ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ພ້ອມດ້ວຍຄະນະ ຢ້ຽມຢາມຄົນເຈັບຈາກອຸບັດຕິເຫດລົດເມຮັບສົ່ງ ນັກທ່ອງທ່ຽວຊາວຈີນຕົກເຫວ ເສັ້ນທາງກາສີ-ເມືອງນານ ໃນວັນທີ 19 ສິງຫາ 2019 ຜ່ານມາ ທີ່ກໍາລັງປິ່ນປົວຢູ່ໂຮງໝໍ 103 ນະຄອນຫຼວງວຽງຈັນ, ໃນວັນທີ 21 ສິງຫາ 2019 ເພື່ອເປັນການຢື້ຢາມຖາມຂ່າວ, ຕິດຕາມອາການ ແລະ ໃຫ້ກຳລັງໃຈຜູ້ທີ່ໄດ້ຮັບບາດເຈັບ, ຄອບຄົວໃຫ້ມີຈິດໃຈທີ່ເຂັ້ມແຂງ, ຍອມຮັບ ແລະ ຜ່ານຜ່າຕໍ່ກັບອຸປະສັກນີ້ໄປໃຫ້ໄດ້.

ລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ຢ້ຽມຢາມຄົນເຈັບຈາກອຸບັດຕິເຫດລົດເມຮັບສົ່ງນັກທ່ອງທ່ຽວ
ລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ
ພ້ອມດ້ວຍຄະນະ ຢ້ຽມຢາມຄົນເຈັບຈາກອຸບັດຕິເຫດລົດເມຮັບສົ່ງນັກທ່ອງທ່ຽວ

ພັອ ຈັນທະພອນ ອຸດົມສຸກ ຮອງຜູ້ອຳນວຍການໂຮງໝໍ 103 ໄດ້ລາຍງານວ່າ: ໃນວັນທີ 20 ສິງ ຫາ 2019, ໄດ້ມີຄົນເຈັບຈາກອຸບັດຕິເຫດລົດເມຮັບສົ່ງນັກທ່ອງທ່ຽວຊາວຈີນ ທີ່ໄດ້ຕົກເຫວເສັ້ນທາງກາສີ-ເມືອງນານ ທັງໝົດ 22 ຄົນເຂົ້າມາປິ່ນປົວ, ຮັກສາ ແລະ ຕິດຕາມອາການ. ໃນນັ້ນ, ຢູ່ພະແນກກະທົບກະດູກ ມີ 12 ຄົນ, ພະແນກໂຜ້ງເອິກ 5 ຄົນ, ພະແນກໂຜ້ງທ້ອງ 2 ຄົນ ແລະ ພະແນກ ICU 1 ຄົນ. ສ່ວນຄົນເຈັບອີກ 2 ຄົນ ແມ່ນອາການບາດເຈັບບໍ່ຮ້າຍແຮງ ແລະ ສາມາດກັບບ້ານໄດ້.

ລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ຢ້ຽມຢາມຄົນເຈັບຈາກອຸບັດຕິເຫດລົດເມຮັບສົ່ງນັກທ່ອງທ່ຽວ
ລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ
ພ້ອມດ້ວຍຄະນະ ຢ້ຽມຢາມຄົນເຈັບຈາກອຸບັດຕິເຫດລົດເມຮັບສົ່ງນັກທ່ອງທ່ຽວ

ທ່ານ ສຈ ປອ ບໍ່ແສງຄໍາ ວົງດາລາ ໄດ້ຮຽກຮ້ອງໃຫ້ແພດໝໍ ຈົ່ງເອົາໃຈໃສ່ປິ່ນປົວຄົນເຈັບຈໍານວນດັ່ງກ່າວຢ່າງໃກ້ຊິດ, ຕິດຕາມອາກາດ, ປິ່ນປົວຕາມຫຼັກການວິຊາສະເພາະ ໃຫ້ຄົນເຈັບທຸກຄົນຫາຍດີ ແລະ ກັບຄືນເປັນປົກກະຕິໂດຍໄວ. ພ້ອມນັ້ນ, ທ່ານກໍໄດ້ກ່າວຕໍ່ຄົນເຈັບໃຫ້ມີຄວາມອົດພະຍາຍາມ, ເຊື່ອຟັງ ແລະ ປະຕິບັດ
ຕາມການບອກຂອງແພດໝໍໃຫ້ເຂັ້ມງວດ ແລະ ກໍໃຫ້ທຸກຄົນ ຈົ່ງປິ່ນປົວຈົນກວ່າຫາຍດີຈຶ່ງກັບບ້ານຂອງຕົນ.