ໃນໄລຍະ 8 ເດືອນ ປີ 2019 ແຂວງ ອັດຕະປື ສາມາດເກັບຄ່າທໍານຽມທາງ ໄດ້ທັງໝົດ 500 ລ້ານກວ່າກີບ, ເທົ່າ ກັບ 70,71% ຂອງແຜນການປີ ຕາມການສະເລ່ຍແມ່ນຍັງຕໍ່າກວ່າແຜນການທີ່ວາງໄວ້.

ເຊິ່ງໃນວັນທີ 21 ສິງຫາ 2019 ເປັນຕົ້ນໄປ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ແຂວງ ຮ່ວມກັບສ່ວຍສາ ອາກອນ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ລົງເປີດຂະບວນການຊຸກຍູ້ຜູ້ໃຊ້ພາຫະນະເສຍຄ່າທໍາ ນຽມທາງ; ໂດຍຜ່ານລະບົບທະນາຄານ ຢູ່ຈຸດປ້ອມຈະລາຈອນ ( ນາພອກ ), ເສັ້ນທາງຫຼວງແຫ່ງຊາດ 18B. ເຊິ່ງຖື ວ່າເປັນປີທຳອິດ ເພື່ອປຸກລະດົມ, ກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ບັນດາຫົວໜ່ວຍທຸລະກິດ ແລະ ປະຊາຊົນບັນດາເຜົ່າໄດ້ມາເສຍຄ່າທໍານຽມ ທາງ ຜ່ານລະບົບທະນາຄານຢ່າງຖືກ ຕ້ອງຕາມກຳນົດເວລາ.

8 ເດືອນ ປີ 2019 ແຂວງອັດຕະປື ເກັບຄ່າທຳນຽມທາງ ໄດ້ 500 ລ້ານກ່ວາກີບ
8 ເດືອນ ປີ 2019 ແຂວງອັດຕະປື ເກັບຄ່າທຳນຽມທາງ ໄດ້ 500 ລ້ານກ່ວາກີບ

ໃນການລົງຊຸກຍູ້ເທື່ອນີ້ ສາມາດ ເລືອກເສຍຊຳລະໄດ້ 5 ຊ່ອງທາງ ຄື: 1) ແອັບພຣີເຄເຊີນມືຖື (Mobile Application), ຕູ້ເອທີເອັມ (ATM), ເຄົາເຕີທະນາຄານ (Counter), ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ ( BCO -ME ) ແລະ ຕູ້ອັດຕະໂນມັດ ( Kiosk ). ໃນນັ້ນຕາມແຜນການເຄື່ອນໄຫວລົງ ຊຸກຍູ້ຈຸດທີ່ເຄື່ຶອນໄຫວກວດລົດເສຍ ຄ່າທຳນຽມທົ່ວແຂວງ ມີທັງໝົດຈຳ ນວນ 8 ຈຸດ, ໃນນັ້ນ ຂັ້ນແຂວງ ມີ 3 ຈຸດ ແລະ 5 ຈຸດ ຢູ່ບັນດາ 5 ຕົວເມືອງ.ການລົງຈັດການຊຸກຍູ້, ພຽງເວລາ 2 ວັນ ( 21-22 ) ສາມາດຈັດເກັບລາຍ ຮັບໄດ້ 37 ລ້ານກວ່າກີບ ແລະ ສັງເກດເຫັນໄດ້ວ່າ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີຄວາມຕື່ນຕົວໃນ ການແຈ້ງ ແລະ ຊຳລະຄ່າທຳນຽມທາງ ຫຼາຍຂຶ້ນ.

8 ເດືອນ ປີ 2019 ແຂວງອັດຕະປື ເກັບຄ່າທຳນຽມທາງ ໄດ້ 500 ລ້ານກ່ວາກີບ
8 ເດືອນ ປີ 2019 ແຂວງອັດຕະປື ເກັບຄ່າທຳນຽມທາງ ໄດ້ 500 ລ້ານກ່ວາກີບ

ໃນໄລຍະ 8 ເດືອນຂອງປີ 2019 ນີ້ ການເກັບລາຍຮັບຄ່າທຳນຽມທາງ ປະຕິບັດໄດ້ 500 ລ້ານກວ່າກີບ, ເທົ່າ ກັບ 70,71 % ຂອງແຜນການປີ, ເມື່ອທຽບໃສ່ຂໍ້ມູນພາຫະນະຕົວຈິງ ທີ່ພະແນກ ຍທຂ ສະໜອງໃຫ້ເຫັນວ່າຍັງ ຕໍ່າ ດັ່ງນັ້ນ; ຈຶ່ງຂໍຮຽກຮ້ອງມາຍັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ນຳ ໃຊ້ຍານພາຫະນະພາຍໃນແຂວງອັດຕະປື ຈົ່ງໃຫ້ຮີບຮ້ອນໄປແຈ້ງເສຍຄ່າ ທຳນຽມທາງຕາມຊ່ອງທາງ ແລະ ຈຸດຕ່າງໆທີ່ໄດ້ເວົ້າຜ່ານມານັ້ນຕາມລະບຽບການ.