ໂຮງຮຽນທິດສະດີການເມືອງ (ຮທມ) ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສຳເລັດການສຶກສາຮ່ຳຮຽນໃນຊຸດຮຽນ ລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XI ແລະ ອະນຸປະລິນຍາ ທິດສະດີການເມືອງ – ການບັນຊາ ຮຸ່ນທີ XII, ໃນວັນທີ 16 ສິງຫາ 2019, ໂດຍມີ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ເປັນປະທານ ແລະ ມອບໃບປະກາສະນີຍະບັດ ໂດຍ ພັອ ຊາຍຄອງ ເພັດຊະວົງ ຫົວໜ້າອໍານວຍການ ຮທມ, ມີຮອງອໍານວຍການ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ໂຮງຮຽນທິດສະດີການເມືອງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ມອບໃບປະກາສະນີຍະບັດ
ໂຮງຮຽນທິດສະດີການເມືອງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ມອບໃບປະກາສະນີຍະບັດ

ພັທ ຄໍາແວນ ສີຫາລາດ ຮອງ ຫົວໜ້າອໍານວຍການ ກ່າວວ່າ: ຊຸດຮຽນລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XI ເລີ່ມເປີດຮຽນ ແຕ່ວັນທີ 21 ມີນາ 2019, ມີນັກສຶກສາ ທັງໝົດ 67 ສະຫາຍ ຍິງ 10 ສະຫາຍ, ມີໜ້າທີ່ຮັບຜິດຊອບຂັ້ນຫົວໜ້າ – ຮອງກົມ, ຫົວໜ້າ – ຮອງຫ້ອງ, ຫົວໜ້າ – ຮອງພະແນກ. ລະບົບການຮຽນມີ 5 ວິ ຊາຮຽນ, ມີ 65 ບົດ, ມີ 485 ຊົ່ວໂມງ, ຮຽນຕົວຈິງ 272 ຊົ່ວໂມງ, ລາຍງານເພີ່ມ 35 ຊົ່ວໂມງ, ສໍາມະນາ 72 ຊົ່ວໂມງ, ທັດສະນະ 28 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ 40 ຊົ່ວໂມງ, ສອບເສັງ 31 ຊົ່ວໂມງ ແລະ ຂຽນບົດ 7 ຊົ່ວ ໂມງ. ຜ່ານການຮໍ່າຮຽນມີນັກສຶກສາ ໄດ້ເກຼດ A ມີ 46 ສະຫາຍ ຍິງ 10 ສະ ຫາຍ, ເກຼດ B+ ມີ 20 ສະຫາຍ, ຜົນຂອງການປ້ອງກັນບົດສະເລຍ ໄດ້ເກຼດ A ມີ 51 ສະຫາຍ ຍິງ 10 ສະຫາຍ, ເກຼດ B ມີ 15 ສະຫາຍ.

ໂຮງຮຽນທິດສະດີການເມືອງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ມອບໃບປະກາສະນີຍະບັດ
ໂຮງຮຽນທິດສະດີການເມືອງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ມອບໃບປະກາສະນີຍະບັດ

ຊຸດຮຽນອະນຸປະລິນຍາ ທິດສະດີການເມືອງ – ການບັນຊາ ຮຸ່ນ ທີ XII ໄດ້ເລີ່ມຮຽນແຕ່ວັນທີ 8 ກັນຍາ 2017, ມີນັກສຶກສາ 62 ສະຫາຍ ຍິງ 7 ສະຫາຍ, ມີໜ້າທີ່ຕໍາແໜ່ງຂັ້ນກົມ, ຫ້ອງ, ພະແນກ, ມີລະບົບການຮຽນ 2 ປີ, ມີ 32 ວິຊາຮຽນ, ມີ 83 ໜ່ວຍກິດ, ມີ 1.776 ຊົ່ວໂມງ, ຜ່ານການຮໍ່າຮຽນ ມີຜູ້ໄດ້ຄະແນນເກຼດ A ມີ 15 ສະຫາຍ, ເກຼດ B+ ມີ 47 ສະຫາຍ, ສະເພາະຜົນການປ້ອງກັນບົດຈົບຊັ້ນ ມີຜູ້ໄດ້ເກຼດ A ມີ 46 ສະຫາຍ, ເກຼດ B ມີ 16 ສະຫາຍ.

ໂຮງຮຽນທິດສະດີການເມືອງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ມອບໃບປະກາສະນີຍະບັດ
ໂຮງຮຽນທິດສະດີການເມືອງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ມອບໃບປະກາສະນີຍະບັດ