ປະຊາຊົນຈໍານວນຫຼາຍຄອບຄົວທີ່ອາໃສ່ຢູ່ຕາມເສັ້ນທາງງ ເລກທີ່ 13 ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຫຼາຍພໍສົມຄວນ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ນໍ້າໄຫຼເຊາະເອົາຫົນທາງ ແລະ ເຮືອນ ໄດ້ຮັບຄວາມເສຍຫາຍ; ເຊິ່ງສາເຫດ ນໍ້າຖ້ວມເສັ້ນທາງ 13 ເໜືອ ແລະ ເຮືອນປະຊາຊົນ ຍ້ອນປະຊາຊົນພາກັນທັບຖົມດິນຕັນທາງຂອງນໍ້າ ເຮັດໃຫ້ນໍ້າຖ້ວມກະທັນຫັນ.

ນໍ້າຖ້ວມເສັ້ນທາງ 13 ເໜືອ ແລະ ເຮືອນປະຊາຊົນ  ເຂດເມືອງນາຊາຍທອງ ຍ້ອນຖົມດິນຕັນທາງຂອງນໍ້າ
ນໍ້າຖ້ວມເສັ້ນທາງ 13 ເໜືອ ແລະ ເຮືອນປະຊາຊົນ ເຂດເມືອງນາຊາຍທອງ ຍ້ອນຖົມດິນຕັນທາງຂອງນໍ້າ
ພັຕ ວຽງສະຫວັນ ກິດຕິສັກ ຮອງຫົວໜ້າກອງຮ້ອຍຈະລາຈອນ ປກສ ເມືອງນາຊາຍທອງ
ໃຫ້ສໍາພາດຕໍ່ນກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 27 ສິງຫາ ນີ້ວ່າ:

ໃນລະຫວ່າງວັນທີ 26-27 ສິງຫາ ທີ່ຜ່ານມາ, ສະພາບ ການກາດມີການປ່ຽນແປງ-ຝົນຕົກແຮງຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນໍ້າເພີ່ມຂຶ້ນສູງໄຫຼເຂົ້າຖ້ວມເສັ້ນທາງເລກທີ່ 13 ເໜືອ ແລະ ເຮືອນປະຊາຊົນ 2 ບ້ານໄດ້ຮັບຄວາມເສຍຫາຍຫຼາຍ ໂດຍສະເພາະຂອບເຂດບ້ານຫົວຂົວ ປະຊາຊົນ ແລະ ບ້ານຜ່າງແຫ້ງ ຖະໜົນຫົນທາງພົບບັນຫາຫຍຸ້ງຍາກ ເນື່ອງຈາກວ່າ ມີກະແສນໍ້າໄຫຼຢ່າງແຮງ, ໄຫຼເຂົ້າຖ້ວມເຮືອນຊານພໍ່-ແມ່ປະຊາຊົນ ເຮັດໃຫ້ເຮືອນເປ່ເພ ແລະ ໄດ້ຮັບຄວາມເສຍຫາຍຈຳນວນ ຫຼາຍຫຼັງ.  ພ້ອມນີ້, ເສັ້ນທາງຍັງຖືກນໍ້າເຊາະຂາດເປັນບວກ, ເປັນຂຸມ ເຮັດໃຫ້ການສັນຈອນຕິດຂັດ, ລົດມອດຢູ່ກາງທາງ, ລົດລົ້ມ ແລະ ບາງຄົນຖືກນ້ຳພັດ ເຮັດໃຫ້ລົດຈັກລົ້ມໄດ້ຮັບບາດເຈັບຕື່ມອີກ.

ນໍ້າຖ້ວມເສັ້ນທາງ 13 ເໜືອ ແລະ ເຮືອນປະຊາຊົນ  ເຂດເມືອງນາຊາຍທອງ ຍ້ອນຖົມດິນຕັນທາງຂອງນໍ້າ
ນໍ້າຖ້ວມເສັ້ນທາງ 13 ເໜືອ ແລະ ເຮືອນປະຊາຊົນ ເຂດເມືອງນາຊາຍທອງ ຍ້ອນຖົມດິນຕັນທາງຂອງນໍ້າ

ພັຕ ວຽງສະຫວັນ ກິດຕິສັກ ກ່າວວ່າ: ສາເຫດທີ່ພາໃຫ້ນໍ້າຖ້ວມແມ່ນຍ້ອນປະລິມານນໍ້າຝົນປີນີ້ຫຼາຍກວ່າທຸກໆປີທີ່ຜ່ານມາ ເຮັດໃຫ້ນໍ້າຖ້ວມຂັງອັງອໍໄວ ຍ້ອນບໍ່ມີບ່ອນລະບາຍນໍ້າ, ເຊິ່ງປະຊາຊົນທີ່ອາໄສໃນຂອບເຂດດັ່ງກ່າວ ມີການຖົມດິນ ແລ້ວບໍ່ຂຸດຮ່ອງລະບາຍນໍ້າ ແລະ ບັນດາໂຄງການທີ່ກ່ຽວຂ້ອງ ເມື່ອເຮັດໂຄງການແລ້ວ ແຕ່ພັດຂຸດຮ່ອງລະບາຍນໍ້ານ້ອຍ ເຮັດໃຫ້ການລະບາຍນໍ້າບໍ່ທັນກັບປະລິມານ ຫຼື ໄຫຼໄດ້ໜ້ອຍ; ເຊິ່ງເຫດການນໍ້າຖ້ວມໃນບໍລິເວນດັ່ງກ່າວນີ້ ແມ່ນ 3 ປີຕິດຕໍ່ກັນແລ້ວ.

ສາເຫດນໍ້າຖ້ວມເສັ້ນທາງ 13 ເໜືອ ແລະ ເຮືອນປະຊາຊົນ  ເຂດເມືອງນາຊາຍທອງ ຍ້ອນຖົມດິນຕັນທາງຂອງນໍ້າ
ສາເຫດນໍ້າຖ້ວມເສັ້ນທາງ 13 ເໜືອ ແລະ ເຮືອນປະຊາຊົນ ເຂດເມືອງນາຊາຍທອງ ຍ້ອນຖົມດິນຕັນທາງຂອງນໍ້າ