ເຈົ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກ ເມືອງ ດ່ານສາກົນປາກຊັນ ແຂວງບໍລິຄໍາໄຊ ມອບຜູ້ຖືກຫາ ຊື່ ທ້າວ ຈິລະພົງ ອາຍຸ 32 ປີ ສັນຊາດໄທ ຢູ່ບ້ານມາຍ ເມືອງບ້ານມ່ວງ ແຂວງສະກົນນະຄອນ ປະເທດໄທ ທີ່ລັກລອບເຂົ້າ-ອອກເມືອງຜິດກົດໝາຍ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ ໃນວັນທີ 29 ສິງຫາ 2019 ເພື່ອກັບຄືນຄອບຄົວ, ຕາງໜ້າມອບໂດຍ ພັຕ ໄຊມະນີ ວົງມະນີ ຮອງຫົວໜ້າດ່ານ ຕມ ສາກົນປາກຊັນ ແລະ ກ່າວຮັບໂດຍ ຮ້ອຍເອກ ວິທະຍາ ປາລະສານ ຮອງສາລະວັດຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນບຶງການ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ.

ພັຕ ໄຊມະນີ ວົງມະນີ ໃຫ້ຮູ້ວ່າ: ເລີ່ມແຕ່ປີ 2016, ທ້າວ ຈິລະພົງ ໄດ້ຮູ້ຈັກກັບ ນາງ ພາຍຸ ( ເມຍ ) ຢູ່ບ້ານນານໍ້າ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທີ່ໄປເຮັດວຽກຢູ່ຮ້ານຂາຍເຄື່ອງໃນແຂວງສະກົນນະຄອນ ປະເທດໄທ. ຈາກນັ້ນ, ໄດ້ມັກຮັກກັນແບບບ່າວສາວ ປະມານ 8 ເດືອນແລ້ວ ທ້າວ ຈິລະພົງ ຈຶ່ງໄດ້ໃຫ້ຜູ້ໃຫຍ່, ເຖົ້າແກ່ລຸງຕາຈັດພິທີມັດແຂນເອົາ ນາງ ພາຍຸ ເປັນເມຍຕາມຮີດຄອງປະເພນີ ( ລັກແຕ່ງດອງ ) ຢູ່ກິນນໍາກັນມາໄດ້ 1 ປີ ມີລູກ 1 ຄົນ ອາຍຸ 1 ປີ 7 ເດືອນ.

ເຊິ່ງ ທ້າວ ຈິລະພົງ ພ້ອມດ້ວຍຄອບຄົວທຽວໄປມາເປັນປະຈໍາ ດ້ວຍການລັກລອບຂ້າມເຂດເມືອງປາກກະດິງ. ມາຮອດວັນທີ 9 ສິງຫາ 2019, ທ້າວ ຈິລະພົງ ຈຶ່ງໄດ້ມາຂໍເຮັດໜັງສືຜ່ານແດນນໍາ ເຈົ້າໜ້າທີ່ປະຈໍາດ່ານທ່າສະອາດ ເມືອງປາກກະດິງ ເພື່ອຈະຂ້າມໄປປະເທດໄທ ເຊິ່ງ ທ້າວ ຈິລະພົງ ໄດ້ບອກກັບເຈົ້າໜ້າທີ່ວ່າ ເປັນຄົນລາວ, ເຈົ້າໜ້າທີ່ປະຈໍາດ່ານທ່າສະອາດ ຈຶ່ງກວດກາປະຫວັດຢ່າງລະອຽດ ແລະ ຈຶ່ງຮູ້ວ່າ ຜູ້ກ່ຽວເປັນຄົນໄທ ແລະ ໄດ້ກັກຕົວໄວ້ ພ້ອມທັງກ່າວເຕືອນ ແລະ ປະສານກັບ ເຈົ້າໜ້າທີ່ປະເທດໄທ ກ່ອນມອບໃຫ້ເຈົ້າໜ້າທີ່ໄທ ໄປສຶກສາອົບຮົມບໍ່ໃຫ້ໄປກະທໍາຜິດອີກ.