ການນຳເມືອງບາຈຽງ ລົງມອບເຄື່ອງອຸປະໂພກ-ບໍລິໂພກ ແກ່ຜູ້ປະສົບໄພ ທີ່ບ້ານໜອງບົກໃຫຍ່

0
813

ໃນວັນທີ 5 ກັນຍາ 2019 ຜ່ານມາ, ເພື່ອເປັນການບັນເທົາທຸກຜູ້ສົບໄພນໍ້າຖ້ວມ ຢູ່ບ້ານໜອງບົກໃຫຍ່ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໃນເບື້ອງຕົ້ນ ອົງການຈັດຕັ້ງພັກ-ລັດຂອງເມືອງ ແລະ ອ້າຍ-ນ້ອງກຳລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ພວມກຳລັງຂຸ້ນຂ້ຽວອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ກັບພໍ່ແມ່ປະຊາຊົນທີ່ບ້ານຫນອງບົກໃຫຍ່ ໂດຍມີການຊ່ວຍເຫຼືອມອບເຄື່ອງອຸປະໂພກ-ບໍລິໂພກ ຈຳນວນ 50 ຖົງ ໃຫ້ແກ່ພໍ່ແມ່ປະຊົນຊົນ, ເຊິ່ງນຳໂດຍ ທ່ານ ຄຳກີ່ງແກ້ວ ປັດທຳມະວົງ ຮອງເຈົ້າເມືອງໆບາຈຽງຈະເລີນສຸກ.

ສ່ວນຕົວເລກຜົນເສຍຫາຍຕ່າງໆ ທາງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ຍັງຢູ່ໃນຂັ້ນຕອນການລົງເກັບກຳຂໍ້ມູນຢ່າງລະອຽດ.