ຄະນະກໍາມະບານຮາກຖານ ດ່ານສາກົນຂົວມິດຕະພາບລາວ-ໄທ 1 (ດຂມ 1) ໄດ້ເອົາໃຈໃສ່ບໍາລຸງ ແລະ ກໍ່ສ້າງພະນັກງານສະມາຊິກກຳມະບານໃຫ້ມີຄວາມຮູ້; ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ເພື່ອປະກອບສ່ວນພັດທະນາອົງການຈັດຕັ້ງກຳມະບານໃຫ້ມີຄຸນນະພາບດີຂຶ້ນ.

ກອງປະຊຸມກຳມະບານຮາກຖານ ດຂມ1 ເອົາໃຈໃສ່ບຳລຸງ ແລະ ກໍ່ສ້າງພະນັກງານໃຫ້ມີຄວາມສາມາດ
ກອງປະຊຸມກຳມະບານຮາກຖານ ດຂມ1 ເອົາໃຈໃສ່ບຳລຸງ ແລະ ກໍ່ສ້າງພະນັກງານໃຫ້ມີຄວາມສາມາດ

ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງກໍາມະບານຮາກຖານ ດຂມ 1, ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2019, ມີ ທ່ານ ແກ່ນຄໍາ ຫົດທິລາດ ປະທານສະຫະພັນກໍາມະບານ ນະຄອນຫຼວງວຽງຈັນ, ທ່ານ ວິໄຊ ມະນີແສງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການ ດຂມ 1 ມີບັນດາອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ເຂົ້າຮ່ວມ; ທ່ານ ສາຍແກ້ວ ນັນທະລາດ ກ່າວວ່າ: ໃນໄລຍະຜ່ານມາ, ຄະນະກໍາມະບານຮາກຖານ ໄດ້ເອົາໃຈໃສ່ບໍາລຸງ, ກໍ່ສ້າງ ພະນັກງານສະມາຊິກກຳມະບານ; ຍົກລະດັບທາງດ້ານທິດສະດີການເມືອງ, ສຸມໃສ່ກໍ່ສ້າງ ແລະ ກໍານົດ ພະນັກງານນຳພາ-ຄຸ້ມຄອງ, ສ້າງ ພະນັກງານສືບທອດ ໄດ້ 3 ຮຸ່ນ, ມີພະນັກງານກຳມະບານໄດ້ຍົກລະດັບຄວາມຮູ້, ຄວາມສາມາດ, ທາງດ້ານຕ່າງໆ ເປັນຕົ້ນແມ່ນໄດ້ຍົກລະດັບທິດສະດີການເມືອງ-ການປົກຄອງ ໄລຍະ 2 ປີ ທີ່ໂຮງ ຮຽນການເມືອງ-ການປົກຄອງ ນະຄອນຫຼວງວຽງຈັນ ມີ 2 ສະຫາຍ ຍິງ 1 ສະຫາຍ; ຍົກລະດັບວິຊາສະ ເພາະຊັ້ນປະລິນຍາຕີ ມີ 1 ສະ ຫາຍ, ຍົກລະດັບດ້ານພາສາຕ່າງ ປະເທດດ້ວຍທຶນຂອງລັດ ມີ 3 ສະຫາຍ ຍິງ 1 ສະຫາຍ, ຍົກລະດັບດ້ານກົດໝາຍ 45 ວັນ ຂັ້ນນະ ຄອນຫຼວງ 5 ສະຫາຍ ຍິງ 2 ສະຫາຍ; ຍົກລະດັບກ່ຽວກັບວຽກອົງການມະຫາຊົນ, ຊາວໜຸ່ມ, ແມ່ ຍິງ ທີ່ ສສ ຫວຽດນາມ ມີ 2 ສະຫາຍ.

ກອງປະຊຸມກຳມະບານຮາກຖານ ດຂມ1 ເອົາໃຈໃສ່ບຳລຸງ ແລະ ກໍ່ສ້າງພະນັກງານໃຫ້ມີຄວາມສາມາດ
ກອງປະຊຸມກຳມະບານຮາກຖານ ດຂມ1 ເອົາໃຈໃສ່ບຳລຸງ ແລະ ກໍ່ສ້າງພະນັກງານໃຫ້ມີຄວາມສາມາດ

ໃນຕໍ່ໜ້າ, ຄະນະກໍາມະບານຮາກຖານ ຈະສູ້ຊົນສຶກສາອົບຮົມຖັນແຖວກຳມະບານ, ກຳມະກອນ; ຊາວຜູ້ອອກແຮງງານໃຫ້ມີສະຕິ ຕື່ນຕົວທາງຊົນຊັ້ນ, ສ້າງໃຫ້ເຂົາເຈົ້າກາຍເປັນສະມາຊິກກຳມະບານ ທີ່ກ້າວໜ້າ ແລະ ເຂັ້ມແຂງຂອງພັກ ເປັນຜູ້ມີລະບຽບວິໄນເຂັ້ມງວດ; ຮູ້ຮັກອາຊີບ, ຮັກການອອກແຮງງານ, ມີຄວາມອົດທົນຜ່ານຜ່າ ຄວາມຫຍຸ້ງຍາກ ເພື່ອເຮັດສຳເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍ ແລະ ສູ້ຊົນປັບປຸງ ແລະ ຂະຫຍາຍການຈັດຕັ້ງກຳມະບານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.

ປ່ອນບັດຄັດເລືອກເອົາຄະນະກຳມະບານຮາກຖານຊຸດໃໝ່
ປ່ອນບັດຄັດເລືອກເອົາຄະນະກຳມະບານຮາກຖານຊຸດໃໝ່

ໃນພິທີໄດ້ມອບໃບຍ້ອງຍໍຂັ້ນນະຄອນຫຼວງ ໃຫ້ 36 ສະຫາຍ ຍິງ 16 ສະຫາຍ ທີ່ມີຜົນງານໃນ ການປະກອບສ່ວນວຽກງານກຳ ມະບານ ປະຈຳ 5 ປີ. ໃນກອງປະຊຸມບັນດາສະມາຊິກກຳມະບານໄດ້ເຂົ້າຮ່ວມ ແລະ ປ່ອນບັດຄັດເລືອກເອົາຄະນະກຳມະບານຮາກຖານຊຸດໃໝ່; ໃນນີ້, ເລືອກໄດ້ ທ່ານ ສາຍແກ້ວ ນັນທະລາດ ເປັນປະທານກຳມະບານຫ້ອງການຄຸ້ມຄອງ ແລະ ບໍລິການ ດຮມ 1, ທ່ານ ນາງ ດາວອນ ວິລະພັນ ເປັນຮອງປະທານ ແລະ ທ່ານ ອິນ ທະຫວາ ວັນນະລາດເປັນຄະນະ.