ເຈົ້າໜ້າທີ່ຕໍາຫຼວດຈະລາຈອນບັນດາແຂວງ ໄດ້ສຸມໃສ່ແກ້ໄຂບັນຫາອຸບັດຕິເຫດທີ່ເກີດຂຶ້ນທາງຖະໜົນທຸກວິທີ ທາງໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ; ແຕ່ກົງກັນຂ້າມບັນຫາອຸບັດຕິເຫດ ແລະ ຄົນເສຍຊີວິດກໍຍັງຄົງເກີດຂຶ້ນ. ສະນັ້ນ, ເຈົ້າໜ້າທີ່ຕ້ອງຖອດຖອນບົດຮຽນ ແລະ ຊອກວິທີທາງໃໝ່ ເພື່ອເຮັດໃຫ້ການແກ້ໄຂບັນຫາມີປະສິດທິພາບ.

ອຸບັດຕິເຫດທີ່ເກີດຂຶ້ນ
ອຸບັດຕິເຫດທີ່ເກີດຂຶ້ນ

ພັທ ຄໍາສອນ ສີດາວົງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດກະຊວງ ປກສ ໃຫ້ຮູ້ວ່າ:

ໃນການສະກັດກັ້ນ ແລະ ຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນເຈົ້າໜ້າທີ່ ຕໍາຫຼວດຈະລາຈອນບັນດາແຂວງ ກໍໄດ້ສຸມໃສ່ວຽກງານວິຊາສະເພາະຢ່າງຕັ້ງໜ້າ; ໂດຍສະເພາະແມ່ນໂຄງການແກ້ໄຂຈະລາຈອນແອອັດ ແລະ ຫຼຸດຜ່ອນອຸບັດຕິເຫດເປັນຕົ້ນແມ່ນການໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃຫ້ບັນດາສໍານັກງານ-ອົງການ ແລະ ສະຖາບັນ ການສຶກສາຕ່າງໆ; ມີການເຄື່ອນໄຫວຢ່າງປົກກະຕິ ເພື່ອໃຫ້ເຂົາເຈົ້າມີຄວາມ ຮັບຮູ້ດ້ານລະບຽບຈະລາຈອນຢ່າງກວ້າງຂວາງ. ນອກນັ້ນ ກໍຍັງໂຄສະນາຕາມສາຍທາງ ແລະ ຜ່ານສື່ມວນຊົນ; ຄຽງຄູ່ກັນນີ້ ເຈົ້າໜ້າທີ່ກໍເຮັດໜ້າທີ່ປະຈໍາຈຸດປະຈໍາປ້ອມຈັດສັນການຈອດ; ຂາຍເຄື່ອງຊະຊາຍຕາມແຄມທາງທີ່ກີດຂວາງການສັນຈອນ ພ້ອມນີ້ກໍຍັງຕັ້ງດ່ານກວດກາຄວາມບໍ່ເປັນລະບຽບຮຽບຮ້ອຍຂອງຜູ້ຂັບຂີ່; ໂດຍສະເພາະກວດທາດເຫຼົ້າ,ຈັບຄວາມໄວ, ບັນທຸກເກີນ ແລະ ບັງຄັບ ໃຊ້ລະບຽບກົດໝາຍຕໍ່ຜູ້ທີ່ລະເມີດຂັ້ນສຶກສາອົບຮົມ; ກ່າວເຕືອນເຖິງຂັ້ນປັບ ໃໝທັງນີ້ ກໍເພື່ອແນໃສ່ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ມີສະຕິຕື່ນຕົວຕໍ່ການປະຕິບັດກົດລະບຽບຈະລາຈອນຫຼາຍຂຶ້ນ ທັງເປັນການຫຼຸດຜ່ອນອຸບັດຕິເຫດໄປໃນຕົວ.

ເຖິງຈະມີການປະຕິບັດໜ້າທີ່ຢ່າງເຂັ້ມງວດ ແຕ່ອຸບັດຕິເຫດກໍຍັງເກີດຂຶ້ນເປັນຈໍານວນຫຼວງຫຼາຍ ເພາະຍັງມີນັກ ຂັບຂີ່ຈໍານວນບໍ່ໜ້ອຍຍັງມີການລະເມີດກົດລະບຽບການສັນຈອນທີ່ວາງອອກ; ເປັນຕົ້ນບໍ່ມີໃບຂັບຂີ່, ຂັບຂີ່ລົດບໍ່ຮັດ ສາຍນິລະໄພ, ໜວກກັນກະທົບ, ຂັບຂີ່ ລົດໄວ, ແຊງບໍ່ຮັບປະກັນ, ດື່ມສິ່ງມຶນເມົາ ແລະ ບັນຫາຕ່າງໆ ຍັງແກ້ໄຂບໍ່ຕົກ ທີີ່ຍັງເປັນສາເຫດຫຼັກຂອງການເກີດອຸບັດຕິເຫດເຮັດໃຫ້ຄົນເສຍຊີວິດ; ຖ້າວ່າການແກ້ໄຂບັນຫາທີ່ກ່າວມາບໍ່ມີປະສິດທິພາບເທົ່າທີ່ຄວນເຈົ້າໜ້າທີ່ກໍຄວນຫາ ວິທີໃໝ່ເພື່ອໃຫ້ວຽກງານດັ່ງກ່າວ ມີປະສິດທິພາບດີຂຶ້ນກວ່າເກົ່າ.

