ໃນວັນທີ 13 ສິງຫາ 2019, ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີ ປ້ອງກັນບົດຈົບຊັ້ນ ນັກສຶກສາປະລິນຍາຕີ ລະບົບຕໍ່ເນື່ອງ ຮຸ່ນທີ 12/2 ສົກປີ 2019 ໂດຍການເຂົ້າຮ່ວມເປັນປະທານຂອງ ພົຈວ ບຸນຊູ ນາມມະຈັກ ອໍານວຍການ ວຕປ, ມີທ່ານ ຮສ ປອ ຫຼ້າວັນ ວົງຄຳສານ ຮອງຫົວໜ້າກົມສຶກ ສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ມີພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ.

ວິທະຍາຄານຕໍາຫຼວດປະຊາຊົນ ຈັດຕັ້ງ ປ້ອງກັນບົດຈົບຊັ້ນ ປະລິນຍາຕີ ລະບົບຕໍ່ເນື່ອງ
ວິທະຍາຄານຕໍາຫຼວດປະຊາຊົນ ຈັດຕັ້ງ ປ້ອງກັນບົດຈົບຊັ້ນ ປະລິນຍາຕີ ລະບົບຕໍ່ເນື່ອງ

ພັຕ ພອນສີ ວົງດາລາ ຮອງຫົວໜ້າພະແນກຄຸ້ມຄອງການຄົ້ນຄວ້າວິທະຍາສາດ ກ່າວວ່າ: ນັກສຶກສາໃນສົກນີ້ ມີທັງໝົດ 64 ສະຫາຍ ຍິງ 5 ສະຫາຍ; ໃນນັ້ນ, ຂຽນບົດລາຍງານໂຄງການຈົບຊັ້ນ ຈໍານວນ 18 ສະຫາຍ, ມີ 18 ຫົວ ຂໍ້ ໂດຍເລີ່ມຜ່ານບົດລາຍງານແຕ່ວັນທີ 13-16 ສິງຫາ. ສໍາລັບວັນທີ 13 ສິງຫາ ນີ້, ປະກອບມີ 3 ຫົວ ຂໍ້ ຄື: 1/. ຍົກສູງຄຸນນະພາບວຽກງານສະກັດກັ້ນ, ແກ້ໄຂຜູ້ລະເມີດລະບຽບ, ກົດໝາຍການສັນຈອນທາງບົກ ຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ; 2/. ຍົກສູງຄຸນນະພາບວຽກງານ ປກສ ກຸ່ມບ້ານຢູ່ເມືອງບົວລະພາ ແຂວງຄຳມ່ວນ; 3/. ການດຳເນີນວຽກງານສືບສວນ-ສອບສວນຄະດີອຸບັດຕິເຫດການສັນ ຈອນທາງບົກຢູ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ວິທະຍາຄານຕໍາຫຼວດປະຊາຊົນ ຈັດຕັ້ງ ປ້ອງກັນບົດຈົບຊັ້ນ ປະລິນຍາຕີ ລະບົບຕໍ່ເນື່ອງ
ວິທະຍາຄານຕໍາຫຼວດປະຊາຊົນ ຈັດຕັ້ງ ປ້ອງກັນບົດຈົບຊັ້ນ ປະລິນຍາຕີ ລະບົບຕໍ່ເນື່ອງ

ສຳລັບຫົວຂໍ້ທີ່ສະເໜີໂດຍ ຮທ ສົມສະໜານ ເຄນນະວົງ ແມ່ນແນໃສ່ຊອກໃຫ້ເຫັນບັນດາບັນຫາທີ່ເປັນເງື່ອນ ໄຂ, ສາເຫດ-ສະພາບຈຸດພິເສດຕ່າງໆທີ່ພົວພັນເຖິງວຽກງານສະກັດກັ້ນ, ແກ້ໄຂຜູ້ລະເມີດລະບຽບກົດໝາຍສັນຈອນທາງບົກ; ພ້ອມນັ້ນ, ເພື່ອຊອກໃຫ້ໄດ້ຂໍ້ມູນຫຼັກຖານໃນການຢັ້ງຢືນຄວາມບໍລິສຸດ ຫຼື ຄວາມຜິດຂອງ ຜູ້ຖືກຫາ, ຜູ້ລະເມີດລະບຽບກົດໝາຍ, ຊອກໃຫ້ເຫັນບັນດາສາເຫດການກະທໍາຜິດຢ່າງຮີບດ່ວນ, ຄົບຖ້ວນ, ຮອບດ້ານ ແລະ ນໍາເອົາຜູ້ຖືກຫາມາສຶກສາອົບຮົມ, ປັບໃໝ ຫຼື ດໍາເນີນຄະດີຕາມກົດໝາຍຢ່າງຖືກຕ້ອງ ແລະ ຍຸຕິທໍາ ບົນພື້ນຖານກົດໝາຍອາຍາ, ການດໍາເນີນຄະດີອາຍາ, ກົດໝາຍການສັນຈອນທາງບົກ ເພື່ອຮັບປະກັນ ຄວາມສະຫງົບ-ປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເວົ້າລວມ ເວົ້າສະເພາະແມ່ນຢູ່ພື້ນທີ່ນະ ຄອນໄກສອນພົມວິຫານ.

ວິທະຍາຄານຕໍາຫຼວດປະຊາຊົນ ຈັດຕັ້ງປ້ອງກັນບົດຈົບຊັ້ນ ປະລິນຍາຕີ ລະບົບຕໍ່ເນື່ອງ
ວິທະຍາຄານຕໍາຫຼວດປະຊາຊົນ ຈັດຕັ້ງປ້ອງກັນບົດຈົບຊັ້ນ ປະລິນຍາຕີ ລະບົບຕໍ່ເນື່ອງ