ຈັບ 1 ເປົ້າໝາຍ ພ້ອມຜູ້ຖືກຊັດທອດ ລວມຢາບ້າ 1.300 ກວ່າເມັດ

ຈັບກຸມ ເປົ້າໝາຍຄ້າ-ຂາຍຢາເສບຕິດ ພ້ອມ ຜູ້ຮ່ວມຂະບວນການ ລວມຂອງກາງ 13.000 ກວ່າເມັດ

0
1906

ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັບກຸມ ເປົ້າໝາຍຄ້າ-ຂາຍຢາເສບຕິດ ຢູ່ເສັ້ນທາງບ້ານຮ່ອງແກ ເມືອງໄຊເສດຖາ 1 ຄົນ ພ້ອມຂອງກາງຢາບ້າ ຈໍານວນ 374 ເມັດ ແລະ ຂະຫຍາຍຜົນໄດ້ ຜູ້ຮ່ວມຂະບວນການ ອີກ 1 ຄົນ ຢຶດຢາບ້າເພີ່ມຈຳນວນ 1.000 ເມັດ ລວມຢາບ້າ 13.000 ກວ່າເມັດ.

ທ້າວ ທັນວາ ຖືກ ເຈົ້າໜ້າທີ່ ຈັບຕົວພ້ອມຂອງກາງຢາບ້າ ຢູ່ບ້ານຮ່ອງແກ
ທ້າວ ທັນວາ ຖືກ ເຈົ້າໜ້າທີ່ ຈັບຕົວພ້ອມຂອງກາງຢາບ້າ ຢູ່ບ້ານຮ່ອງແກ

ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ໄດ້ເປີດເຜີຍ ໃນອາທິດຜ່ານມາ ວ່າ:

ຄະດີດັ່ງກ່າວ, ເຈົ້າໜ້າທີ່ ມ້າງໄດ້ໃນທ້າຍເດືອນພຶດສະພາ ຜ່ານມາ ເຊິ່ງຜູ້ຖືກຫາ ທັງ 2 ຄົນ ຊື່ ທ້າວ ທັນວາ ຫຼື ວາ ອາຍຸ 34 ປີ ຢູ່ບ້ານໜອງບອນ ເມືອງໄຊເສດຖາ ແລະ ທ້າວ ວອນພະຈິດ ຫຼື ຈິດ ອາຍຸ 34 ປີ ຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ.

ເປົ້າໝາຍຄ້າ-ຂາຍຢາເສບຕິດ ທັງ 2 ຄົນ ຊື່ ທ້າວ ທັນວາ ຫຼື ວາ ອາຍຸ 34  ປີ ຢູ່ບ້ານໜອງບອນ ເມືອງໄຊເສດຖາ ແລະ ທ້າວ ວອນພະຈິດ ຫຼື ຈິດ ອາຍຸ 34  ປີ ຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ
ເປົ້າໝາຍຄ້າ-ຂາຍຢາເສບຕິດ ທັງ 2 ຄົນ ຊື່ ທ້າວ ທັນວາ ຫຼື ວາ ອາຍຸ 34 ປີ ຢູ່ບ້ານໜອງບອນ ເມືອງໄຊເສດຖາ ແລະ ທ້າວ ວອນພະຈິດ ຫຼື ຈິດ ອາຍຸ 34 ປີ ຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ

ທ້າວ ທັນວາ ຫຼື ວາ ( ເປົ້າໝາຍຄ້າ-ຂາຍຢາເສບຕິດ ) ໄດ້ສາລະພາບ ວ່າ:

ໄດ້ເລີ່ມເສບຢາບ້າ ມາແຕ່ປີ 2011 ເສບຄັ້ງລະ 1 – 2 ເມັດ ແລະ ເດືອນມັງກອນ 2019, ໄດ້ສັ່ງຊື້ຢາບ້ານຳ ທ້າວ ສຸປັນຍາ ຫຼື ລັ່ງ ຢູ່ບ້ານດົງສະຫວາດ ໄປຂາຍຢູ່ຮ້ານເກມ ບ້ານທາດຫຼວງ ຈໍານວນ 200 ເມັດ, ມາຮອດວັນທີ 27 ພຶດສະພາ ໄດ້ໂທລະສັບສັ່ງຊື້ນໍາ ທ້າວ ສຸປັນຍາ ອີກ 1 ຖົງ ເທົ່າກັບ 200 ເມັດ.

