ຫ້ອງການຄຸ້ມຄອງ ແລະ ບໍລິຫານ ຕົວເມືອງ (ຄບຕ) ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍພໍ່-ແມ່ປະຊາຊົນ 4 ຕົວເມືອງ ( ເມືອງຈັນທະບູລີ, ເມືອງໄຊເສດຖາ, ເມືອງສີໂຄດຕະບອງ ແລະ ເມືອງສີສັດຕະນາກ ) ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອອກແຮງ ງານລວມລ່ວງຮ່ອງລະບາຍນໍ້າແຄມ ທາງສາຍຫຼັກ ແລະ ຮ່ອງລະບາຍນໍ້າ ເຂດຊຸມຊົນພາຍໃນເມືອງສີໂຄດຕະບອງ ເພື່ອແກ້ໄຂນໍ້າຖ້ວມຂັງໃນລະດູຝົນ.

ຄບຕ ລ່ວງຮ່ອງລະບາຍນ້ຳ ເພື່ອແກ້ໄຂບັນຫານ້ຳຖ້ວມໃນລະດູຝົນ
ຄບຕ ລ່ວງຮ່ອງລະບາຍນ້ຳ ເພື່ອແກ້ໄຂບັນຫານ້ຳຖ້ວມໃນລະດູຝົນ

ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າອຳນວຍການອົງການຄຸ້ມຄອງ ແລະ ບໍລິການຕົວເມືອງ ນະຄອນຫຼວງວຽງ ຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນ ທີ 24 ສິງຫາ 2019 ວ່າ:

ການລົງເຄື່ອນໄຫວອະນາໄມໃນຄັ້ງນີ້, ແມ່ນໄດ້ສຸມໃສ່ ເມືອງສີໂຄດຕະບອງ ທີ່ເປັນຈຸດບ່ອນນໍ້າຖ້ວມຫຼາຍ ເປັນຕົ້ນແມ່ນ ຖະໜົນຫົນທາງ ແລະ ເຮືອນຊານບ້ານຊ່ອງຂອງ ພໍ່-ແມ່ປະຊາຊົນ ສ້າງຄວາມລໍາບາກໃນການໄປ-ມາ, ເພາະເຖິງໄລຍະລະດູຝົນ ຖະໜົນຫົນທາງ ພ້ອມກັບເຮືອນປະຊາຊົນທີ່ຢູ່ເຂດຕໍ່າ ໃນນະຄອນຫຼວງວຽງຈັນ ຈະຖືກນໍ້າຖ້ວມຂັງ-ອັ່ງອັນກໍ່ໃຫ້ເກີດບັນຫາການສັນຈອນລຳບາກ, ສ້າງຄວາມເສຍຫາຍກັບເຮືອນພໍ່-ແມ່ປະ ຊາຊົນຕິດກັບເສັ້ນທາງ ຍ້ອນນໍ້າລະບາຍບໍ່ທັນ.ສຳລັບການອະນາໄມລ່ວງຮ່ອງລະບາຍນໍ້າຄັ້ງນີ້, ໄດ້ນໍາໃຊ້ແຮງງານຄົນ ແລະ ກົນຈັກເຂົ້າຊ່ວຍໃນການເຮັດອະນາໄມຈົກດິນຕົມ, ດິນຊາຍ ແລະ ເອົາຂີ້ເຫຍື້ອ, ເສດອາຫານສິ່ງເສດເຫຼືອຕ່າງໆ ເພື່ອໃຫ້ນໍ້າໄດ້ໄຫຼສະດວກ.

ຄບຕ ລ່ວງຮ່ອງລະບາຍນ້ຳ ເພື່ອແກ້ໄຂບັນຫານ້ຳຖ້ວມໃນລະດູຝົນ
ຄບຕ ລ່ວງຮ່ອງລະບາຍນ້ຳ ເພື່ອແກ້ໄຂບັນຫານ້ຳຖ້ວມໃນລະດູຝົນ

ໃນໂອກາດນີ້, ຫ້ອງການ ຄບຕ ຈຶ່ງຂໍຄວາມຮ່ວມມືນຳພໍ່-ແມ່ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ການ ຈັດຕັ້ງທຸກພາກສ່ວນ ຈົ່ງຮ່ວມກັນຮັກສາອະນາໄມ ຫາກເຮືອນຂອງທ່ານຢູ່ໃກ້ ຫຼື ຕິດກັບແຄມທາງ, ທາງຮ່ອມ, ທາງຊອຍ; ມີຮ່ອງລະບາຍນໍ້າຢູ່ໜ້າເຮືອນ ກໍໃຫ້ພ້ອມກັນຊ່ວຍຂຸດລ່ວງຮ່ອງລະບາຍນໍ້າ, ຈົກເອົາສິ່ງອຸດຕັນ ອອກ ບໍ່ໃຫ້ອຸດຕັນຮູນໍ້າ ເພື່ອຊ່ວຍໃຫ້ນໍ້າໄຫຼໄດ້ສະດວກໃນໄລຍະລະດູຝົນນີ້.