ຂ່າວຕ່າງປະເທດລາຍງານໃນວັນທີ 29 ສິງຫາ ທີ່ຜ່ານມາວ່າ: ເຈົ້າໜ້າທີ່ຕຳຫຼວດໂກລົມບີ ສາມາດ ຢຶດກັນຊາ ນ້ຳໜັກລວມ 300 ກິໂລກຼາມ ທີ່ພະຍາຍາມລັກລອບນຳເຂົ້າມາດ້ວຍການຊຸກເຊື່ອງໃນໂລງສົບ ຫວັງຫຼົບຫຼີກເຈົ້າໜ້າທີ່ ລະຫວ່າງການກວດຄົ້ນທີ່ດ່ານຂ້າມຊາຍແດນໃນແຂວງຊັນທັນເດີທາງພາກເໜືອຂອງໂກລົມບີ.

ໂກລົມບີ ຢຶດກັນຊາ 300 ກິໂລກຼາມ ຊຸກເຊື່ອງໄວ້ໂລງສົບ ເພື່ອຜ່ານດ່ານ
ໂກລົມບີ ຢຶດກັນຊາ 300 ກິໂລກຼາມ ຊຸກເຊື່ອງໄວ້ໂລງສົບ ເພື່ອຜ່ານດ່ານ

ທ່ານ ຟາບຽນ ອອນປິນາ ຫົວໜ້າບັນຊາການຕຳຫຼວດທ້ອງຖິ່ນ ກ່າວວ່າ ເຈົ້າໜ້າທີ່ປະຈຳດ່ານຂ້າມຊາຍແດນພົບພິລຸດທີ່ສົງໄສຈາກລົດຂົນສົ່ງສົບຄັນໜຶ່ງ, ເຊິ່ງບັນທຸກໂລງສົບໄມ້ 2 ໂລງ ຈຶ່ງສັ່ງເປີດໂລງກວດສອບວ່າ ຂ້າງໃນເປັນສົບແທ້ ຫຼື ບໍ່. ຜ່ານການກວດກາຂອງເຈົ້າໜ້າທີ່ ປະກົດວ່າໃນໂລງສົບນັ້ນເຕັມໄປດ້ວຍຫໍ່ເຈ້ຍກັນຊາຈຳ ນວນຫຼວງຫຼາຍ ມູນຄ່າໃນຕະຫຼາດຫຼາຍແດນໂດລາສະຫະລັດ ຈຶ່ງຢຶດເປັນຂອງກາງ ພ້ອມຈັບກຸມຄົນຂັບລົດຂົນສົ່ງໂລງສົບໄປສອບສວນ ແລະ ກັກຂັງ ເພື່ອດຳເນີນຄະດີຕໍ່ໄປ.

ໂກລົມບີ ຢຶດກັນຊາ 300 ກິໂລກຼາມ ຊຸກເຊື່ອງໄວ້ໂລງສົບ ເພື່ອຜ່ານດ່ານ
ໂກລົມບີ ຢຶດກັນຊາ 300 ກິໂລກຼາມ ຊຸກເຊື່ອງໄວ້ໂລງສົບ ເພື່ອຜ່ານດ່ານ

ສຳລັບໂກລົມບີ ເປັນໜຶ່ງໃນສູນກາງສຳລັບການປູກກັນຊາ ກ່ອນຈະຖືກລັກລອບຂົນສົ່ງໄປທົ່ວໂລກ. ແຕ່ໃນປັດຈຸບັນ, ມີຫຼາຍປະເທດສັ່ງຊື້ກັນຊາ ເພື່ອນຳມາໃຊ້ປະໂຫຍດທາງການແພດທີ່ຖືກຕ້ອງຕາມກົດໝາຍ.