ຄະນະພັກຮາກຖານຫ້ອງ ຄຸ້ມຄອງນັກສຶກສາ ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ຖືເອົາວຽກກໍ່ສ້າງພັກທັງ 3 ດ້ານ ຄື: ດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ, ດ້ານແບບແຜນນໍາ ພາ-ບັນຊາ ສາມາດຮັບປະກັນໃຫ້ການກໍ່ສ້າງພັກມີຄວາມໜັກແໜ້ນເຂັ້ມແຂງ, ຮັບປະກັນທາງດ້ານວຽກງານວິຊາສະເພາະ.

ຫ້ອງ ຄຸ້ມຄອງນັກສຶກສາ ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ຖືເອົາວຽກກໍ່ສ້າງພັກທັງ 3 ດ້ານ
ຫ້ອງ ຄຸ້ມຄອງນັກສຶກສາ ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ຖືເອົາວຽກກໍ່ສ້າງພັກທັງ 3 ດ້ານ

ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານຫ້ອງຄຸ້ມຄອງນັກສຶກສາ ໃນວັນທີ 14 ສິງ ຫາ 2019, ໂດຍມີ ພັອ ບຸນນ້ອມ ໄຊຍະພູມ ຄະນະພັກ ຮອງອໍານວຍການວິທະຍາຄານ ສັນຕິບານ ປະຊາຊົນ, ມີຄະນະ ພັກຮາກຖານ, ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ. ພັທ ທອງສຸກ ມະນີວົງ ເລຂາຄະນະພັກຮາກຖານ ຫົວ ໜ້າຫ້ອງຄຸ້ມຄອງນັກສຶກສາ ກ່າວວ່າ: ຕະຫຼອດໄລຍະຜ່ານມາ, ຄະນະພັກຮາກຖານ ຍາມໃດກໍໄດ້ຖືເອົາວຽກ ງານປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ – ເຂັ້ມແຂງເປັນບັນຫາສໍາຄັນ ເພື່ອຕັດສິນການຄົງຕົວ ແລະ ຂະ ຫຍາຍຕົວຂອງກົມກອງ, ເຊິ່ງໄດ້ແນໃສ່ປັບປຸງ – ກໍ່ສ້າງພັກ 3 ດ້ານ ຄື: ດ້ານການເມືອງ – ແນວຄິດ ໄລຍະຜ່ານມາ ໄດ້ຖືເອົາການກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ – ເຂັ້ມແຂງທາງດ້ານການເມືອງ – ແນວຄິດ ໂດຍເອົາໃຈໃສ່ສຶກສາ ອົບຮົມການເມືອງ – ແນວຄິດໃຫ້ ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ; ດ້ານການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ ເອົາໃຈໃສ່ປັບປຸງບູລະນະລະບົບການຈັດຕັ້ງແຕ່ຂັ້ນເທິງລົງຫາຂັ້ນລຸ່ມ ຢ່າງເປັນລະບົບຄົບຊຸດ ແລະ ເຮັດໃຫ້ລະບົບກົງຈັກການຈັດຕັ້ງແຕ່ລະຂັ້ນມີຄວາມຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຍາດໄດ້ປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 5 ປີຊ້ອນ; ການກໍ່ສ້າງພັກດ້ານ ແບບແຜນການນໍາພາ – ບັນຊາ ຄະນະພັກຮາກຖານ ຍາມໃດກໍຍຶດໝັ້ນໃນຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ເຕົ້າໂຮມຄວາມສາມັກຄີພາຍໃນ – ພາຍນອກເປັນປຶກແຜ່ນ ແລະ ເສີມຂະຫຍາຍບົດບາດຂອງອົງ ການຈັດຕັ້ງມະຫາຊົນ.

ຫ້ອງ ຄຸ້ມຄອງນັກສຶກສາ ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ຖືເອົາວຽກກໍ່ສ້າງພັກທັງ 3 ດ້ານ
ຫ້ອງ ຄຸ້ມຄອງນັກສຶກສາ ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ຖືເອົາວຽກກໍ່ສ້າງພັກທັງ 3 ດ້ານ

ທິດທາງແຜນການໃນຕໍ່ໜ້າ, ຄະນະພັກຮາກຖານ ຈະສືບຕໍ່ປັບປຸງກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຖືເອົາວຽກງານກວດກາ, ກວດການເປັນສໍາຄັນ, ດໍາເນີນຕີລາຄາຈັດແບ່ງປະເພດສະມາຊິກພັກ, ໜ່ວຍພັກຢ່າງເປັນປະຈໍາ, ສຸມໃສ່ວຽກງານຂະຫຍາຍພັກ ໂດຍເນັ້ນດ້ານຄຸນນະພາບເປັນສໍາຄັນ.

ຫ້ອງ ຄຸ້ມຄອງນັກສຶກສາ ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ຖືເອົາວຽກກໍ່ສ້າງພັກທັງ 3 ດ້ານ
ຫ້ອງ ຄຸ້ມຄອງນັກສຶກສາ ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ຖືເອົາວຽກກໍ່ສ້າງພັກທັງ 3 ດ້ານ

ໃນກອງປະຊຸມ, ຍັງໄດ້ປ່ອນບັດເລືອກເອົາຄະນະພັກຮາກຖານຊຸດໃໝ່, ເຊິ່ງມີຜູ້ສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ ແລະ ເຫັນດີເປັນເອກະພາບເລືອກເອົາ ພັທ ເຕື່ອຍ ໄຊທິລາດ ເປັນເລຂາ, ພັທ ພູທອງ ວັນນະຈິດ ເປັນຮອງເລຂາ, ພັທ ນາງ ປັນມະນີ ລັດວົງໄຊ ເປັນປະທານກວດກາ ແລະ ອີກ 2 ສະຫາຍເປັນຄະນະ.

ຫ້ອງຄຸ້ມຄອງນັກສຶກສາ ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ຖືເອົາວຽກກໍ່ສ້າງພັກທັງ 3 ດ້ານ
ຫ້ອງຄຸ້ມຄອງນັກສຶກສາ ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ຖືເອົາວຽກກໍ່ສ້າງພັກທັງ 3 ດ້ານ