ທະຫານບໍ່ແກ້ວ ຢຶດຢາບ້າໄດ້ 2.560.000 ເມັດ ຢູ່ເຮືອກາບ

0
3760

ໃນວັນທີ 28 ສິງຫາ, ໜ່ວຍສະເພາະກິດ ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ນໍາກໍາລັງທະຫານສະກັດເຮືອກາບລໍາໜຶ່ງ ກໍາລັງລ່ອງເຮືອຮອດເຂດບ້ານປາກງາວ ຫາ ບ້ານຫ້ວຍຕາບ ເມືອງຫ້ວຍຊາຍ ກວດພົບຢາເສບຕິດ ປະເພດຢາບ້າ ຈໍານວນ 2.560.000 ເມັດ ສ່ວນຄົນຮ້າຍແມ່ນເອົາຕົວຫຼົບໜີໄປ; ຫຼັງຈາກນັ້ນ, ກໍໄດ້ມອບໃຫ້ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ດໍາເນີນການສືບສວນ-ສອບສວນ ແລະ ຕິດຕາມຈັບຕົວເຈົ້າຂອງຢາເສບຕິດ ໄປດໍາເນີນຄະດີຕາມກົດໝາຍ.

ໜ່ວຍສະເພາະກິດ ກອງບັນຊາການທະຫານ ແຂວງບໍ່ແກ້ວ ຢຶດຢາບ້າໄດ້ ຈໍານວນ 2.560.000 ເມັດ

ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ລາຍງານໃຫ້ຮູ້ ວ່າ:

ໃນວັນທີ 27 ສິງຫາ 2019, ເຈົ້າໜ້າທີ່ໜ່ວຍສະເພາະກິດ ຂອງ ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ຮັບລາຍງານຈາກແຫຼ່ງຂ່າວ ວ່າ: ຈະມີຄົນຈໍານວນໜຶ່ງລັກລອບຂົນສົ່ງຢາເສບຕິດ ຈໍານວນຫຼາຍ ດ້ວຍເຮືອກາບ ໄປສົ່ງຢູ່ຂອບເຂດບ້ານປາກງາວ ຫາບ້ານຫ້ວຍຕາບ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານໜ່ວຍສະເພາະກິດ ລົງຕິດຕາມກວດກາຢູ່ເຂດດັ່ງກ່າວ.

ຜ່ານການຕິດຕາມ ຮອດເວລາປະມານ 2:00 ໂມງຂອງວັນທີ 28 ສິງຫາ 2019, ໄດ້ຍິນສຽງເຮືອຈັກ ປະເພດເຮືອກາບ ລ່ອງລົງມາແຕ່ທາງບ້ານປາກງາວ ໄປຈອດຢູ່ຂອບເຂດຫ້ວຍດົງດໍາ ຈຶ່ງເຂົ້າໄປກວດກາພົບເຫັນຄົນຢູ່ໃນເຮືອປະມານ 6-7 ຄົນ ຈຶ່ງສະກັດໃຫ້ຢຸດ ແຕ່ພວກກ່ຽວບໍ່ຢຸດ ທາງພະນັກງານໜ່ວຍສະເພາະກິດ ຈຶ່ງຍິງປືນໃສ່ພວກເປົ້າໝາຍ ພວກກ່ຽວຈຶ່ງໄດ້ເອົາຕົວຫຼົບໜີເຂົ້າຝັ່ງ ແລ້ວແລ່ນໜີເຂົ້າປ່າເຂດບ້ານຫ້ວຍຕາບ ເມືອງຫ້ວຍຊາຍ. ຈາກນັ້ນ, ກໍເຂົ້າໄປກວດຄົ້ນເຮືອກາບລໍາດັ່ງກ່າວ ພົບເຫັນຢາເສບຕິດ ປະເພດຢາບ້າ 13 ເປົາ ຈໍານວນ 1.280 ມັດ ເທົ່າກັບ 2.560.000 ເມັດ ເຈົ້າໜ້າທີ່ ຈຶ່ງຢຶດຢາບ້າໄວ້ພ້ອມເຮືອຈໍານວນ 1 ລໍາ ປະເພດເຮືອກາບ 5 ແຮງມ້າ.

ເມັດຢາບ້າ

ຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ຕໍາຫຼວດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ພວມດໍາເນີນສືບສວນ-ສອບສວນ ຕິດຕາມຫາກຸ່ມແກ້ງຄ້າຢາເສບຕິດກຸ່ມນີ້ ໄປດໍາເນີນຄະດີຕາມກົດໝາຍ.

ເອກະສານ ບົດລາຍງານ