ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະໜ່ວຍພັກຫ້ອງການ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດທີ່ໄດ້ຮັບອະນຸມັດ ຈຳນວນ 15 ໂຄງການ. ໃນນີ້, ສຳເລັດ 100% ມີ 11 ໂຄງ
ການ ມູນຄ່າ 44 ຕື້ກີບ.

ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ສະຫາຍ ພຸດທະສັກ ວິຈິດຕຣາ ເລຂາໜ່ວຍພັກ, ຫົວໜ້າຫ້ອງການ ໃຫ້ຮູ້ວ່າ: ໃນໄລຍະ 5 ປີ (2015-2019) ຄະນະໜ່ວຍພັກຫ້ອງການ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຕິດຕາມການຈັດຕັ້ງປະຕິບັດບັນດາໂຄງ ການລົງທຶນຂອງລັດທີ່ໄດ້ຮັບອະນຸມັດ ຈໍານວນ 15 ໂຄງການ ແລະ 1 ໂຄງການສົມທົບທຶນຂອງບໍລິສັດຄູ່ຮ່ວມ ມື. ໃນນີ້, ສໍາເລັດ 100% ມີ 11 ໂຄງການ ມີມູນຄ່າ 44 ຕື້ກວ່າກີບ ປະກອບມີ:

  • ໂຄງການປຸກສ້າງອາຄານຂອງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ,
  • ໂຄງການຕໍ່ເຕີມອາຄານຫ້ອງທົດລອງ ເພື່ອສົມທົບທຶນໂຄງການຄົ້ນຄວ້າພັດທະນາພະລັງງານແສງຕາເວັນ ແລະ ເຊວເຊື້ອໄຟ,
  • ໂຄງການເຕີມເອົາຄານຫ້ອງທົດລອງພັດທະນາ ແລະ ນໍາໃຊ້ພະລັງງານທົດແທນ,
  • ໂຄງການພັດທະນາພິພິທະພັນ ແລະ ສວນອຸດທະຍານວິທະຍາສາດ ແລະ ເຕັກໂນໂລຊີ,
  • ໂຄງການຕໍ່ເຕີມຫ້ອງກວດກາຄຸນນະພາບນ້ຳາມັນເຊື້ອໄຟ ແລະ ສິນຄ້າຫຸ້ມຫໍ່,
  • ໂຄງການຕໍ່ເຕີມປັບປຸງໂຮງຊ່າງ, ບ່ອນຈອດລົດປັບປຸງທາງເຂົ້າ ແລະ ຮອງລະບາຍນໍ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່,
  • ໂຄງການສ້ອມແປງ ແລະ ສະໜອງອຸປະກອນເຂົ້າຫ້ອງທົດລອງການພັດທະນາ ແລະ ນໍາໃຊ້ພະລັງງານທົດແທນ,
  • ໂຄງການສົມທົບທຶນກັບລັດຖະບານຫວຽດນາມ ເພື່ອກໍ່ສ້າງສູນຝຶກອົບຮົມພະນັກງານຄຸ້ມຄອງວິທະຍາ ສາດ ແລະ ເຕັກໂນໂລຊີ,
  • ໂຄງການສ້ອມແປງຕໍ່ເຕີມ ຕຶກອາຄານຫ້ອງການກະຊວງ,
  • ໂຄງການສ້ອມແປງຕຶກ 100 ຂອງຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ກົມກວດກາ,
  • ໂຄງການປູກສ້າງສະຖານທີ່ຈອດລົດຢູ່ພາຍໃນຕຶກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ນອກນັ້ນ, ໂຄງການສືບຕໍ່ມີ 3 ໂຄງການ ມີມູນຄ່າ 29 ຕື້ກວ່າກີບ, ໂຄງການປຸກສ້າງສູນຢັ້ງຢືນຄຸນນະພາບ ຂອງກົມມາດຕະຖານ ແລະ ວັດແທກ ມີມູນຄ່າ 38 ຕື້ກວ່າກີບ ໂດຍນໍາໃຊ້ງົບປະມານສົມທົມທຶນ ຈາກບັນດາບໍລິສັດຄູ່ຮ່ວມມື ແລະ ໂຄງການສະເໜີໃໝ່ ມີ 4 ໂຄງການ ມີມູນຄ່າ 12 ຕື້ກວ່າກີບ.

ທິດທາງແຜນການຕໍ່ໜ້າ, ຄະນະໜ່ວຍພັກຫ້ອງການ ຈະສືບຕໍ່ເອົາໃຈໃສ່ຊີ້ນຳນຳພາວຽກງານວິຊາສະເພາະໃຫ້ລະອຽດ ເພື່ອຮັບປະກັນໃຫ້ແກ່ການບໍລິຫານ, ບໍລິການ ແລະ ອຳນວຍຄວາມສະດວກປິ່ນອ້ອມອົງຄະນະພັກໃຫ້ດີຂຶ້ນກວ່າເກົ່າ, ພ້ອມທັງຮັບປະກັນໂຄງການລົງທຶນຂອງລັດໃນຕໍ່ໜ້າ ຢ່າງໜ້ອຍໃຫ້ໄດ້ 15 ໂຄງການ (ບູລິມະສິດຂົງເຂດຄົ້ນຄວ້າ ແລະ ພັດທະນາ) ແລະ ຫັນເປັນການຄຸ້ມຄອງແບບທັນສະໄໜ.

ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 4 ກັນຍາ 2019, ໂດຍມີທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ບັນດາສະມາຊິກພັກ ໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຫ້ອງການຊຸດໃໝ່. ໃນນີ້, ເລືອກໄດ້ສະຫາຍ ພຸດທະສັກ ວິຈິດຕຣາ ເປັນເລຂາ, ສະຫາຍ ຄຳຜາ ທອງວັນນາ ເປັນຮອງເລຂາ, ປະທານກວດກາ ແລະ ສະຫາຍ ນາງ ທິບພະຈັນ ຊາພັກດີ ເປັນຄະນະ.