ປາແຊວມອນຕາຍຫ່າ ເພາະຄື້ນຄວາມຮ້ອນແຜ່ກະຈາຍ ໃນອາລາສກາ

0
1215

ໃນທ້າຍອາທິດ ທີ່ຜ່ານມາ, ສຳນັກຂ່າວ CNN ລາຍງານຜນົກະທົບ ຈາກປະກົດການຄື້ນຄວາມຮ້ອນ ໃນໄລຍະລະດູຮ້ອນປີນີ້ ທີ່ແຜ່ປົກຄຸມລັດອາລາສກາ ສະຫະລັດອາເມລິກາ ເຊິ່ງປົກກະຕິມີອາກາດເຢັນ ວ່າ: ເຖິງຂັ້ນເຮັດໃຫ້ ປາແຊວມອນ ຕາຍຫ່າ ເປັນຈຳນວນຫຼາຍ.

ນັກວິທະຍາສາດ ນຳທີມໂດຍ ສະເຕຟານີ ຄວິນ – ເດວິດສັນ ຜູ້ອຳນວຍການຄະນະກຳມາທິການ ປາແມ່ນໍ້າຢູຄອນ ເດີນທາງໄປສຳຫຼວດຕາມແລວແມ່ນໍ້າໂຄໂຢຄຸກ ໃນລັດອາລາສກາ ໃນທ້າຍເດືອນກໍລະກົດ ທີ່ຜ່ານມາ ຫຼັງຈາກໄດ້ຮັບແຈ້ງຈາກຄົນທ້ອງຖິ່ນວ່າ ມີປາແຊວມອນຕາມເປັນຈຳນວນຫຼາຍ.

ເມື່ອໄປເຖິງ ສະເຕຟານີ ແລະ ຄະນະນັກສຳຫຼວດ ນັບຊາກປາຕາຍໄດ້ 850 ໂຕ, ຄາດວ່າ ຈຳນວນທີ່ແທ້ຈິງ ອາດສູງກວ່ານີ້ 4-10 ເທົ່າ, ເມື່ອກວດເບິ່ງຊາກປາເພື່ອຫາ ບາດແຜ, ແບັກທີເຣຍ ແລະ ການຕິດເຊື້ອຕ່າງໆແລ້ວ ກໍບໍ່ພົບ ແລະ ເຖິງແມ່ນວ່າ ຈະຜ່າຊາກປາແຊວມອນ ເບິ່ງພາຍໃນແລ້ວ ພົບວ່າ ສ່ວນຫຼາຍຍັງມີໄຂ່ທີ່ສົມບູນ; ດັ່ງນັ້ນ, ຈຶ່ງເປັນໄປໄດ້ວ່າ ປະກົດການຄື້ນຄວາມຮ້ອນ ອາດເປັນສາເຫດທີ່ເຮັດໃຫ້ປາຕາຍ ພ້ອມທັງບອກວ່າ ຕະຫຼອດການເຮັດວຽກເປັນ ນັກວິທະຍາສາດ ມາ 8 ປີ ບໍ່ເຄີຍພົບເຫດການຢ່າງນີ້ມາກ່ອນ.

ທ່ານ ຊູ ເມົາເກີ ຜູ້ອຳນວຍການ ດ້ານວິທະຍາສາດ ອົງກອນອະນຸລັກປາກແມ່ນໍ້າຄຸກ ບອກວ່າ:

ອຸນຫະພູມໃນນໍ້າສູງຂຶ້ນ ຈົນທຳລາຍສະຖິຕິ ເຊັ່ນດຽວກັບ ອຸນຫະພູມໃນອາກາດ ໂດຍອຸນຫະພູມນໍ້າໃນປີນີ້ ສູງເຖິງ 24,4 ອົງສາເຊ ເຊິ່ງເປັນຕົວເລກສູງສຸດ ເທົ່າທີ່ມີການເກັບສະຖິຕິທີ່ປາກແມ່ນໍ້າຄຸກ ມາຕັ້ງແຕ່ປີ 2002 ແລະ ໃນວັນທີ 7 ກໍລະກົດ ປາກແມ່ນໍ້າຄຸກ ວັດແທກອຸນຫະພູມໃນນໍ້າໄດ້ 27,6 ອົງສາເຊ.

ທ່ານ ຊູ ບອກອີກວ່າ:

ເຄີຍຕີພິມເຜີຍແຜ່ຜົນການສຶກສາ ໃນປີ 2016 ວ່າດ້ວຍ ຜົນກະທົບປານກາງ ແລະ ຮຸນແຮງ ຈາກການປ່ຽນແປງສະພາບອາກາດ ທີ່ມີຜົນຕໍ່ແມ່ນໍ້າໃນອາລາສກາ ເຊິ່ງປະກົດວ່າ ປີນີ້ ອຸນຫະພູມໃນນໍ້າສູງກວ່າທີ່ຄາດຄະເນໄວ້ ວ່າ ຈະປະເຊີນປະກົດການທີ່ຮ້າຍແຮງທີ່ສຸດ ໃນປີ ຄ.ສ 2069 ຫຼື ອີກ 50 ປີຂ້າງໜ້າ.

