ທ່ານ ຄຳປີງ ແສງຕານນະລາດ ຫົວໜ້າກົມນະໂຍບາຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ທ່ານ ຄຳປີງ ແສງຕານນະລາດ ຫົວໜ້າກົມນະໂຍບາຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ວັນທີ 14 ສິງຫາ 2019, ທີ່ສະໂມສອນເມືອງອະນຸວົງ ທີມງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ນຳພາໂດຍ ທ່ານ ຄຳປີງ ແສງຕານນະລາດ ຫົວໜ້າກົມນະໂຍບາຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍທີມງານ; ໃຫ້ກຽດຕ້ອນຮັບໂດຍ ທ່ານ ສົມບູນສອນ ລິດທິເດດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານ-ວິຊາການຢ່າງອົບອຸ່ນ.

ໃນພິທີ, ທ່ານ ສົມບູນ ສອນລິດ ທິເດດ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2019 ແລະ ແຜນການປີ 2020; ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຕໍ່ກັບບົດລາຍງານຢ່າງກົງໄປ-ກົງມາ ເພື່ອໃຫ້ເນື້ອໃນຄົບຖ້ວນ ແລະ ສົມບູນຍິ່ງຂຶ້ນ.

ໃນໂອກາດຂອງການລົງພົບປະຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ທ່ານ ຄຳປີງ ແສງຕານນະລາດ ຍັງໄດ້ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີສະຕິຕໍ່ການຈັດຕັ້ງ, ມີວິໄສທັດທີ່ກວ້າງຂວາງ ແລະ ຜູກມັດກັບບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງໃຫ້ນັບມື້ນັບຫຼາຍຂຶ້ນ.

ພ້ອມນີ້, ທາງທີມງານຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີ: ເຂົ້າສານຈາກກອງທຶນ KR1 (ເຄອາໜຶ່ງ) ຈຳນວນ 10.572 ກິໂລກຼາມ, ເຄື່ອງນຸ່ງຫົ່ມ ແລະ ເກີບຈາກ ສ ເກົາຫຼີ ຈຳນວນ 100 ແກັດ.