ສານປະຊາຊົນສູງສຸດ ຮ່ວມກັບສູນເລືອດແຫ່ງຊາດ ໄດ້ຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມ ໃນວັນທີ 12 ສິງຫາ 2019, ທ່ານ ດຣ ຈັນທາລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ, ມີພະນັກງານ-ລັດຖະກອນ, ສະມາຊິກຊາວໜຸ່ມ-ແມ່ຍິງອ້ອມຂ້າງ ເຂົ້າຮ່ວມ.

ພະນັກງານສານປະຊົນສູງສຸດ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ພະນັກງານສານປະຊົນສູງສຸດ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ທ່ານ ບຸນຂວາງ ທະວີສັກ ກ່າວວ່າ:

ການຈັດກິດຈະກຳໃນຄັ້ງນີ້, ເພື່ອເປັນການສ້າງບຸນກຸສົນຊ່ວຍເຫຼືອສັງຄົມ ກໍຄືເພື່ອນມະນຸດດ້ວຍກັນທີ່ລໍຄອຍຄວາມຊ່ວຍເຫຼືອ. ຄຽງຄູ່ກັນນີ້; ເພື່ອເປັນການສ້າງຂະບວນການສະເຫີຼມສະຫຼອງວັນສ້າງຕັ້ງສານປະຊາຊົນ ຄົບຮອບ 37 ປີ ( 15 ສິງຫາ 1982-15 ສິງ ຫາ 2019 ); ວັນສ້າງຕັ້ງລັດຖະທຳ ມະນູນແຫ່ງຊາດ ຄົບຮອບ 28 ປີ ( 15 ສິງຫາ 1991-15 ສິງ ຫາ 2019 ) ແລະ ເປັນຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກສານຊະ ຊາຊົນສູງສຸດໃຫ້ເປັນຂະບວນຟົດຟື້ນ.

ພະນັກງານສານປະຊົນສູງສຸດ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ພະນັກງານສານປະຊົນສູງສຸດ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ການບໍລິຈາກເລືອດຄັ້ງນີ້ ມີພະນັກງານ-ລັດຖະກອນເຂົ້າຮ່ວມ ຈຳນວນ 100 ກວ່າຄົນ ແລະ ສາມາດບໍລິຈາກເລືອດໄດ້ 25 ຖົງ.