ສະຖານະການໄຟປ່າ ທີ່ກຣານຄານາເຣຍ ຍັງບໍ່ສາມາດຄວບຄຸມໄດ້

0
636
ສະຖານະການໄຟປ່າ ທີ່ກຣານຄານາເຣຍ ຍັງບໍ່ສາມາດຄວບຄຸມໄດ້
ສະຖານະການໄຟປ່າ ທີ່ກຣານຄານາເຣຍ ຍັງບໍ່ສາມາດຄວບຄຸມໄດ້

ໃນວັນທີ 20 ສິງຫາ ນີ້ວ່າ: ທາງການແຄວ້ນປົກຄອງຕົນເອງໝູ່ເກາະຄະແນຣີ, ເຊິ່ງຕັ້ງຢູ່ຫ່າງຈາກແອັດສະປາຍໄປທາງຕາເວນຕົກສຽງໃຕ້ ແລະ ຫ່າງຈາກແຄມຝັ່ງຕາເວັນຕົກຂອງທະວີບອາຟຣິກກາ ປະມານ 150 ກິໂລ ແມັດ ລາຍງານວ່າ ສະຖານະການໄຟປ່າ ຄັ້ງຮ້າຍແຮງທີ່ສຸດທີ່ລຸກໄໝ້ຢູ່ເກາະກຣານຄານາເຣຍ, ເຊິ່ງເປັນສ່ວນໜຶ່ງຂອງໝູ່ເກາະຄະແນຣີ ຕັ້ງແຕ່ວັນທີ 17 ສິງຫາ ທີ່ຜ່ານມານັ້ນ ຍັງບໍ່ສາມາດຄວບຄຸມໄດ້ ສົ່ງຜົນໃຫ້ເຈົ້າໜ້າທີ່ກູ້ໄພຕ້ອງເພີ່ມການອົບພະຍົບປະຊາຊົນໃນພື້ນທີ່ສ່ຽງອີກ 2 ເທົ່າເ ລວມດເກືອບ 9.000 ຄົນແລ້ວ.

ສະຖານະການໄຟປ່າ ທີ່ກຣານຄານາເຣຍ ຍັງບໍ່ສາມາດຄວບຄຸມໄດ້
ສະຖານະການໄຟປ່າ ທີ່ກຣານຄານາເຣຍ ຍັງບໍ່ສາມາດຄວບຄຸມໄດ້

ສະຖານະການໄຟປ່າ ດັ່ງກ່າວ ເກີດຂຶ້ນເປັນຄັ້ງທີ່ 3 ພາຍໃນໄລຍະເວລາ 10 ວັນ, ເຜົາທຳລາຍເນື້ອທີ່ໄປແລ້ວຫຼາຍກວ່າ 15.000 ເອເຄີ ລວມເຖິງສ່ວນໜຶ່ງຂອງທາມາດາບາ ເຂດອະນຸຣັກນິເວດວິທະຍາ, ເຊິ່ງເປັນມໍລະດົກໂລກທາງທຳມະຊາດຂອງອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNES -CO) ທີ່ຕັ້ງຢູ່ເທິງເກາະກຣານຄານາເຣຍ ນຳອີກ. ຂະນະດຽວກັນນັ້ນ, ເຈົ້າໜ້າທີ່ໄດ້ມີການເພີ່ມເຮລີກັອບແຕ່ອີກຢ່າງໜ້ອຍ 16 ລຳ, ເຮືອບິນໂຮຍສານເຄມີມອດໄຟອີກຫຼາຍລຳ ແລະ ເພີ່ມເຈົ້າໜ້າທີ່ມອບໄຟອີກ 1.000 ຄົນ ເພື່ອເລັ່ງຄວບຄຸມສະຖານະການ.

ສະຖານະການໄຟປ່າ ທີ່ກຣານຄານາເຣຍ ຍັງບໍ່ສາມາດຄວບຄຸມໄດ້
ສະຖານະການໄຟປ່າ ທີ່ກຣານຄານາເຣຍ ຍັງບໍ່ສາມາດຄວບຄຸມໄດ້

ສຳລັບເກາະກຣານຄານາເຣຍ ຖືເປັນເກາະຂະໜາດໃຫຍ່ທີ່ສຸດ ອັນດັບ 3 ຂອງໝູ່ເກາະຄະແນຣີ ໂດຍເກາະກຣານຄານາເຣຍ ມີຄວາມກວ້າງພຽງແຕ່ 50 ກິໂລແມັດ ແຕ່ມີປະຊາກອນອາໃສຢູ່ຢ່າງໜາແໜ້ນຫຼາຍເຖິງ 850.000 ຄົນ; ຂະນະດຽວກັນ, ລັດຖະບານແອັດສະປາຍ ແລະ ສະຫະພາບເອີຣົບ (EU) ໄດ້ຮ່ວມສົ່ງອຸປະກອນມອດໄຟໄປຮ່ວມສະໜັບສະໜູນປະຕິບັດການມອດໄຟປ່າຄັ້ງນີ້ນຳອີກ ທ່າມກາງຄວາມກັງວົນຂອງທຸກຝ່າຍວ່າ ສະຖານະການໄຟປ່າ ຈະຂະຫຍາຍລັດສະໝີທຳລາຍເປັນວົງກວ້າງອີກ ໂດຍສຳນັກງານອຸຕຸນິຍົມວິທະຍາຂອງແອັດສະປາຍ ພະຍາກອນວ່າ ອຸນຫະພູມຈະສູງຂຶ້ນຈາກ 36 ອົງສາເຊໃນຕົ້ນອາທິດ ເປັນ 38 ອົງສາເຊໃນທ້າຍອາທິດນີ້.

ສະຖານະການໄຟປ່າ ທີ່ກຣານຄານາເຣຍ ຍັງບໍ່ສາມາດຄວບຄຸມໄດ້
ສະຖານະການໄຟປ່າ ທີ່ກຣານຄານາເຣຍ ຍັງບໍ່ສາມາດຄວບຄຸມໄດ້