ຄະນະໜ່ວຍພັກຮາກຖານ ຫ້ອງພະລາທິການ ວິທະຍາຄານ ສັນຕິບານ ປະຊາຊົນ ( ວສປ ) ກະຊວງ ປກສ ຈະ ສືບຕໍ່ຊີ້ນໍາ-ນຳພາ ສະມາຊິກພັກ, ພະນັກງານ-ນັກຮົບ ປະຕິບັດໜ້າທີ່ໃນຂົງເຂດ ວິຊາສະເພາະພະລາທິການໃນການບໍລິຫານ ແລະ ບໍລິການຮັບໃຊ້ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິຜົນ, ຖືກຕ້ອງຕາມລະບຽບການ.

ວສປ ຈະ ສືບຕໍ່ຊີ້ນໍາ - ນຳພາ ວຽກງານໃຫ້ມີປະສິດທິຜົນ
ວສປ ຈະ ສືບຕໍ່ຊີ້ນໍາ – ນຳພາ ວຽກງານໃຫ້ມີປະສິດທິຜົນ

ພັທ ເຫວີຍສຸກ ພົມມະຈັນ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງພະລາທິການ ໃຫ້ຮູ້ວ່າ: ໃນ 5 ປີຕໍ່ໜ້າ, ຄະນະໜ່ວຍພັກຮາກຖານ ຫ້ອງພະລາທິການ ຈະສືບຕໍ່ຊີ້ນໍາ-ນຳພາວຽກງານວິຊາສະເພາະ ຂະ ແໜງການໃນ 8 ພະແນກ ທີ່ຂຶ້ນກັບຫ້ອງພະລາທິການ ກໍຄື ໜ່ວຍພັກຮາກຖານຊີ້ນຳໃຫ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່-ສິດໃນການບໍລິຫານ ແລະ ບໍລິການຮັບໃຊ້ຢ່າງມີຄວາມຮັບຜິດຊອບສູງ ເປັນຕົ້ນຮັບປະກັນສ້າງ ແຜນງົບປະມານເງິນເດືອນ, ເງິນອຸດໜູນ ແລະ ເງິນບໍລິຫານໃຫ້ພະນັກງານຄູ-ອາຈານ, ນັກສຶກສາ ແລະ ປະຕິ ບັດແຜນລາຍຮັບ-ລາຍຈ່າຍ ງົບປະມານຖືກຕ້ອງຕາມລະບຽບ, ກົດໝາຍການເງິນ ພ້ອມກັນນັ້ນ ກໍເປັນເຈົ້າການຂຸດຄົ້ນ ແຫຼ່ງລາຍຮັບບົ່ມຊ້ອນຢູ່ພາຍໃນວິທະຍາຄານ ເພື່ອສ້າງລາຍຮັບວິຊາການໃຫ້ກົມກອງເພີ່ມຂຶ້ນໃນ ແຕ່ ລະປີ, ນໍາພາພະແນກອຸປະໂພກ-ບໍລິໂພກປະສານສົມທົບກັບກົມວິຊາສະເພາະຕາມສາຍຕັ້ງສ້າງແຜນຮັບ-ຈ່າຍເຄື່ອງນຸ່ງຫົ່ມປະຈໍາປີ, ເຄື່ອງຍາວນານໃຫ້ຄົບຖ້ວນ ແລະ ທັນເວລາໃຫ້ແກ່ ພະນັກງານຄູ-ອາຈານ ແລະ ນັກສຶກ ສາ, ສ້າງແຜນງົບປະມານອຸປະກອນຮັບໃຊ້ການຮຽນ-ການສອນ, ເຄື່ອງຫ້ອງການ, ແບບພິມບໍລິຫານໃຫ້ ຄົບ ຖ້ວນ ແລະ ທັນເວລາ, ຮັບ ປະກັນດ້ານເຂົ້າກິນໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ທັນກັບສົກງົບປະມານ ແລະ ຮັບປະກັນດ້ານຄຸນນະພາບ.

ວສປ ຈະ ສືບຕໍ່ຊີ້ນໍາ -ນຳພາ ວຽກງານໃຫ້ມີປະສິດທິຜົນ
ວສປ ຈະ ສືບຕໍ່ຊີ້ນໍາ -ນຳພາ ວຽກງານໃຫ້ມີປະສິດທິຜົນ

ໃນໄລຍະຜ່ານມາ, ໜ່ວຍພັກ ໄດ້ເອົາໃຈໃສ່ນໍາພາຂົງເຂດວິຊາສະເພາະພະລາທິການ, ເຊິ່ງເປັນວຽກງານທີ່ມີບົດບາດສໍາຄັນໃນການນໍາພາ, ບັນຊາ, ຄຸ້ມຄອງ, ລ້ຽງດູກໍາລັງ, ປັບປຸງບູລະນະທີ່ຢູ່ອາໄສ, ສະໜອງເງິນເດືອນ, ເງິນບໍລິຫານ, ເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸເຕັກນິກ, ພາຫະນະ, ນໍ້າມັນເຊື້ອໄຟ, ອາວຸດຍຸດໂທປະກອນ, ຢາປົວ ພະຍາດ ແລະ ປັດໄຈສໍາຄັນຕ່າງໆ, ເຊິ່ງມີລັກສະນະຕັດສິນດ້ານບວກ, ທາງກົງ ແລະ ທາງອ້ອມ ຕໍ່ການປະຕິ ບັດໜ້າທີ່ຂອງພະນັກງານຄູ-ອາຈານ ແລະ ນັກສຶກສາຢູ່ວິທະຍາຄານສັນຕິບານປະຊາຊົນ ສະແດງອອກສາມາດປະຕິບັດລາຍຮັບ – ລາຍຈ່າຍ ( ປີ 2016 ຫາເດືອນ ພຶດສະພາ ປີ 2019), ນໍາພາການປະຕິບັດແຜນລາຍຮັບ – ລາຍຈ່າຍ ແຕ່ລະຮ່ວງ ທັງໝົດລາຍຮັບ 144.264.042.153 ກີບ. ພ້ອມນີ້, ກໍມີຄວາມຮັບຜິດຊອບສູງໃນການຄຸ້ມຄອງ, ປົກປັກຮັກສາຄັງ, ຮັບປະກັນຄວາມປອດໄພ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ປະຕິບັດລະບຽບ, ຫຼັກ ການ-ເບີກຈ່າຍຢ່າງເຄັ່ງຄັດ, ຮັດກຸມ, ຖືກຕ້ອງ ແລະ ຊັດເຈນ, ມີການກວດກາຄັງເງິນສົດ ແລະ ສະຫຼຸບລາຍງານໃຫ້ຂັ້ນເທິງໃນແຕ່ລະເດືອນຢ່າງປົກກະຕິ.

ວສປ ຈະສືບຕໍ່ຊີ້ນໍາ - ນຳພາ ວຽກງານໃຫ້ມີປະສິດທິຜົນ
ວສປ ຈະ ສືບຕໍ່ຊີ້ນໍາ -ນຳພາ ວຽກງານໃຫ້ມີປະສິດທິຜົນ

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຮາກຖານຫ້ອງພະລາທິການ ໄດ້ຈັດຂຶ້ນໃນວັນທີ 13 ສິງຫາ 2019, ເປັນປະທານ ໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ຜູ້ອຳນວຍການວິທະຍາຄານ ວສປ ມີບັນດາຄະນະພັກ-ຄະນະບັນຊາ, ສະມາຊິກພັກ ແລະ ສຳຮອງເຂົ້າຮ່ວມ, ເຊິ່ງໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາໜ່ວຍ ພັກຮາກຖານຫ້ອງພະລາທິການຊຸດໃໝ່. ໃນນີ້, ເລືອກໄດ້ ພັທ ເຫວີຍສຸກ ພົມມະຈັນ ເລຂາໜ່ວຍພັກຮາກຖານ, ພັທ ນາງ ວັນນະ ຈິດ ຈັນເພັງ ເປັນຮອງ, ພັຕ ສອນ ທອງ ດາລາແສນ ປະທານກວດກາ ແລະ ອີກ 2 ທ່ານ ເປັນຄະນະ.

ວສປ ຈະສືບຕໍ່ຊີ້ນໍາ-ນຳພາວຽກງານໃຫ້ມີປະສິດທິຜົນ
ວສປ ຈະ ສືບຕໍ່ຊີ້ນໍາ -ນຳພາວຽກງານໃຫ້ມີປະສິດທິຜົນ