ທັງ 2 ຄົນ ເປັນ ຜູ້ຮ່ວມຂະບວນການ ນຳກັນ ໄດ້ພົວພັນຊື້-ຂາຍຢາບ້າ ຫຼາຍຄັ້ງແລ້ວ
ທັງ 2 ຄົນ ເປັນ ຜູ້ຮ່ວມຂະບວນການ ນຳກັນ ໄດ້ພົວພັນຊື້-ຂາຍຢາບ້າ ຫຼາຍຄັ້ງແລ້ວ
  • ຈາກນັ້ນ, ມີໄວລຸ້ນຂີ່ລົດຈັກ ເອົາຢາບ້າມາສົ່ງໃຫ້ຢູ່ຮ້ານເກມ ເຂດບ້ານທາດຫຼວງ ຈຳນວນ 200 ເມັດ, ເມື່ອໄດ້ ຢາບ້າແລ້ວ ກໍໄດ້ຂາຍໃຫ້ໄວລຸ້ນທີ່ມົ້ວສຸມໃນຮ້ານເກມດັ່ງກ່າວ ຈໍານວນ 26 ເມັດ ຍັງເຫຼືອຢາບ້າ 174 ເມັດ ຈຶ່ງນຳມາໂຮມເຂົ້າກັນກັບຢາບ້າຊຸດເກົ່າ ເປັນຈຳນວນທັງໝົດ 374 ເມັດ.
  • ມື້ຕໍ່ມາ, ມີໄວລຸ້ນໂທລະສັບມາຊື້ຢາບ້າ ຈຳນວນ 10 ເມັດ ແລ້ວຕົນກໍໄດ້ເອົາຢາໄປສົ່ງໃຫ້ ຢູ່ບ້ານຮ່ອງແກ ພໍຮອດສະຖານທີ່ດັ່ງກ່າວ ກໍຖືກ ເຈົ້າໜ້າທີ່ ຈັບຕົວພ້ອມຂອງກາງຢາບ້າ ຈຳນວນ 374 ເມັດ.

ທ້າວ ວອນພະຈິດ ຫຼື ຈິດ ( ໜຶ່ງໃນ ເປົ້າໝາຍຄ້າ-ຂາຍຢາເສບຕິດ ) ເລີ່ມເສບຢາບ້າ ມາແຕ່ປີ 2015, ຢາບ້າທີ່ຊື້ມາເສບ ແມ່ນຊື້ນໍາໄວລຸ້ນ ຢູ່ຮ້ານເກມ ບ້ານດອນກອຍ ເມືອງສີສັດຕະນາກ ເສບຄັ້ງລະ 1 – 2 ເມັດ; ຈາກນັ້ນ, ເດືອນມັງກອນ 2019 ໄດ້ຮູ້ຈັກກັບ ທ້າວ ສຸປັນຍາ ແລະ ຍັງໄດ້ໄປຫຼິ້ນຢູ່ເຮືອນຂອງຜູ້ກ່ຽວຫຼາຍຄັ້ງ, ແຕ່ລະຄັ້ງທີ່ໄປຫຼິ້ນນັ້ນ ທ້າວ ສຸປັນຍາ ແມ່ນເອົາຢາບ້າໃຫ້ເສບ ຈໍານວນ 1 – 2 ເມັດ.

ມາຮອດວັນທີ 28 ພຶດສະພາ, ໄດ້ອອກໄປຫຼິ້ນນໍາ ທ້າວ ສຸປັນຍາ ອີກ ແລ້ວໃຫ້ຜູ້ກ່ຽວເອົາຢາບ້າໄປສົ່ງໃຫ້ ຜູ້ສັ່ງຊື້ ຢູ່ຮ້ານເກມ ບ້ານທາດຫຼວງ ແຕ່ບໍ່ຮູ້ວ່າມີຈໍານວນຈັກເມັດ; ພໍໄປຮອດຈຸດດັ່ງກ່າວ ກໍຖືກ ເຈົ້າໜ້າທີ່ ຈັບຕົວພ້ອມຂອງກາງຢາບ້າ ຈໍານວນ 5 ຖົງ ເທົ່າກັບ 1.000 ເມັດ.

ທ້າວ ວອນພະຈິດ ຜູ້ຮ່ວມຂະບວນການ ຖືກ ເຈົ້າໜ້າທີ່ ຈັບຕົວພ້ອມຂອງກາງຢາບ້າ ຢູ່ຮ້ານເກມ ບ້ານທາດຫຼວງ
ທ້າວ ວອນພະຈິດ ຜູ້ຮ່ວມຂະບວນການຖືກ ເຈົ້າໜ້າທີ່ ຈັບຕົວພ້ອມຂອງກາງຢາບ້າ ຢູ່ຮ້ານເກມ ບ້ານທາດຫຼວງ

ສ່ວນ ທ້າວ ສຸປັນຍາ ຫຼື ລັ່ງ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ທີ່ເອົາຕົວຫຼົບໜີນັ້ນ ເຈົ້າໜ້າທີ່ ກຳລັງເລັ່ງຕິດຕາມຕົວ ມາດຳເນີນຄະດີຕາມກົດໝາຍ.