ກະຊວງພາຍໃນ ໄດ້ຈັດ ກອງປະຊຸມຄົ້ນຄວ້າຮ່າງດຳລັດ ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ ( ສະບັບປັບປຸງ 2019) ໃນລະຫວ່າງວັນທີ 20-21 ສິງຫານີ້, ໂດຍການເປັນປະທານຂອງ ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ, ມີ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ ແລະ ຜູ້ຕາງໜ້າບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະ ແນກ, ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມຄົ້ນຄວ້າຮ່າງດຳລັດ ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະ ເທດ
ກອງປະຊຸມຄົ້ນຄວ້າຮ່າງດຳລັດ ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ

ທ່ານ ສີພຸກ ວົງພັກດີ ໄດ້ກ່າວໃນກອງປະຊຸມວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປັບປຸງຂະບວນການຂໍອະນຸມັດແຕ່ງດອງໃຫ້ສັ້ນລົງກວ່າເກົ່າ, ໃຫ້ມີເນື້ອໃນຮັດກຸມ, ຄົບຖ້ວນ, ຊັດເຈນ, ເປັນເອກະພາບກັນ ແລະ ສອດຄ່ອງກັບພາລະບົດບາດຂອງຂະແໜງການທີ່ກ່ຽວຂ້ອງຕາມທີ່່ກໍານົດໃນກົດໝາຍ ແລະ ປັບປຸງຂອດການປະສານສົມທົບລະຫວ່າງຂະແໜງການທີ່ກ່ຽວຂ້ອງໃຫ້ກົມກຽວ. ພ້ອມທັງ ເພື່ອຈັດຕັ້ງປະຕິບັດສົນທິສັນຍາສາກົນທີ່ ສປປ ລາວ ເຂົ້າເປັນພາຄີກ່ຽວກັບວຽກງານສິດທິມະນຸດ, ສິດທິເດັກ, ຂໍ້ຕົກລົງສາກົນ ວ່າດ້ວຍການແຕ່ງດອງ ແລະ ຖະແຫຼງການພາກພື້ນອາຊີ-ປາຊີຟິກ ການຈົດທະບຽນ ແລະ ກຳສະຖິຕິພົນລະເມືອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ເຊິ່ງຮ່າງດຳລັດ ວ່າດ້ວຍ ການແຕ່ງດອງ ລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງປະເທດ ປະກອບມີ 6 ໝວດ ກັບ 28 ມາດຕາ ໂດຍກົດຮ່າງດໍາລັດ ຈະໄດ້ກໍານົດກ່ຽວກັບນະໂຍບາຍຂອງລັດ, ຫຼັກການ ກ່ຽວກັບການແຕ່ງດອງ, ເງື່ອນໄຂໃນການແຕ່ງດອງ, ເອກະສານປະກອບຄຳຮ້ອງຂໍອະນຸມັດການແຕ່ງດອງ ລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ, ຂັ້ນຕອນຂອງການອະນຸມັດການແຕ່ງດອງ, ການຢືື່ນຄຳຮ້ອງ, ການຈົດທະບຽນ ແລະ ອອກໃບຢັ້ງຢືນ, ສິດ ແລະ ໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງ.

ກອງປະຊຸມຄົ້ນຄວ້າຮ່າງດຳລັດ ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ
ກອງປະຊຸມຄົ້ນຄວ້າຮ່າງດຳລັດ ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ

ນອກຈາກນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້້າຮ່ວມ ຈົ່ງເອົາໃຈໃສ່ເຂົ້າໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນໃສ່ຮ່າງດໍາລັດດັ່ງກ່າວ ຢ່າງກົງໄປ-ກົງມາ ພ້ອມທັງໃຫ້ມີເນື້ອໃນເລິກເຊິ່ງ, ຮັດກຸມ, ຈະແຈ້ງ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອຮັບປະກັນໃຫ້ເນື້ອໃນຄົບຖ້ວນ-ຖືກຕ້ອງ ແລະ ມີປະສິດທິພາບສູງ.

ກອງປະຊຸມຄົ້ນຄວ້າຮ່າງດຳລັດວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ
ກອງປະຊຸມຄົ້ນຄວ້າຮ່າງດຳລັດວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