ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງ ຈັນໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມດຳເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ ໃຫ້ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ; ໃນວັນທີ 13 ສິງຫາ 2019 ເປັນປະທານໂດຍ ພັທ ທອງສະຫວັດ ແສນສຸວາດ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ ສີສັດຕະນາກ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ສະມາຊິກພັກ ເຂົ້າຮ່ວມ.

ປກສ ເມືອງສີສັດຕະນາກ ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ
ປກສ ເມືອງສີສັດຕະນາກ ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ

ໃນກອງປະຊຸມ, ທ່ານ ໂພຄຳ ໄຊຍະກອນ ເລຂາພັກເມືອງ ເຈົ້າເມືອງໆສີສັດຕະນາກໄດ້ເຜີຍແຜ່ເອກະສານຄວາມໝາຍ-ຄວາມສໍາຄັນຂອງຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ວ່າ:

ຄຸນທາດການເມືອງ ແມ່ນອົງປະກອບໜຶ່ງທີ່ສໍາຄັນຢູ່ໃນຄຸນນະພາບຂອງສະມາຊິກພັກແມ່ນມາດຖານແນວໜ້າ- ຂາດບໍ່ໄດ້; ທັງເປັນພື້ນຖານໃຫ້ແກ່ການຝຶກຝົນຫຼ່ໍຫຼອມຄຸນສົມບັດ, ເນື້ອແທ້ຂອງຄຸນທາດການເມືອງ ແມ່ນໝາຍເຖິງທັດສະນະຫຼັກໝັ້ນຊົນຊັ້ນທັດສະນະຈຳແນກມິດ; ສັດຕູ ແລະ ຄວາມເດັດດ່ຽວໜຽວແໜ້ນຕໍ່ອຸດົມການສັງຄົມນິຍົມ; ຄວາມສໍາຄັນຂອງຄຸນທາດການເມືອງ-ພັກປະຊາຊົນປະຕິວັດລາວ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ສ້າງຖັນແຖວພະນັກງານສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ; ການປະຕິວັດຂະຫຍາຍຕົວເທົ່າໃດຍິ່ງຮຽກຮ້ອງໃຫ້ພະນັກງານສະມາຊິກພັກມີຄວາມໜັກແໜ້ນດ້ານຄຸນທາດການເມືອງ; ເພື່ອປະຕິບັດແນວທາງນະໂຍບາຍຂອງພັກ; ຄຸນທາດການເມືອງ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສທັງເປັນພື້ນຖານ ແລະ ໜ້າທີ່ອັນຮີບດ່ວນ ຂອງສະມາຊິກແຕ່ລະສະຫາຍ.

ປກສ ເມືອງສີສັດຕະນາກ ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ

ພ້ອມນີ້, ຍັງໄດ້ເຜີຍແຜ່ເອກະສານຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານສະມາຊິກພັກແມ່ນແບບແຜນການເຄື່ອນໄຫວເຮັດວຽກ; ດໍາລົງຊີວິດໃນສັງຄົມ ແລະ ໃນຄອບຄົວ, ທັງແມ່ນສິ່ງຕັດສິນຄວາມກ້າວໜ້າຂອງພະນັກງານສະມາຊິກພັກ; ຄວາມສໍາຄັນຂອງຄຸນສົມບັດສິນທໍາປະຕິວັດ; ຄຸນສົມບັດສິນທໍາປະຕິວັດ ເນື້ອແທ້ ແມ່ນຄຸນນະພາບຂອງພະນັກງານສະມາຊິກພັກ; ເນື້ອໃນຄຸນທາດການເມືອງ ແລະ ຄຸນສົມ ບັດສິນທໍາປະຕິວັດ ແມ່ນຄວາມເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມຢ່າງຕາຍໃຈ; ມີຫຼັກໝັ້ນຕໍ່ລັດທິສັງຄົມນິຍົມ, ມີຄວາມຈົງຮັກພັກດີ; ມີຄວາມຕື່ນຕົວ, ມີຄວາມອົດທົນມີນ້ໍາໃຈ ເສຍສະຫຼະ, ເດັດດ່ຽວຕ້ານກົນອຸບາຍມ້າງເພທໍາລາຍຂອງ ກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີໃນທຸກຮູບແບບ.