ພະແນກຕໍາຫຼວດຕ້ານ ແລະ ສະກັດກັ້ນການຄ້າມະນຸດ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ສົມທົບກັບ ກອງບັນຊາການ ປກສ ເມືອງນາແລ ໄດ້ລົງໂຄສະນາວຽກງານຕ້ານການຄ້າມະນຸດ ຢູ່ບ້ານຜາວີ ໃນວັນທີ 8 ສິງຫາ 2019; ໂດຍມີ ຮອ ສົມເພັດ ສິດທິພົງ ຮອງຫົວໜ້າພະແນກຕໍາຫຼວດຕ້ານ ແລະ ສະກັດກັ້ນການຄ້າມະນຸດ ປກສ ແຂວງ, ມີ ພັຕ ສົມສະນິດ ກຸນຕິລາດ ຫົວໜ້າ ພະແນກຕຳຫຼວດ ປກສ ເມືອງ ນາແລ; ມີອຳນາດການປົກ ຄອງບ້ານຜາວີ ຕະ ຫຼອດຮອດພໍ່-ແມ່ປະຊາຊົນ ເຂົ້າຮ່ວມ ຈຳນວນ 60 ກວ່າຄົນ.

ລົງໂຄສະນາວຽກງານຕ້ານການຄ້າມະນຸດ
ລົງໂຄສະນາວຽກງານຕ້ານການຄ້າມະນຸດ

ວທ ສອນເພັດ ບຸນສະມິດ ພະນັກງານວິຊາການ ພະແນກຕໍາຫຼວດຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໄດ້ອະ ທິບາຍ ແລະ ຍົກໃຫ້ເຫັນເຖິງຜົນຮ້າຍຂອງການຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຮູບແບບການຕົວະຍົວະຫຼອກ ລວງຂອງກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວຕົວະຍົວະເອົາຍິງສາວລາວ ໄປອອກແຮງງານ ຢູ່ຕ່າງປະເທດ ໂດຍການເປັນແມ່ບ້ານ, ເປັນສາວບໍລິການຢູ່ຮ້ານອາຫານ ຫຼື ແອບແຝງດ້ວຍການແຕ່ງງານທີ່ບໍ່ຖືກ ຕ້ອງຕາມກົດໝາຍ ຜົນສຸດທ້າຍກໍຕົວະເອົາໄປຄ້າປະເວນີ ແລະ ຂູດຮີດນຳໃຊ້ ແຮງງານເກີນ 8 ຊົ່ວໂມງ ທີ່ກົດໝາຍໄດ້ ກຳນົດໄວ.

ລົງໂຄສະນາວຽກງານຕ້ານການຄ້າມະນຸດ
ລົງໂຄສະນາວຽກງານຕ້ານການຄ້າມະນຸດ

ໂອກາດດັ່ງກ່າວ ທ່ານ ໜານທອງ ນໍລະສິງ ນາຍບ້ານໆຜາວີ ໄດ້ຕາງໜ້າອຳນາດການປົກຄອງບ້ານ, ພໍ່-ແມ່ປະຊາ ຊົນ ໄດ້ສະແດງຄຳຂອບໃຈຕໍ່ທີມງານພະແນກຕໍາຫຼວດຕ້ານ ແລະ ສະກັດກັ້ນການຄ້າມະນຸດ ປກສ ແຂວງ ແລະ ປກສ ເມືອງ ທີ່ເປັນຫ່ວງເປັນໄຍນຳເອົາເອກະ ສານມາເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນ ມີສະຕິລະວັງຕົວໃນຄັ້ງນີ້.