ຊຸມປີ 2014-2018 ຜ່ານມາ, ຄະນະໜ່ວຍພັກຮາກຖານ ຫ້ອງການ ວິທະຍາຄານສັນຕິບານ ປະຊາຊົນ (ວສປ) ໄດ້ນໍາພາສະມາຊິກ ປະຕິບັດວຽກງານວິຊາສະເພາະ ດ້ວຍຄວາມຫ້າວຫັນ ເຮັດໃຫ້ວຽກງານແຕ່ລະດ້ານມີຜົນສໍາເລັດ ເປັນຕົ້ນແມ່ນວຽກງານຄົ້ນຄວ້າສັງລວມ, ພິທີການ ແລະ ພົວພັນຕ່າງປະເທດ, ຂາເຂົ້າ-ຂາ ອອກ, ສໍານວນ-ສໍາເນົາ ຕະຫຼອດຮອດວຽກງານປ້ອງກັນເວນຍາມ.

ຄະນະໜ່ວຍພັກຮາກຖານ ຫ້ອງການ ວສປ ນໍາພາສະມາຊິກປະຕິບັດວຽກ ງານວິຊາສະເພາະດ້ວຍຜົນສຳເລັດ
ຄະນະໜ່ວຍພັກຮາກຖານ ຫ້ອງການ ວສປ ນໍາພາສະມາຊິກປະຕິບັດວຽກ ງານວິຊາສະເພາະດ້ວຍຜົນສຳເລັດ

ສະຫາຍ ພັທ ປຣະສິດ ໄຊຍະເດດ ເລຂາໜ່ວຍພັກຮາກຖານ ຫ້ອງການ ວສປ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຮາກຖານ ຫ້ອງການ ທີ່ຈັດຂຶ້ນ ໃນວັນທີ 16 ສິງຫາ 2019 ໂດຍມີ ສະຫາຍ ພົຈວ ປອ ວັນເຮືອງ ນັນທະຈັກ ຄະນະພັກກະຊວງ ເລຂາອົງຄະນະພັກ ອໍານວຍການ ວສປ ພ້ອມດ້ວຍສະມາຊິກພັກ ເຂົ້າ ຮ່ວມວ່າ: ຜ່ານມາ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຊີ້ນໍາບັນດາພະແນກທີ່ຂຶ້ນກັບປະຕິບັດວຽກງານວິຊາສະ ເພາະດ້ວຍຄວາມຮັບຜິດຊອບສູງ ສະແດງອອກ ຄື: ສາມາດສັງລວມບົດສະຫຼຸບປະຈໍາອາທິດໄດ້ 208 ສະບັບ, ປະຈໍາເດືອນ 16 ຄັ້ງ, ປະຈໍາປີ 8 ຄັ້ງ, ປະກອບເອກະສານໃຫ້ກົມພົວພັນການຕ່າງປະເທດ ສົ່ງພະນັກງານຄູ-ອາຈານ ໄປຮຽນໄດ້ 10 ຄັ້ງ, ຕ້ອນຮັບແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ 354 ຄັ້ງ, ສັບຊ້ອນເກັບມ້ຽນເອກະສານໄດ້ 2.236 ສະບັບ, ເອກະສານເຂົ້າ 410 ຄັ້ງ, ອອກ 928 ສະບັບ, ເປີດການຝຶກອົບຮົມສ້າງເອ ກະສານທາງການໄດ້ 1 ຄັ້ງ, ປ້ອງກັນເວນຍາມປ້ອມປະຕູໂຂງໄດ້ 3.132 ຊົ່ວໂມງ.

ຄະນະໜ່ວຍພັກຮາກຖານ ຫ້ອງການ ວສປ ນໍາພາສະມາຊິກປະຕິບັດວຽກ ງານວິຊາສະເພາະດ້ວຍຜົນສຳເລັດ
ຄະນະໜ່ວຍພັກຮາກຖານ ຫ້ອງການ ວສປ ນໍາພາສະມາຊິກປະຕິບັດວຽກ ງານວິຊາສະເພາະດ້ວຍຜົນສຳເລັດ

ໃນກອງປະຊຸມໄດ້ ປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍພັກ ຊຸດໃໝ່ ມີສະຫາຍ ພັທ ປຣະສິດ ໄຊຍະເດດ ເປັນເລຂາ, ສະຫາຍ ພັທ ຈັນທະສອນ ສີຫາວົງ ເປັນຮອງ; ສະຫາຍ ພັທ ວິກອນຄໍາ ເທບວິໄລວົງ ເປັນປະທານກວດກາ ແລະ ອີກ 2 ສະຫາຍ ເປັນຄະນະ ເພື່ອສືບຕໍ່ນໍາພາພະນັກງານສະມາຊິກພັກປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ ພ້ອມທັງປັບປຸງສັບຊ້ອນພະນັກງານ-ນັກຮົບໃຫ້ພຽງພໍ ແລະ ຖືກຕ້ອງຕາມຄວາມຮູ້-ຄວາມສາມາດຂອງແຕ່ລະສະຫາຍ ເພື່ອເຮັດໃຫ້ວຽກງານທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ມີຜົນສໍາເລັດຕາມຄາດໝາຍ.

ປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍພັກ ຊຸດໃໝ່
ປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍພັກຊຸດໃໝ່