ສະເທືອນຂວັນຊິດນີ! ເກີດເຫດ ຄົນຮ້າຍ ໃຊ້ມີດໄລ່ແທງຄົນ

0
781

ໃນວັນທີ 13 ສິງຫາ ທີ່ຜ່ານມາ, ສຳນັກຂ່າວ BBC ລາຍການ ເຫດການສະເທືອນຂວັນ ໃນອົດສະຕຣາລີ ວ່າ: ເກີດເຫດຊາຍໜຸ່ມໃຊ້ມີດໄລ່ແທງຄົນ ໃນນະຄອນຊິດນີ ປະເທດອົດສະຕຣາລີ ເຮັດໃຫ້ມີບາດເຈັບ ແລະ ເສຍຊີວິດ; ຕໍ່ມາ ຜູ້ກໍ່ເຫດ ຖືກຜູ້ເຫັນເຫດການ 3 ຄົນ ຊ່ວຍກັນຈັບກຸມໄວ້ ຢ່າງກ້າຫານ.

ຜູ້ຄົນຊ່ວຍກັນຈັບກຸມ ຜູ້ກໍ່ເຫດ ແລ້ວກົດລົງພື້ນ ໂດຍໃຊ້ຕັ້ງ ແລະ ລັງໃສ່ນົມ
ຜູ້ຄົນຊ່ວຍກັນຈັບກຸມ ຜູ້ກໍ່ເຫດ ແລ້ວກົດລົງພື້ນ ໂດຍໃຊ້ຕັ້ງ ແລະ ລັງໃສ່ນົມ

ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 14:00 ໂມງ ຕາມເວລາທ້ອງຖິ່ນ ໃກ້ກັບຖະໜົນແຄຼເຣນ ກັບ ຖະໜົນຄິງ ເຂດທຸລະກິດໃຈກາງນະຄອນຊິດນີ, ໂດຍ ຜູ້ກໍ່ເຫດ ຖືມີດໂດດຂຶ້ນເທິງລົດຍົນ ແລ້ວຮ້ອງອອກມາວ່າ “ ອາວເລາະ ອັກບາ ” ແລະ “ ຍິງຂ້ອຍເລີຍ ”; ຂະນະດຽວກັນ, ກໍມີຊາຍຄົນໜຶ່ງຖືຕັ້ງມາປະເຊີນໜ້າກັບ ຜູ້ກໍ່ເຫດ ແລະ ຍັງມີຊາຍອີກຄົນ ພະຍາຍາມແລ່ນໄລ່ຕາມຜູ້ກໍ່ເຫດ ກ່ອນທີ່ຜູ້ຄົນຈະຊ່ວຍກັນຈັບກຸມ ຜູ້ກໍ່ເຫດ ແລ້ວກົດລົງພື້ນ ໂດຍໃຊ້ຕັ້ງ ແລະ ລັງໃສ່ນົມ; ຈາກນັ້ນ, ຜູ້ກໍ່ເຫດ ກໍຖືກ ຕຳຫຼວດ ຈັບຕົວໄປ.

ສະຖານທີ່ເກີດເຫດ: ຖະໜົນແຄຼເຣນ ກັບ ຖະໜົນຄິງ ເຂດທຸລະກິດໃຈກາງນະຄອນຊິດນີ
ສະຖານທີ່ເກີດເຫດ: ຖະໜົນແຄຼເຣນ ກັບ ຖະໜົນຄິງ ເຂດທຸລະກິດໃຈກາງນະຄອນຊິດນີ

+ ຄົນຂັບລົດອູເບີແທັກຊີຄົນໜຶ່ງ ເຊິ່ງລົດຂອງລາວຖືກ ຜູ້ກໍ່ເຫດ ໂດດຂຶ້ນໄປຢຽບ ບອກວ່າ:

ຜູ້ກໍ່ເຫດບໍ່ຢ້ານສິ່ງໃດເລີຍ, ຂ້ອຍໄດ້ຢູ່ເສີຍໆ ແລະ ຄິດແຕ່ວ່າ ລາວບໍ່ມີລະເບີດ ຫຼື ສິ່ງອື່ນຕິດຕົວ, ຈາກນັ້ນ ຂ້ອຍຮີບເລັ່ງຄວາມໄວ ເພື່ອໃຫ້ລາວອອກໄປຈາກຫຼັງຄາລົດ.

ຂະນະທີ່ ຜູ້ເຫັນເຫດການອີກຄົນໜຶ່ງ ບອກວ່າ:

ເຫັນຜູ້ກໍ່ເຫດໂດດຂຶ້ນໄປເທິງລົດແທັກຊີຄັນດັ່ງກ່າວ ກ່ອນທີ່ຜູ້ຄົນຕາມຖະໜົນ ຈະຖືຕັ້ງ ແລະ ທໍ່ ເພື່ອພະຍາຍາມຕໍ່ສູ້ກັບ ຜູ້ກໍ່ເຫດ.