ບໍ່ພົບບາດແຜໃດໆ
ບໍ່ພົບບາດແຜໃດໆ

ອຸນຫະພູມນໍ້າທີ່ອຸ່ນຂຶ້ນ ສົ່ງຜົນຕໍ່ປາແຊວມອນຫຼາຍດ້ານ ເຊັ່ນ: ປາບໍ່ມີອົກຊີແຊນໄປເຖິງທ້ອງ ຫຼື ອາດຈະບໍ່ມີແຮງທີ່ຈະວາງໄຂ່ ຈຶ່ງຕາຍທັ້ງທີ່ມີໄຂ່ເຕັມທ້ອງ ຈຶ່ງໜ້າກັງວົນວ່າ ຈຳນວນປາແຊວມອນ ຈະຕົກຢູ່ໃນຄວາມສ່ຽງຫຼຸດລົງ.

ສ່ວນອີກສາເຫດໜຶ່ງ ທີ່ເຮັດໃຫ້ຈຳນວນປາແຊວມອນ ຫຼຸດລົງ ຄື: ການຈັບປາຫຼາຍເກີນໄປ ທາງທິດຕາເວັນຕົກສຽງໃຕ້ຂອງການາດາ ຈົນເຖິງດ້ານຕາເວັນຕົກສຽງເໜືອ ຂອງລັດວໍຊີງຕັນ ໃນສະຫະລັດອາເມລິກາ, ຂະນະທີ່ ວານອໍກາ ກໍຕົກຢູ່ໃນຄວາມສ່ຽງດ້ວຍເຊັ່ນກັນ ເພາະວ່າ ປາແຊວມອນ ເປັນອາຫານຂອງວານອໍກາ ແລະ ເມື່ອ ປາແຊວມອນ ຫຼຸດລົງ ກໍສົ່ງຜົນກະທົບໂດຍກົງກັບ ຈຳນວນຂອງວານອໍກາ  ທີ່ຫຼຸດລົງຢູ່ແລ້ວ ຕະຫຼອດໄລຍະ 10 ປີ ທີ່ຜ່ານມາ.

ຜ່າທ້ອງແລ້ວ ກໍຍັງບໍ່ພົບຫຍັງຜິດສັງເກດ
ຜ່າທ້ອງແລ້ວ ກໍຍັງບໍ່ພົບຫຍັງຜິດສັງເກດ

ໃນອາທິດ ທີ່ຜ່ານມາ, ສຳນັກງານຄຸ້ມຄອງສິ່ງແວດລ້ອມ ຍອມຮັບວ່າ:

ບໍ່ສາມາດຄັດຄ້ານ ໂຄງການບໍ່ແຮ່ ໃນລັດອາລາສກາ ໄດ້ ທັ້ງທີ່ຮູ້ວ່າ ຈະສົ່ງຜົນໃຫຍ່ຫຼວງກັບ ການປະມົງປາແຊວມອນ ເນື່ອງຈາກ ປະທານາທິບໍດີ ໂດໂນ ທຣຳ ຫາລືກັບ ທ່ານ ໄມ ດັນເລຍວີ ເຈົ້າຂອງລັດອາລາສກາ ແລ້ວ.

ແນວໃດກໍຕາມ, ທ່ານ ນາງ ແມຣີ ແຄັດເທີຣີນ ມາຕິນ ໂຄສົກ ອົງກອນບໍ່ສະແຫວງຫາຜົນກຳໄລ ແຊວມອນ ສະເຕດ ເບິ່ງໃນທາງທີ່ດີວ່າ: ປາແຊວມອນ ປັບຕົວໄດ້ດີ ແລະ ຈຳນວນຫຼາຍຂຶ້ນ ຕົວຢ່າງເຊັ່ນ: ທີ່ອ່າວບຣິດສ໌ໂຕ ລັດອາລາສກາ ເຊິ່ງມີການຈັບປາແຊວມອນ ຊັອກອາຍ ຫຼາຍທີ່ສຸດໃນໂລກ.

ໄຂ່ປາ ກໍຍັງສົມບູນດີ
ໄຂ່ປາ ກໍຍັງສົມບູນດີ

“ ແຕ່ລະປີ ມີປາແຊວມອນເພີ່ມຂຶ້ນ, ໃນປີ 2016 ຈັບປາແຊວມອນໄດ້ 2.000 ລ້ານໂຕ ເຊິ່ງຫຼາຍທີ່ສຸດ ນັບຕັ້ງແຕ່ມີການປະມົງ ມາດົນນັບຮ້ອຍປີ ແລະ ແຊວມອນ ຈະຍັງຢູ່ຄູ່ກັບວິຖີຊີວິດ ຊາວອາລາສກາ ຕໍ່ໄປອີກຫຼາຍພັນປີ ”.