ຫຼວງນ້ຳທາ ປາຖະກະຖາວັນສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍ

0
724
 ທ່ານ ສີວິໄລ ປັນແກ້ວ (ຄົນຊ້າຍມື) ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ຫຼວງນໍ້າທາ
ທ່ານ ສີວິໄລ ປັນແກ້ວ (ຄົນຊ້າຍມື) ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ຫຼວງນໍ້າທາ

ວັນທີ 13 ສິງຫາ 2019, ແຂວງ ຫຼວງນໍ້າທາ ໄດ້ຈັດພິທິປາຖະກະຖາວັນສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍ ຄົບຮອບ 69 ປີ (13 ສິງຫາ 1950-13 ສິງຫາ 2019); ເຂົ້າຮ່ວມໂດຍ ທ່ານ ສີວິໄລ ປັນແກ້ວ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງນໍ້າທາ; ມີບັນດາພະແນກການ, ອົງການອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ ແຂວງ, ຫ້ອງການ ຖວທ ເມືອງ 5 ເມືອງ ແລະ ສື່ມວນຊົນກ່ຽວຂ້ອງຈາກແຂວງ, ເມືອງ ເຂົ້າຮ່ວມ.

ທ່ານ ໂຫຼຍ ໄຊເມືອງນາມ ຮອງຫົວໜ້າພະແນກ ຖວທ ແຂວງ

ໄດ້ເລົ່າມູນເຊື້ອຂອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 69 ປີ ໃຫ້ຮູ້ວ່າ: ຕະຫຼອດໄລຍະແຫ່ງການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫຼະພາບສູ່ປະຊາຊົນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ພັກປະຊາຊົນ ປະຕິວັດລາວ ຍາມໃດກໍຖືເອົາວຽກງານໂຄສະນາສຶກສາອົບຮົມຂົນຂວາຍ ເປັນວຽກງານໜຶ່ງທີ່ສຳຄັນໃນວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ, ເຊິ່ງເປັນອາວຸດອັນແຫຼມ ຄົມຂອງພັກໃນການຕໍ່ສູ້ຂອງສະໜາມຮົບການເມືອງ-ແນວຄິດພາຍໃຕ້ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ; ເຊິ່ງວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຍາມໃດກໍໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມຂອງການປະຕິວັດລາວໃນແຕ່ລະໄລຍະ; ເຊິ່ງກົດໝາຍວ່າດ້ວຍສື່ມວນຊົນ ແລະ ກົດໝາຍວ່າດ້ວຍການພິມຈຳໜ່າຍ ໄດ້ຮັບຮອງເອົາວັນທີ 13 ສິງຫາ 1950 ເປັນວັນສື່ມວນຊົນແຫ່ງຊາດ ແລະ ການພິມຈໍາໜ່າຍ.

ບັນດາຜູ້ເຂົ້າຮ່ວມຮັບຟັງ ກຳລັງຕັ້ງໃຈຟັງມູນເຊື້ອວັນດັ່ງກ່າວດ້ວຍຄວາມພາກພູມໃຈ
ບັນດາຜູ້ເຂົ້າຮ່ວມຮັບຟັງ ກຳລັງຕັ້ງໃຈຟັງມູນເຊື້ອວັນດັ່ງກ່າວດ້ວຍຄວາມພາກພູມໃຈ

ໂອກາດດັ່ງກ່າວ, ທ່ານ ພອນສະຫວັນ ພົນທະວິຈິດ ແລະ ທ່ານຜູ້ຕາງໜ້າຈາກຫ້ອງການອົງການກາແດງ ແຂວງ ຫຼວງນໍ້າທາ ໄດ້ມອບຄອມພິວເຕີຕັ້ງໂຕະ ຈຳນວນ 2 ຊຸດ ໃຫ້ພະແນກ ຖວທ ແຂວງຫຼວງນໍ້າທາ ເພື່ອປະກອບສ່ວນຊ່ວຍຟື້ນຟູສະຖານີວິທະຍຸທີ່ຖືກຜົນກະທົບຈາກອັກຄີໄພໄຟໄໝ້ໃນຄັ້ງວັນທີ 6 ກໍລະກົດຜ່ານມາ ໃຫ້ສາມາດກັບມາເປີດໃຊ້ບໍລິການໄດ້ເປັນປົກກະຕິ.