ນັກທ່ອງທ່ຽວຍິງ ຊາວຍີ່ປຸ່ນ ຄົນໜຶ່ງ ຊື່ ອາຢະ ຢາມາດະ ບອກກັບ BBC ວ່າ:

“ ຜູ້ກໍ່ເຫດ ມີຮອຍເລືອດຕິດຢູ່ທີ່ເຊື້ອ, ສົ່ງສຽງຮ້ອງດັງ, ຖືມີດໃນມື ແລະ ແລ່ນຂຶ້ນໄປຢຽບເທິງລົດ ທີ່ຢູ່ທາງໜ້າເຮົາ; ຈາກນັ້ນ, ມີຜູ້ຊາຍຄົນໜຶ່ງ ຖືຕັ້ງ ແລະ ພະນັກງານມອດໄຟຈຳນວນໜຶ່ງ ແລ່ນໄລ່ຕາມຜູ້ກໍ່ເຫດໄປ, ຂ້ອຍຢູ່ໃນລົດກັບຄອບຄົວ ແລະ ກຸ່ມໝູ່ເພື່ອນ ຈຶ່ງຮີບຂັບລົດອອກໄປທັນທີ ”

ເຈົ້າໜ້າທີ່ຕຳຫຼວດ ລະບຸວ່າ: ມີຜູ້ເສຍຊີວິດ ເປັນຍິງອາຍຸ 21 ປີ, ຖືກມີດປາດຄໍ ໃນອັບພາດເມ້ນ ທີ່ຢູ່ໃກ້ກັບຖະໜົນທີ່ເກີດເຫດ ແຕ່ບໍ່ມີການຢືນຢັນວ່າ ເສຍຊີວິດຈາກການຖືກຊາຍໜຸ່ມຄົນນີ້ ປາດຄໍ ຫຼື ບໍ ແລະ ມີຜູ້ບາດເຈັບຄົນໜຶ່ງ ເປັນຍິງອາຍຸ 41 ປີ, ຖືກແທງເຂົ້າທີ່ກາງຫຼັງ ແລະ ຖືກນຳສົ່ງໂຮງໝໍແລ້ວ.

ທ່ານ ມິກ ຟູນເລີ ຜູ້ບັນຊາການຕຳຫຼວດ
ທ່ານ ມິກ ຟູນເລີ ຜູ້ບັນຊາການຕຳຫຼວດ

ທ່ານ ມິກ ຟູນເລີ ຜູ້ບັນຊາການຕຳຫຼວດ ກ່າວວ່າ:

ຜູ້ກໍ່ເຫດ ລົງມືພຽງລຳພັງ ແລະ ມີປະຫວັດດ້ານບັນຫາສຸຂະພາບ ເຊິ່ງເປັນເລື່ອງທຳມະດາທົ່ວໄປ ເມື່ອປຽບທຽບກັບ ຄວາມຮຸນແຮງຂອງການກໍ່ເຫດ.

ມີຜູ້ບາດເຈັບຄົນໜຶ່ງ ເປັນຍິງອາຍຸ 41 ປີ, ຖືກແທງເຂົ້າທີ່ກາງຫຼັງ ແລະ ຖືກນຳສົ່ງໂຮງໝໍແລ້ວ
ມີຜູ້ບາດເຈັບຄົນໜຶ່ງ ເປັນຍິງອາຍຸ 41 ປີ, ຖືກແທງເຂົ້າທີ່ກາງຫຼັງ ແລະ ຖືກນຳສົ່ງໂຮງໝໍແລ້ວ

ນອກຈາກນີ້, ຜູ້ກໍ່ເຫດ ມີແນວຄິດກ່ຽວຂ້ອງກັບການກໍ່ການຮ້າຍ ເນື່ອງຈາກພົບ USB ທີ່ມີຂໍ້ມູນການສັງຫານໝູ່ ໃນປະເທດນູແວນເຊລັງ ແລະ ອາເມລິກາ, ແຕ່ຍັງບໍ່ປະກົດການເຊື່ອມໂຍມກັບ ກຸ່ມກໍ່ການຮ້າຍໃດໆ; ສ່ວນເຫດການໄລ່ແທງຄົນໃນຄັ້ງນີ້ ຍັງບໍ່ຖືກຈັດເປັນ ການກໍ່ການຮ້າຍ ແຕ່ຈະຕ້ອງມີການປະເມີນກັນໃໝ່ ແລະ ຢູ່ລະຫວ່າງການສອບສວນ.