ກອງບັນຊາການ ປກສ ເມືອງໂຂງ ແຂວງຈໍາປາສັກ ໄດ້ຈັດຕັ້ງ ກໍາລັງປະສານສົມທົບກັບ ປກສ ກຸ່ມບ້ານ ແລະ ກອງຫຼອນບ້ານ ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ເພື່ອກຽມປ້ອງກັນກອງ ປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກເມືອງໂຂງ ທີ່ຈະມີຂຶ້ນໃນ ຕົ້ນເດືອນກັນຍານີ້ ໃຫ້ມີຄວາມ ສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນມີປອດໄພ 100%.

ຈັດກຳລັງປ້ອງກັນ 24 ຊົ່ວໂມງ ກຽມກອງປະຊຸມໃຫຍ່ອົງຄະນະພັກເມືອງໂຂງ
ຈັດກຳລັງປ້ອງກັນ 24 ຊົ່ວໂມງ ກຽມກອງປະຊຸມໃຫຍ່ອົງຄະນະພັກເມືອງໂຂງ

ພັທ ສົມສະໜຸກ ພະໄຊສົມບັດ ຫົວໜ້າກອງບັນຊາການ ປກສ ເມືອງໂຂງ ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 28 ສິງຫາ 2019 ວ່າ:

ມາຮອດປັດຈຸບັນກໍາລັງປ້ອງກັນຄວາມສະຫງົບ ເມືອງໂຂງ ໄດ້ປະສານສົມທົບກັບ ປກສ ກຸ່ມ ແລະ ບ້ານ ກຽມພ້ອມ 100% ເພື່ອປ້ອງ ກັນເວນຍາມກອງປະຊຸມໃຫຍ່ ຄັ້ງ ທີ VIII ອົງຄະນະພັກເມືອງ ທີ່ຈະຈັດຂຶ້ນໃນໄວໆນີ້ໃຫ້ຮັບປະກັນບໍ່ໃຫ້ມີເຫດການສິງບໍດີເກີດຂຶ້ນເດັດຂາດ. ໂດຍຈັດແບ່ງບັນດາກຳລັງປະສານສົມທົບກັບຄະ ນະພັກຮາກຖານກຸ່ມບ້ານ, ອົງການປົກຄອງບ້ານທີ່ກອງຮ້ອຍຕົນຂຶ້ນ ກັບແລ້ວເຕົ້າໂຮມລວມກຳລັງກອງ ຫຼອນ, ປກສ ບ້ານ ເຜີຍແຜ່ແຜນການ, ມອບໝາຍໜ້າທີ່ ແລະ ປະ ຕິບັດໜ້າທີ່ຕາມການມອບໝາຍ; ຈັດຕັ້ງກຳລັງກຸ່ມບ້ານລົງກວດກາ ຄົນເຂົ້າ-ອອກພັກເຊົາ ໃນແຕ່ລະຄອບຄົວ, ຖ້າຫາກພົບເຫັນການ ມາພັກເຊົາໂດຍບໍ່ຖືກຕ້ອງແມ່ນ ໃຫ້ອຳນາດການປົກຄອງທ້ອງຖິ່ນສ້າງບົດບັນທຶກ. ຄຽງຄູ່ກັນນັ້ນ ຍັງໄດ້ມີການສຶກສາອົບຮົມໃຫ້ບັນດາກຸ່ມເປົ້າໝາຍ, ສຶກສາອົບຮົມພື້ນຖານປະຊາຊົນແຕ່ລະຄອບຄົວເຮັດບົດບັນທຶກເລື່ອງການຮັກສາ ຄວາມສະຫງົບ-ຄວາມປອດໄພ ຕາມກຸ່ມບ້ານ; ໂຮງແຮມ, ບ້ານພັກ, ຮ້ານກິນດຶ່ມບັນເທິງ, ຮ້ານ ອາຫານ ແລະ ແຫຼ່ງທ່ອງທ່ຽວຕ່າງໆ.

ພັທ ສົມສະໜຸກ ພະໄຊສົມ ບັດກ່າວຕື່ມອີກວ່າ: ທີ່ສຳຄັນໄດ້ ມີການຈັດຕັ້ງກຳລັງກວດກາເວນຍາມຕະຫຼອດ 24 ຊົ່ວໂມງ, ເພື່ອເຮັດວຽກສະກັດກັ້ນແກ້ໄຂບັນ ດາເຫດການຕ່າງໆທີ່ອາດຈະເກີດຂຶ້ນ ຫຼື ເກີດຂຶ້ນກໍຕ້ອງແກ້ໄຂວ່ອງໄວ, ແກ້ໄຂເດັດຂາດບໍ່ໃຫ້ເຫດການແຜ່ລາມກວ້າງອອກ. ສະນັ້ນ, ຮຽກຮ້ອງມາຍັງທຸກພາກສ່ວນ ເປັນຕົ້ນ: ອົງການຈັດຕັ້ງທັງພາກ ລັດ-ເອກະຊົນ; ນິຕິບຸກຄົນ, ນັກ ທຸລະກິດ, ຫ້າງຮ້ານຕ່າງໆ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງໄດ້ພ້ອມກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ; ຢາກເຮັດໄດ້ວຽກງານດັ່ງກ່າວນັ້ນ ແຕ່ລະຄົນຕ້ອງໄດ້ຮ່ວມມືປົກປັກຮັກສາ ແລະ ປ້ອງກັນເວນຍາມ ໃນເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບປອດໄພ ໂດຍພື້ນຖານ.