ປກສ ເມືອງທົ່ງມີໄຊ ມອບຜູ້ຖືກຫາ ກັບຄືນປະເທດ

ສົ່ງມອບຜູ້ຖືກຫາ ຄະດີຄອບຄອງຢາເສບຕິດ ແລະ ເຂົ້າເມືອງຜິດກົດໝາຍ

0
1762

ວັນທີ 9 ສິງຫາ 2019, ເຈົ້້າໜ້າທີ່ ປກສ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ດຳເນີນການ ສົ່ງມອບຜູ້ຖືກຫາ ຄະດີຄອບຄອງຢາເສບຕິດ ແລະ ເຂົ້າເມືອງຜິດກົດໝາຍ ໃຫ້ແກ່ ເຈົ້າໜ້າທີ່ຕໍາຫຼວດໄທ ນຳໄປສືບຕໍ່ດຳເນີນຕາມຂະບວນການກົດໝາຍຂອງ ປະເທດໄທ; ເຊິ່ງ ຜູ້ຖືກຫາ 2 ຄົນ ຊື່ວ່າ ທ້າວ ວັນສະເຫຼີມ ອາຍຸ 14 ປີ ແລະ ທ້າວ ອານົນ ອາຍຸ 16 ປີ ທັງ 2 ຢູ່ບ້ານຫ້ວຍຍາງ ເມືອງບ້ານໂຄກ ແຂວງອຸດຕະຣະດິດ ຣາຊະອານາຈັກໄທ.

ທ້າວ ວັນສະເຫຼີມ ອາຍຸ 14 ປີ ແລະ ທ້າວ ອານົນ ອາຍຸ 16 ປີ ທັງ 2 ຄົນ ກໍ່ຄະດີ ລັກລອບເຂົ້າເມືອງ ແລະ ມີຢາບ້າໄວ້ໃນຄອບຄອງ.

ເຈົ້າໜ້າທີ່ ປກສ ເມືອງທົ່ງມີໄຊ ໃຫ້ຮູ້ກ່ຽວກັບ ການດຳເນີນການ ສົ່ງມອບຜູ້ຖືກຫາ ວ່າ:

ທັງ 2 ຄົນ ຖືກກັກຕົວ ໃນວັນທີ 11 ມີຖຸນາ 2019 ໃນຂໍ້ຫາມີຢາບ້າໄວ້ໃນຄອບຄອງ ແລະ ເຂົ້າເມືອງຜິດກົດໝາຍ ແລະ ພວກກ່ຽວມີຂອງກາງຢາບ້າ 22 ເມັດ; ເຊິ່ງກ່າວມອບໂດຍ ທ່ານ ສົມພອນ ໄຊດວງຕາ ເຈົ້າເມືອງໆທົ່ງມີໄຊ ແລະ ກ່າວຮັບໂດຍ ທ່ານ ວິທະຍາ ເກົ້າວິກອນ ເຈົ້າເມືອງໆບ້ານໂຄກ ແຂວງອຸດຕະຣະດິດ.

ສົ່ງມອບຜູ້ຖືກຫາ ຄະດີຄອບຄອງຢາເສບຕິດ ແລະ ເຂົ້າເມືອງຜິດກົດໝາຍ
ສົ່ງມອບຜູ້ຖືກຫາ ຄະດີຄອບຄອງຢາເສບຕິດ ແລະ ເຂົ້າເມືອງຜິດກົດໝາຍ

ການມອບ-ຮັບຜູ້ຖືກຫາ ຄັ້ງນີ້ ແມ່ນປະຕິບັດຕາມ ບົດບັນທຶກ ກອງປະຊຸມປະສານງານຮ່ວມ ລະຫວ່າງ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ສປປ ລາວ ແລະ ເມືອງບ້ານໂຄກ ແຂວງອຸດຕະລະດິດ ຣາຊະອານາຈັກໄທ; ໃນກໍລະນີ ພົນລະເມືອງຂອງຝ່າຍໃດ – ຝ່າຍໜຶ່ງ ກະທຳຜິດ ຕ້ອງໄດ້ແຈ້ງໃຫ້ ເຈົ້າໜ້າທີ່ ອີກຝ່າຍຮັບຮູ້ ໃນເວລາອັນເໝາະສົມ ເພື່ອສືບຕໍ່ດໍາເນີນກົດໝາຍ ແລະ ກໍເພື່ອເຮັດໃຫ້ເສັ້ນທາງຕາມຊາຍແດນຂອງທັງສອງປະເທດ ເປັນເສັ້ນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທີ່ດີ ຕະຫຼອດໄປ.