ຕາງໜ້າ  ສະຕາໂທລະຄົມ ໃນການມອບປ້າຍໂຄສະນາປູກຈິດສຳນຶກການຮັກສາຄວາມສະອາດ
ຕາງໜ້າ ສະຕາໂທລະຄົມ ໃນການມອບປ້າຍໂຄສະນາປູກຈິດສຳນຶກການຮັກສາຄວາມສະອາດ

ວັນທີ 12 ສິງຫາ 2019, ບໍລິສັດ ສະຕາໂທລະຄົມ (ຢູນິເທວ) ສາຂາແຂວງບໍລິຄໍາໄຊ ໄດ້ສະໜັບສະໜູນພິມປ້າຍ ແລະ ຕິດຕັ້ງປ້າຍໂຄສະນາ ເພື່ອປູກຈິດສໍານຶກການຮັກສາຄວາມສະອາດພາຍໃນຕົວເມືອງປາກຊັນ ໃຫ້ແກ່ຫ້ອງການອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ເມືອງປາກຊັນ ແຂວງບໍລິຄຳໄຊ; ກ່າວມອບໂດຍ ທ່ານ ນາງ ດາວວອນ ເພັດສານຸພົນ ອໍານວຍການບໍລິສັດສະຕຣາໂທລະຄົມ ແລະ ກ່າວຮັບໂດຍ ທ່ານ ນາງ ເຄນໝັ້ນ ລໍມະນີ ຮອງປະທານ ອພບຕ ເມືອງປາກຊັນ, ມີຄະນະທັງສອງຝ່າຍເຂົ້າຮ່ວມ.

ທ່ານ ນາງ ດາວອນ ເພັດສານຸພົນ ໄດ້ກ່າວວ່າ: ຍ້ອນເຫັນໄດ້ຄວາມສໍາຄັນໃນ ການເຮັດໃຫ້ຕົວເມືອງມີຄວາມສະອາດ, ມີຄວາມເປັນລະບຽບຮຽບຮ້ອຍ; ດັ່ງນັ້ນ, ຢູນິເທວ ມີຄວາມຍິນດີທີ່ໄດ້ເປັນສ່ວນໜຶ່ງໃນການປຸກລະດົມ ແລະ ປູກຈິດສໍານຶກໃຫ້ປະຊາຊົນທົ່ວສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນຊາວເມືອງປາກຊັນ ໃຫ້ພ້ອມກັນຮັກສາຄວາມສະອາດພາຍໃນຕົວເມືອງ, ຊ່ວຍສ້າງຕົວເມືອງໃຫ້ນັບມື້ນັບມີຄວາມສະອາດຈົບງາມ; ເຊິ່ງປະກອບມີ 8 ແຜ່ນ ມູນຄ່າ 8.000.000 ກີບ, ລວມ ມີ 5 ຈຸດ ຄື: ໜ້າໂຮງແຮມປາກຊັນ, ໜ້າວັດຫ້ວຍສຽດ ທາງເຂົ້າຕົວເມືອງປາກຊັນ, ໜ້າສະຖານີໄຟຟ້າລາວ ແລະ 3 ແຍກບ້ານຊະນະໄຊ.

ສົມເປັນການໂຄສະນາແທ້ໆ! ປ້າຍໃຫຍ່ອີ່ຫຼີ
ສົມເປັນການໂຄສະນາແທ້ໆ! ປ້າຍໃຫຍ່ອີ່ຫຼີ! ຊົມເຊີຍໆໆໆໆໆໆ

ໂອກາດດຽວກັນ, ທ່ານ ນາງ ເຄນໝັ້ນ ລໍມະນີ ໄດ້ຕາງໜ້າກ່າວສະແດງຄວາມຂອບໃຈຕໍ່ ທ່ານ ນາງ ດາວອນ ເພັດສານຸພົນ ພ້ອມດ້ວຍຄະນະ ທີ່ເຫັນໄດ້ເຖິງຄວາມ ສໍາຄັນ ແລະ ໄດ້ປະກອບສ່ວນຊ່ວຍເຫຼືອການພິມ ແລະ ຕິດຕັ້ງປ້າຍຈໍານວນດັ່ງກ່າວ; ໃນຄັ້ງນີ້ ເຊິ່ງເປັນກໍາລັງແຮງໃນການປະກອບສ່ວນເຮັດໃຫ້ມີຕົວເມືອງປາກຊັນ ມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍດີ ພ້ອມທັງອວຍພອນໃຫ້ທ່ານຈົ່ງມີສຸຂະພາບແຂງແຮງ ແລະ ໃຫ້ບໍລິສັດ ປະສົບຜົນສຳເລັດໃນການດຳ ເນີນທຸລະກິດຮອບດ້ານ.