ທ່ານ ມິກຄາຍອິນ ບາຣານອບ ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມ ຢາມ ແລະ ອໍາລາໜ້າທີ່ຕໍ່ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປ ລາວ ໃນວັນທີ 28 ສິງຫາ 2019 ໃນໂອກາດທີ່ທ່ານ ສໍາເລັດການປະຕິບັດໜ້າທີ່ທູດຢູ່ ສປປ ລາວ.

ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຢາມ ແລະ ອໍາລາໜ້າທີ່
ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຢາມ ແລະ ອໍາລາໜ້າທີ່

ທ່ານ ມິກຄາຍອິນ ບາຣານອບ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງ ປກສ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ເຊິ່ງຕະຫຼອດໄລຍະຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ກໍໃຫ້ຄວາມຊ່ວຍເຫຼືອ, ສະໜັບສະໜູນໃນການພົວພັນຮ່ວມມື, ປະສານສົມທົບຈົນ ສາມາດເຮັດໃຫ້ການປະຕິ ບັດໜ້າທີ່ຂອງ 2 ປະເທດ ໄດ້ຮັບຜົນສໍາເລັດ, ເຊິ່ງເປັນການປະກອບສ່ວນສ້າງສາຍພົວພັນ ລາວ-ລັດເຊຍ; ເວົ້າລວມ, ເວົ້າສະເພາະ ແມ່ນສາຍພົວພັນຮ່ວມມືລະຫວ່າງກໍາລັງປະກອບອາວຸດຂອງ 2 ປະເທດ, ຜ່ານມາມີຄວາມປະທັບໃຈ ຕໍ່ບັນດາໝາກຜົນອັນຍິ່ງໃຫຍ່ຂອງປະເທດ ແລະ ກໍາລັງປ້ອງກັນ ຄວາມສະ ຫງົບລາວ ທີ່ໄດ້ມີການພັດທະນາ, ພິເສດແມ່ນການປ້ອງກັນກອງປະຊຸມໃຫຍ່ລະດັບຊາດ ແລະ ສາກົນ ແມ່ນມີຄວາມສະຫງົບປອດໄພ; ເຊິ່ງໃນຕໍ່ໜ້າຫວັງວ່າ ສາຍພົວພັນຮ່ວມມືລະຫວ່າງ ລາວ ແລະ ລັດເຊຍ, ເວົ້າສະເພາະແມ່ນສອງກໍາລັງທີ່ເຮັດວຽກງານປ້ອງກັນຄວາມສະຫງົບ ແມ່ນໃຫ້ມີຄວາມຈະເລີນງອກງາມຍິ່ງໆຂຶ້ນໄປ.

ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຢາມ ແລະ ອໍາລາໜ້າທີ່
ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຢາມ ແລະ ອໍາລາໜ້າທີ່

ການຕ້ອນຮັບທ່ານເອກອັກຄະລັດຖະທູດ ແຫ່ງ ສະຫະພັນລັດເຊຍ ປະຈໍາ ສປປ ລາວ ຄັ້ງນີ້, ທ່ານລັດຖະມົນຕີ ກະຊວງ ປກສ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ໄລຍະຜ່ານມາຂອງເອກອັກຄະລັດຖະທູດລັດເຊຍ ທີ່ຕັ້ງໜ້າປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຄວາມ ສາມັກຄີ ລະຫວ່າງສອງຊາດ ລາວ -ລັດເຊຍ, ເວົ້າສະເພາະແມ່ນ 2 ກໍາລັງປະກອບອາວຸດທີ່ມີມູນເຊື້ອມາແຕ່ດົນນານ ແລະ ຈະສືບຕໍ່ມູນເຊື້ອດັ່ງກ່າວໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ.