ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດ ກອງປະຊຸມ ເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2019 ໃນວັນທີ 14 ສິງຫາ 2019 ເປັນປະທານ ໂດຍ ພົຈວ ບົວພັນ ຍໍລະວົງສາ ຄະນະພັກກະຊວງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີບັນດາຮອງເລຂາຄະນະພັກ, ເລຂາ-ຮອງເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງພາຍໃນກອງບັນຊາການ ເຂົ້າຮ່ວມ.

ກອງປະຊຸມ ເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2019 ໃນວັນທີ 14 ສິງຫາ 2019
ກອງປະຊຸມ ເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2019 ໃນວັນທີ 14 ສິງຫາ 2019

ພັທ ນາງ ບຸນທ່ຽງ ພົມແພງມີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກ່າວວ່າ: ການເປີດບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ກໍເພື່ອຍົກສູງຄຸນນະພາບຂອງການຈັດຕັ້ງຮາກຖານພັກ, ກົມກອງ ແລະ ສະມາຊິກພັກ, ພະນັກງານ-ນັກຮົບ, ເພີ່ມທະວີບົດບາດຄວາມສາມາດນໍາພາ-ບັນຊາຂອງຄະນະພັກ-ຄະ ນະບັນຊາຕໍ່ວຽກງານ ແລະ ຕໍ່ກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີບົດບາດກ້າວຂຶ້ນເຮັດສໍາເລັດໜ້າທີ່ຂອງຕົນທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງພັກ, ກົດໝາຍຂອງລັດ, ສ້າງກົມກອງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມສາມັກຄີ, ຄວາມສາມາດ, ຄວາມຮັບຜິດຊອບ, ແບບແຜນວິທີເຮັດວຽກ, ລະບຽບວິໄນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບເວົ້າລວມ, ເວົ້າສະເພາະແມ່ນຢູ່ພາຍໃນກອງບັນຊາການປ້ອງກັນທີ່ຕັ້ງໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມອີກບາດກ້າວໜຶ່ງ.

ກອງປະຊຸມ ເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2019 ໃນວັນທີ 14 ສິງຫາ 2019
ກອງປະຊຸມ ເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2019 ໃນວັນທີ 14 ສິງຫາ 2019

ບັ້ນດໍາເນີນຊີວິດການເມືອງຄັ້ງນີ້, ຈະໄດ້ຄົ້ນຄວ້າ, ເຊື່ອມຊຶມບັນດາເອກະສານສໍາຄັນຕ່າງໆ ເປັນຕົ້ນເອກະສານຄໍາສັ່ງແນະນໍາຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 03/ຄພ.ປກສ, ລົງວັນທີ 12 ພະຈິກ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນກໍາລັງປ້ອງກັນຄວາມສະຫງົບ; ຝຶກຝົນຫຼໍ່ຫຼອມ ຄຸນສົມບັດ-ສິນທໍາປະຕິວັດ ຂອງພະນັກງານ-ນັກຮົບໃນໄລຍະໃໝ່, ປັບປຸງແບບແຜນວິທີເຮັດວຽກ ແລະ ຍົກສູງຄວາມສາມາດນໍາພາ ຂອງພະນັກງານຂັ້ນຕ່າງໆ, ແນະນໍາຮ່າງບົດສະຫຼຸບ, ຮ່າງຂຽນໃບສໍາຫຼວດຂອງບຸກຄົນຢ່າງເປັນລາຍລັກອັກສອນ ແລະ ຕີລາຄາຄຸນນະພາບແບ່ງປະເພດຂອງຕົນເອງ, ແນະນໍາການສະຫຼຸບ-ສັງລວມຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ, ແນະນໍາແບບຟອມສັງລວມ ຄະແນນສຽງຕີລາຄາຄຸນນະພາບຂອງສະມາຊິກພັກ ແລະ ສະມາຊິກພັກ, ດໍາເນີນການສໍາຫຼວດກວດກາ, ຜ່ານໃບສໍາຫຼວດຕົນເອງຂອງສະມາຊິກພັກ, ພະນັກງານ-ນັກຮົບ ແລະ ຕີລາຄາຄຸນນະ ພາບ ແລະ ຈັດແບ່ງປະເພດຂອງບຸກຄົນ ແລະ ໜ່ວຍພັກ, ສັງລວມຄະແນນສຽງຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ, ໜ່ວຍພັກ, ສະຫຼຸບລາຍງານຜົນການຕີລາຄາຄຸນນະພາບ ແລະ ຈັດແບ່ງປະເພດຂອງສະມາຊິກພັກ ແລະ ໜ່ວຍພັກ.

ກອງປະຊຸມເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2019 ໃນວັນທີ 14 ສິງຫາ 2019
ກອງປະຊຸມເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2019 ໃນວັນທີ 14 ສິງຫາ 2019