ສານປະຊາຊົນລາວ ແລະ ສານປະຊາຊົນສູງສຸດ ແຫ່ງ ສ ກູບາ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານຕັດສິນການດຳເນີນຄະດີຂອງສານຕາມຂະບວນຍຸຕິທຳ ໃນວັນທີ 29 ສິງ ຫາ 2019 ທີ່ນະຄອນຫຼວງວຽງຈັນ ຝ່າຍລາວນຳໂດຍ ທ່ານ ຄໍາພາ ແສງດາຣາ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານ ລູແບນ ເລມີໂຊ ປະທານສານປະຊາຊົນສູງສຸດ ແຫ່ງ ສ ກູບາ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

 ສານປະຊາຊົນລາວ ແລະ ສານປະຊາຊົນສູງສຸດ ແລະ ແຫ່ງ ສ ກູບາ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ
ສານປະຊາຊົນລາວ ແລະ ສານປະຊາຊົນສູງສຸດ
ແລະ ແຫ່ງ ສ ກູບາ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ

ໃນກອງປະຊຸມຄະນະຜູ້ແທນທັງສອງຝ່າຍ ໄດ້ແລກປ່ຽນຖອດຖອນບົດຮຽນຮ່ວມກັນກ່ຽວກັບການຈັດຕັ້ງປະ ຕິບັດງານໃນໄລຍະຜ່ານມາ ໂດຍສະເພາະການດຳເນີນການຕັດສິນຄະດີຕາມຂະບວນການຍຸຕິທຳ ແລະ ເປັນການທົບທວນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ການພົວພັນຮ່ວມມືຕໍ່ໜ້າໂດຍຜູ້ແທນທັງສອງຝ່າຍ ເຫັນດີເປັນເອກະພາບກັນ, ຮັດແໜ້ນການຮ່ວມມື ເປັນຕົ້ນວິທີການເຮັດວຽກຂອງແຕ່ລະສານໃຫ້ດີຂຶ້ນກວ່າເກົ່າ ພ້ອມທັງເປັນການເສີມສ້າງສາຍພົວພັນມິດຕະພາບໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນໃຫ້ກາຍເປັນສາຍພົວພັນແບບເພື່ອນມິດສະຫາຍອ້າຍນ້ອງຮ່ວມອຸດົມການ ແລະ ຍັງເປັນການສະໜັບສະໜູນການຊ່ວຍເຫຼືອດ້ານວຽກ ງານຂອງສານໃນຕໍ່ໜ້າ.

 ສານປະຊາຊົນລາວ ແລະ ສານປະຊາຊົນສູງສຸດ 
ແລະ ແຫ່ງ ສ ກູບາ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ
ສານປະຊາຊົນລາວ ແລະ ສານປະຊາຊົນສູງສຸດ
ແລະ ແຫ່ງ ສ ກູບາ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ

ໂອກາດນີ້, ທ່ານ ລູແບນ ເລມີ ໂຊ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດ, ພ້ອມທັງຈະໃຫ້ການຊ່ວຍເຫຼືອ ແລະ ສະ ໜັບສະໜູນການຮ່ວມມືສອງຝ່າຍໃຫ້ມີຄວາມແໜ້ນແຟ້ນ, ມີມິດຕະພາບອັນດີ ພ້ອມທັງຈະນຳເອົາບົດຮຽນການພົບປະຄັ້ງນີ້ນຳໄປດັດປັບໃຫ້ແທດເໝາະກັບສະພາບຄວາມເປັນຈິງ.