ໃນກອງປະຊຸມໃຫຍ່ ຄັ້ງທີ I ຂອງສະຫະພັນແມ່ຍິງຮາກຖານ ສານປະຊາຊົນພາກກາງ ໃຫ້ຮູ້ວ່າ: ໃນໄລຍະ 3 ປີຜ່ານມາ ( 2017-2019) ຄະນະສະຫະພັນແມ່ຍິງ ໄດ້ນໍາພາສະມາຊິກປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສາມາດສ້າງສະມາຊິກ ແມ່ຍິງ 3 ດີໄດ້ 100%.

ກອງປະຊຸມສະຫະພັນແມ່ຍິງຮາກຖານ ສານປະຊາຊົນພາກກາງ
ກອງປະຊຸມສະຫະພັນແມ່ຍິງຮາກຖານ ສານປະຊາຊົນພາກກາງ

ທ່ານ ນາງ ບົວວອນ ສີສະຫວັດ ປະທານສະຫະພັນແມ່ຍິງ ຮາກຖານສານປະຊາຊົນພາກກາງ ກ່າວໃນກອງປະຊຸມດັ່ງກ່າວທີ່ຈັດ ຂຶ້ນໃນວັນທີ 14 ສິງຫາ 2019 ໂດຍ ມີທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນພາກກາງ; ທ່ານ ນາງ ຄໍາໄພ ລັດສະໝີ ປະທານ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມວ່າ: ໄລຍະຜ່ານມາ ເຫັນໄດ້ວ່າສະມາຊິກແມ່ຍິງ ໄດ້ມີຄວາມບຸກບືນຫ້າວຫັນໃນການປະຕິບັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍຄຽງບ່າ-ຄຽງໄຫຼ່ກັບພະນັກງານເພດຊາຍ ມີຜົນສໍາເລັດສະແດງອອກ: ສາມາດຄົ້ນຄວ້າຄະດີ ໄດ້ທັງໝົດ 665 ເລື່ອງ, ພິພາກສາ 627 ເລື່ອງ ຢູ່ໄອຍະການ 30 ເລື່ອງ, ຍັງຄ້າງ 8 ເລື່ອງ, ບັນທຶກເອກະສານເຂົ້າ-ອອກ ໄດ້ຈໍານວນ 3.225 ສະບັບ. ຕິດພັນກັບການຊີ້ນໍາ-ນໍາພາສະມາຊິກຈັດຕັ້ງຜັນຂະຫຍາຍເນື້ອໃນ ຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ ສາມາດຕີລາຄາສະມາຊິກແມ່ຍິງ 3 ດີປະເພດ I ໄດ້ 25 ສະຫາຍ ເທົ່າ ກັບ 100%.

ກອງປະຊຸມສະຫະພັນແມ່ຍິງຮາກຖານ ສານປະຊາຊົນພາກກາງ
ກອງປະຊຸມສະຫະພັນແມ່ຍິງຮາກຖານ ສານປະຊາຊົນພາກກາງ

ໃນ 3 ປີຕໍ່ໜ້າ, ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານເພດຍິງ; ເອົາໃຈໃສ່ ປັບປຸງແບບແຜນວິທີເຮັດວຽກ, ເພື່ອສາມາດຈັດຕັ້ງປະຕິບັດພາລະໜ້າທີ່-ທີ່ພັກ-ລັດມອບໝາຍໃຫ້; ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ແຂ່ງ ຂັນ 3 ດີ ໃຫ້ຮັບຮູ້ ແລະ ຮ່ວມຂະບວນການຢ່າງຟົດຟື້ນ ໂດຍຖືເອົາ ຂໍ້ແຂ່ງຂັນ 3 ດີ ເປັນເນື້ອໃນຂອງ ການດຳເນີນຊີວິດການເມືອງ ຂອງສະຫະພັນແມ່ຍິງ ໃຫ້ສອດຄ່ອງກັບການປະຕິບັດໜ້າທີ່ວຽກງານ.

ກອງປະຊຸມສະຫະພັນແມ່ຍິງຮາກຖານ ສານປະຊາຊົນພາກກາງ
ກອງປະຊຸມສະຫະພັນແມ່ຍິງຮາກຖານ ສານປະຊາຊົນພາກກາງ

ກອງປະຊຸມຍັງໄດ້ປ່ອນບັດ ຄັດເລືອກເອົາຄະນະສະຫະພັນ ແມ່ຍິງຮາກຖານ ຊຸດໃໝ່ ເຊິ່ງມີຜູ້ ລົງສະໝັກ ທັງໝົດ 8 ສະຫາຍ ເລືອກເອົາ 5 ສະຫາຍ ໂດຍເລືອກ ໄດ້: ທ່ານ ນາງ ທອງສະໝຸດ ເທບປັນຍາ ເປັນປະທານ, ທ່ານ ນາງ ນ້ອຍ ສົງບົວໄລ ເປັນຮອງ, ທ່ານ ນາງ ລັດດາວັນ ສີສະຫວາດ ເປັນປະທານກວດກາ ແລະ ອີກ 2 ທ່ານເປັນຄະນະ.