ພິທີ ມອບ-ຮັບໜ້າທີ່ ລະຫວ່າງ ເຈົ້າເມືອງໆໄຊທານີ ນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 15 ສິງຫາ 2019, ໂດຍມີ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາກໍາມະການພັກນະຄອນຫຼວງວຽງຈັນ, ພະນັກງານຫຼັກແຫຼ່ງ ແລະ ນາຍບ້ານທົ່ວເມືອງ ເຂົ້າຮ່ວມ.

ທ່ານ ນາງ ດໍາດວນ ຈັນທະວົງ ຮອງຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 0604/ຈນຈ, ລົງ ວັນທີ 7 ສິງຫາ 2019 ວ່າດ້ວຍ ການໂຍກຍ້າຍ ແລະ ແຕ່ງຕັ້ງພະນັກງານ, ໂດຍຕົກລົງໂຍກຍ້າຍ ທ່ານ ຄໍາປະດິດ ເຂັມມານິດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະ ນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ມາປະຈໍາການຢູ່ເມືອງ ເປັນເຈົ້າເມືອງໆໄຊທານີ (ຜູ້ໃໝ່) ແລະ ປະກາດທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໄຊທານີ (ຜູ້ເກົ່າ) ເຂົ້າຮັບອຸດໜູນບໍານານ; ຈາກນັ້ນ, ພິທີກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ທ່ານ ຄໍາປະດິດ ເຂັມມານິດ ແລະ ທ່ານ ຈັນທະລາ ອິນທະລັງສີ ໂດຍມີ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ເຂົ້າຮ່ວມເປັນສັກຂີພະຍານ.

ພິທີມອບ - ຮັບໜ້າທີ່ ລະຫວ່າງ ເຈົ້າເມືອງໆໄຊທານີ ນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່
ພິທີ ມອບ – ຮັບໜ້າທີ່ ລະຫວ່າງ ເຈົ້າເມືອງໆໄຊທານີ ນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່

ໂອກາດນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນທີ່ທ່ານເຈົ້າເມືອງຜູ້ເກົ່າ ໄດ້ສຸມທຸກສະຕິປັນຍາເຫື່ອແຮງ, ຄວາມຮູ້, ຄວາມສາມາດຂອງຕົນເຂົ້າໃນການຊີ້ນໍາໆພາວຽກງານຢູ່ພາຍໃນເມືອງທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃນໄລຍະຜ່ານມາດ້ວຍຄວາມຮັບຜິດ ຊອບສູງ ແລະ ປະສົບຜົນສໍາເລັດເປັນກ້າວໆ ເຮັດໃຫ້ພາຍໃນເມືອງມີຄວາມພັດທະນາ, ສີວິໄລ, ມີຄວາມສະ ຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍດີ, ພ້ອມນີ້, ກໍໄດ້ເນັ້ນໜັກໃຫ້ທ່ານ ເຈົ້າເມືອງຜູ້ໃໝ່ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ ຈົ່ງເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ, ຍົກສູງຄວາມຮູ້ຄວາມສາມາດ ໃນການຊີ້ນໍາໆພາບັນດາວຽກງານທີ່ພັກ-ລັດມອບໝາຍໃຫ້ ເພື່ອເຮັດໃຫ້ເມືອງມີຄວາມຈະເລີນ ຮຸ່ງເຮື່ອງສີວິໄລ ສະຫງົບ-ປອດໄພ ຂຶ້ນເລື້ອຍໆ.