ໃນວັນທີ 1 ກັນຍາ ທີ່ຜ່ານມາ, ສຳນັກຂ່າວ ເອພີ ລາຍງານ ເຫດການບ້າຄັ່ງຍິງສັງຫານໝູ່ ໃນ ສະຫະລັດອາເມລິກາ ອີກຄັ້ງ ທີ່ລັດເທັກຊັສ ມືປືນເປັນຊາຍຜິວຂາວ ຢູ່ໃນຊ່ວງອາຍຸ 30 ປີ ກໍ່ເຫດຂຶ້ນເມື່ອຖືກຕຳຫຼວດສັ່ງຈອດລົດ ຫຼັງຈາກທີ່ບໍ່ເປີດສັນຍານໄຟລ້ຽວ, ຄົນຮ້າຍໄດ້ມີການຍິງດວນກັບເຈົ້າໜ້າທີ່ຕຳຫຼວດກ່ອນ ຈາກນັ້ນຈຶ່ງໄລ່ຍິງຜູ້ຄົນ ເສຍຊີວິດໄປຢ່າງໜ້ອຍ 5 ຄົນ ແລະ ບາດເຈັບຫຼາຍກວ່າ 20 ຄົນ ເປັນເຈົ້າໜ້າທີ່ 3 ຄົນ ກ່ອນທີ່ຄົນຮ້າຍຈະຖືກເຈົ້າໜ້າທີ່ ວິສາມັນຢູ່ຕໍ່ໜ້າໂຮງຮູບເງົາແຫ່ງໜຶ່ງ.

ເຫດການສະເທືອນຂວັນຄັ້ງນີ້ ເກີດຂຶ້ນໃນຕອນສວຍ ວັນທີ 31 ສິງຫາ ຕາມເວລາທ້ອງຖິ່ນ ໂດຍເຈົ້າໜ້າທີ່ລັດເທັກຊັສ ສັ່ງຢຸດລົດສີທອງຄັນໜຶ່ງ ຢູ່ທີ່ຖະໜົນເຊື່ອມລະຫວ່າງລັດ ຫຼື ອິນເຕີສະເຕດ 20 ເພາະລ້ຽວຊ້າຍ ແຕ່ບໍ່ເປີດສັນຍານໄຟລ້ຽວ ລົດຄັນດັ່ງກ່າວຈຶ່ງຄ່ອຍໆຈອດ ແຕ່ຄົນຮ້າຍກໍຍິງປືນເຂົ້າໃສ່ເຈົ້າໜ້າທີ່ຄົນໜຶ່ງ ຈາກ 2 ຄົນ ທີ່ຢູ່ໃນລົດລາດຕະເວນ ແລ້ວໜີໄປກໍ່ເຫດຕໍ່.

ຈາກນັ້ນ, ຄົນຮ້າຍຂັບລົດໄປຍິງຄົນແບບບໍ່ເລືອກໜ້າ ໃນພື້ນທີ່ໂອເດສຊາ ແລະ ມິດແລນ, ເປົ້າໝາຍສ່ວນຫຼາຍຢູ່ໃນຮ້ານຊັບພະສິນຄ້າ, ຜູ້ເຄາະຮ້າຍທີ່ຖືກຍິງ ມີຢ່າງໜ້ອຍ 21 ຄົນ ໃນຈຳນວນນີ້ມີເດັກນັກຮຽນລວມຢູ່ດ້ວຍ.

ຜູ້ຢູ່ໃນເຫດການ ຊື່ ນາງ ເຊົານາ ແຊັກຕັນ ເລົ່າວ່າ: ຕົນ, ສາມີ ແລະ ຫຼານ ຢູ່ໃນລົດລະຫວ່າງຈອດລໍຖ້າສັນຍານໄຟຈະລາຈອນ ກໍໄດ້ຍິນສຽງປັງໆ ດັງຫຼາຍ.

“ ແຊັກຕັນ ຫັນໄປເບິ່ງທາງຊ້າຍ ເຫັນລົດສີທອງເຄື່ອນເຂົ້າມາໃກ້, ຊາຍຄົນນັ້ນຖືປືນໃຫຍ່ຫຼາຍ ແລະ ເລັງມາທາງ ແຊັກຕັນ, ແຊັກຕັນ ໄປໃສບໍ່ໄດ້ ເພາະມີລົດອີກຄັນຈອດຢູ່ດ້ານໜ້າ, ແຊັກຕັນ ພະຍາຍາມຂັບຫຼີກອອກ ຈົນລົດດ້ານໜ້າຂະຫຍັບ ແລະ ໜີອອກມາໄດ້ ແຕ່ຍັງໄດ້ຍິນສຽງປືນລັ່ນຕາມມາອີກ 3 ນັດ ” ນາງ ແຊັກຕັນ ເລົ່າເຫດການດ້ວຍອາການເສຍຂວັນ.

ເຫດການຄັ້ງນີ້ ເກີດຂຶ້ນຕໍ່ເນື່ອງຈາກເຫດທີ່ເມືອງເອວປາໂຊ ທີ່ມີມືປືນຜິວຂາວໄວໜຸ່ມ ຍິງສັງຫານຜູ້ເຄາະຮ້າຍ 22 ຄົນ ຢູ່ທີ່ຮ້ານວໍມາດ ເນື່ອງຈາກກຽດຊັງຜູ້ອົບພະຍົບ; ທັ້ງນີ້, ຜູ້ວ່າການລັດ ກ່າວວ່າ: ຈະປະຊຸມຫາທາງປ້ອງກັນ ການຍິງສັງຫານໝູ່ ໃນລັດເທັກຊັສ ຂະນະທີ່ບັນຫາຄອບຄອງອາວຸດປືນ ຍັງເປັນເລື່ອງພົ້ນເດັ່ນທີ່ສັງຄົມອາເມລິກາ ຖົກຖຽງກັນຢູ່.