ຕາງໜ້າບໍລິສັດ ບຸນມີໄຊ ກໍ່ສ້າງເຄຫາ-ຂົວທາງ ແລະ ຊົນລະປະທານ ມອບອາຄານໂຮງຮຽນອະນຸບານ ບ້ານນາມົນ
ຕາງໜ້າບໍລິສັດ ບຸນມີໄຊ ກໍ່ສ້າງເຄຫາ-ຂົວທາງ ແລະ ຊົນລະປະທານ ມອບອາຄານໂຮງຮຽນອະນຸບານ ບ້ານນາມົນ

ໃນວັນທີ 28 ສິງຫາ 2019, ທ່ານ ຄໍາສົດ ເພັດລາວັນ ເຈົ້າເມືອງກາສີ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ຕາງໜ້າຈາກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ, ຕາງໜ້າຈາກບໍລິສັດ ບຸນມີໄຊ ກໍ່ສ້າງ ເຄຫາ-ຂົວທາງ ແລະ ຊົນລະປະທານ, ຫົວໜ້າ-ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ອໍານວຍການໂຮງຮຽນ ພ້ອມ ດ້ວຍອໍານາດການປົກຄອງບ້ານ ບ້ານນາມົນ ; ໄດ້ລົງກວດກາໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານນາມົນ (ຄຸ້ມນາມົນໃຫຍ່) ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ບຸນມີໄຊ ກໍ່ສ້າງເຄຫາ-ຂົວທາງ ແລະ ຊົນລະປະທານ ເປັນຜູ້ຮັບເໝົາກໍ່ສ້າງ.

ທ່ານ ກິ ວົງສາວັນທອງ ຮອງຫົວໜ້າໜ່ວຍງານບໍລິຫານ ຫ້ອງການສຶກສາທິການ ແລະ ກິລາເມືອງໆກາສີ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງດັ່ງກ່າວເປັນໂຄງການທຶນງົບປະມານຂອງລັດ ຮ່ວງຊົດເຊີຍສິ່ງກີດຂວາງແລວທາງລົດໄຟ ລາວ-ຈີນ 100%, ມູນຄ່າໃນການກໍ່ສ້າງທັງໝົດ 1.142.168.000 ກີບ; ເຊິ່ງມີທີ່ຕັ້ງຢູ່ເຂດບ້ານນາມົນ (ຄຸ້ມນາມົນໃຫຍ່) ເມືອງກາສີ ແຂວງວຽງຈັນ, ການຈັດຕັ້ງປະຕິບັດເຮັດວຽກຕົວຈິງ ແຕ່ມື້ເລີ່ມຕົ້ນຈົນຮອດປັດຈຸບັນ, ໃນແຕ່ລະໜ້າວຽກສາມາດຕີລາຄາສະພາບລວມ ແມ່ນປະຕິບັດຕາມເຕັກນິກ ແລະ ນໍາໃຊ້ວັດສະດຸ ຖືກຕ້ອງ; ອາຄານຮຽນດັ່ງກ່າວຖືວ່າສໍາເລັດ 100% ກ່ອນກໍານົດເວລາໃນສັນຍາ. ຫຼັງຈາກນັ້ນ, ບັນດາທ່ານທີ່ລົງກວດກາໂຄງການດັ່ງກ່າວ ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ວຽກງານມີຄວາມລະອຽດຂຶ້ນຕື່ມ.

ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງກາສີ ມອບຕໍ່ອາຄານໂຮງຮຽນ ໃຫ້ອຳນວຍການໂຮງຮຽນ ບ້ານນາມົນ
ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງກາສີ ມອບຕໍ່ອາຄານໂຮງຮຽນ ໃຫ້ອຳນວຍການໂຮງຮຽນ ບ້ານນາມົນ

ທ່ານ ຄຳສົດ ເພັດລາວັນ ເຈົ້າເມືອງກາສີ ໄດ້ໃຫ້ກຽດຂຶ້ນມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ເນັ້ນໜັກຕໍ່ອໍານວຍການ-ອໍານາດການປົກຄອງບ້ານ ຕ້ອງເອົາໃຈໃສ່ປົກປັກຮັກສາ-ພັດທະນາໃຫ້ມີຄວາມສະ ອາດສວຍງາມຢູ່ສະເໝີ ເພື່ອນຳໃຊ້ໃຫ້ຍາວນານຕະຫຼອດໄປ ແລະ ມີໝາກຜົນອັນສູງສຸດ. ຈາກນັ້ນ, ກໍໄດ້ມີການມອບ-ຮັບອາຄານຮຽນດັ່ງກ່າວ ເຊິ່ງໃຫ້ກຽດຂຶ້ນມອບໂດຍຕາງໜ້າບໍລິສັດ ກໍ່ສ້າງເຄຫາ-ຂົວທາງ ແລະ ຊົນລະປະທານ ແລະ ຂຶ້ນຮັບໂດຍ ທ່ານ ອາຈານ ລາຢູ ແສນໃຈວຸດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງກາສີ; ຈາກນັ້ນ, ທ່ານກໍໄດ້ມອບຕໍ່ໃຫ້ອຳນວຍການໂຮງຮຽນບ້ານນາມົນ (ຄຸ້ມນາມົນໃຫຍ່) ໂດຍມີ ທ່ານ ຄໍາສົດ ເພັດລາວັນ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.