ອຸບັດຕິເຫດທີ່ເກີດຂຶ້ນ
ອຸບັດຕິເຫດທີ່ເກີດຂຶ້ນ

ໃນເດືອນກໍລະກົດ 2019 ທີ່ຜ່ານມາ, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 416 ຄັ້ງ; ພາຫະນະເປ່ເພເລັກ ໜ້ອຍ 336 ຄັນ, ສົມຄວນ 380 ຄັນ; ໃຊ້ການບໍ່ໄດ້ 18 ຄັນ, ຄົນໄດ້ຮັບບາດ ເຈັບເລັກໜ້ອຍ 278 ຄົນ, ສົມຄວນ 320 ຄົນ, ສາຫັດ 101 ຄົນ ແລະ ເສຍ ຊີວິດ 68 ຄົນ ມູນຄ່າຄວາມເສຍຫາຍ 6.600.000.000 ກວ່າກີບ. ໃນນີ້, ນະຄອນຫຼວງວຽງຈັນ ເກີດອຸບັດຕິເຫດ 91 ຄັ້ງ ເສຍຊີວິດ 17 ຄົນ; ໄຊຍະບູລີ 18 ຄັ້ງ ເສຍຊີວິດ 9 ຄົນ, ສາລະວັນ 20 ຄັ້ງ ເສຍຊີວິດ 7 ຄົນ, ຈໍາປາສັກ 38 ຄັ້ງ ເສຍ ຊີວິດ 5 ຄົນ, ອຸດົມໄຊ 30 ຄັ້ງ ເສຍຊີວິດ 4 ຄົນ, ເຊກອງ 11 ຄັ້ງ ເສຍຊີວິດ 4 ຄົນ; ຫຼວງນໍ້າທາ 26 ຄັ້ງ ເສຍຊີວິດ 3 ຄົນ, ອັດຕະປື 13 ຄັ້ງ ເສຍຊີວິດ 3 ຄົນ,ບໍ່ແກ້ວ 13 ຄັ້ງ ເສຍຊີວິດ 2 ຄົນ, ຫຼວງພະບາງ 39 ຄັ້ງ ເສຍຊີວິດ 2 ຄົນ; ຊຽງຂວາງ 10 ຄັ້ງ ເສຍຊີວິດ 1 ຄົນ, ໄຊ ສົມບູນ 9 ຄັ້ງ ເສຍຊີວິດ 2 ຄົນ; ຄໍາ ມ່ວນ 4 ຄັ້ງ ເສຍຊີວິດ 2 ຄົນ, ສະຫວັນນະເຂດ 9 ຄັ້ງ ເສຍຊີວິດ 2 ຄົນ, ວຽງຈັນ 57 ຄັ້ງ ເສຍຊີວິດ 1 ຄົນ, ຫົວພັນ 1 ຄັ້ງ ເສຍຊີວິດ 1 ຄົນ; ສໍາລັບແຂວງ ຜົ້ງສາລີ ແລະ ບໍລິຄໍາໄຊບໍ່ມີຄົນເສຍຊີວິດ.

ອຸບັດຕິເຫດທີ່ເກີດຂຶ້ນ
ອຸບັດຕິເຫດທີ່ເກີດຂຶ້ນ

ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ໃຫ້ຮູ້ຕື່ມວ່າ: ການແກ້ໄຂອຸບັດຕິເຫດທີ່ເກີດຂຶ້ນທາງຖະໜົນ ຖ້າຜູ້ຂັບຂີ່ເອື່ອຍອິງແຕ່ເຈົ້າໜ້າທີ່ຝ່າຍດຽວກໍຄົງ ຈະແກ້ໄຂໄດ້ຍາກ. ດັ່ງນັ້ນ, ຜູ້ໃຊ້ລົດ-ໃຊ້ ຖະໜົນກໍເປັນອີກສ່ວນສໍາຄັນໜຶ່ງໃນການຫຼຸດຜ່ອນອຸບັດຕິເຫດທາງຖະໜົນໂດຍສະເພາະກໍແມ່ນການປະຕິບັດ ແລະ ບໍ່ຝ່າຝືນກົດລະບຽບຈະລາຈອນທີ່ວາງ ອອກຢ່າງເຂັ້ມງວດ, ເຊື່ອແນ່ວ່າຖ້າຜູ້ຂັບ ຂີ່ທຸກຊັ້ນຄົນນໍາເອົາກົດລະບຽບຈະລາຈອນ ເປັນສະຕິຂອງສັງຄົມບວກກັບການປະຕິບັດໜ້າທີ່ ແລະ ການບັງຄັບໃຊ້ກົດໝາຍຂອງເຈົ້າໜ້າທີ່ຄອບຄູ່ກັນໄປຢ່າງເຂັ້ມງວດ; ການແກ້ໄຂບັນຫາຈະລາຈອນແອອັດໃນຕົວເມືອງໃຫຍ່ ແລະ ອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຕ້ອງຫຼຸດລົງ ຢ່າງແນ່ນອນ.