນຮັບໂດຍ ພັອ ສີພັນດອນ ຫວ່າງບົວຊົງ ຫົວໜ້າຄະນະບັນນາທິ ການຂ່າວສານ ປກສ ພ້ອມດ້ວຍ ຄະນະທັງສອງຝ່າຍ ເຂົ້າຮ່ວມ.

ບໍລິສັດ ໄຟຟ້າຫົງສາ ຈໍາກັດ ອວຍພອນ ຄະນະບັນນາທິການ ຂ່າວສານ ປກສ
ບໍລິສັດ ໄຟຟ້າຫົງສາ ຈໍາກັດ ອວຍພອນ ຄະນະບັນນາທິການ ຂ່າວສານ ປກສ

ທ່ານ ຢຸດທະນາ ຈຸນພັນທອງ ກ່າວວ່າ: ການເຂົ້າອວຍພອນ ຄະນະບັນນາທິການຂ່າວສານ ປກສ ກົມໃຫຍ່ການເມືອງ ກະຊວງ ປກສ ຄັ້ງນີ້, ແມ່ນການມາສະແດງຄວາມຊົມເຊີຍຕໍ່ກໍາລັງປ້ອງກັນຄວາມສະຫງົບ ໂດຍພະນັກ ງານ-ນັກຮົບ ໃນຄະນະບັນນາທິການຂ່າວສານ ປກສ ຕໍ່ການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນການເຜີຍແຜ່ຂ່າວສານຕ່າງໆ ໂດຍສະເພາະແມ່ນການໂຄສະນາຜົນງານຂອງກຳລັງ ປກສ ໃຫ້ ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງສອງພາກສ່ວນ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ແລະ ຄະນະບັນນາທິການຂ່າວສານ ປກສ ໃຫ້ມີຄວາມສາມັກຄີ, ຮັກແພງ ແລະ ນັບມື້ໃຫ້ມີຄວາມແໜ້ນ ແຟ້ນຂຶ້ນ.

ໂອກາດນີ້, ພັອ ສີພັນດອນ ຫວ່າງບົວຊົງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ບໍລິສັດ ໄຟຟ້າຫົງສາ ຈໍາກັດ ທີ່ໄດ້ເສຍສະລະເວລາມາຢ້ຽມຢາມຖາມຂ່າວ ແລະ ອວຍພອນພະນັກງານ-ນັກຮົບຄະນະບັນນາທິການ ຂ່າວສານ ປກສ, ພ້ອມທັງອວຍພອນໃຫ້ທ່ານອໍານວຍການຝ່າຍສື່ສານອົງກອນ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມຄະນະ ຈົ່ງມີຄວາມຈະເລີນກ້າວໜ້າໃນການດໍາເນີນທຸລະກິດ, ມີຄວາມຜາສຸກໃນການ ດໍາລົງຊີວິດສ່ວນ ຕົວ, ຄອບຄົວ ແລະ ມີສຸຂະພາບທີ່ແຂງແຮງພ້ອມ ກັນພັດທະນາສ້າງສາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຕໍ່ໄປ.