ລາຍງານ​ລະດັບ​ນໍ້າ ຢູ່ປາກເຊ ( ເຊົ້າ 6 ກັນຍາ ) ​ແທກໄດ້​ 13,60 ແມັດ – ເຫັນວ່ານໍ້າເລີ່ມຫຼຸດລົງເລັກໜ້ອຍ

0
1456

ນັກຂ່າວແຂວງຈຳປາສັກ ລາຍງານວ່າ: ​ລະດັບ​ຂອງຢູ່ນະຄອນປາກເຊ​ ແຂວງຈຳປາສັກ ເວລາ​ 6 ໂມງ​ ຂອງວັນທີ​ 6 ກັນຍາ 2019​ ແທກໄດ້​ 13,60 ແມັດ​ ຖ້າທຽບໃສ່ລະດັບນ້ຳວັດແທກເວລາ 6:00 ໂມງ ວັນທີ 5 ກັນຍາ 2019 ຢູ່ທີ່ 13,68 ແມັດ ແມ່ນຫຼຸດລົງ​ 8 ຊັງຕີແມັດ,​ ແຕ່ຍັງຢູ່ໃນລະດັບທີ່ອັນຕະລາຍຢູ່.

ຂະນະທີ່, ລັດຖະບານໄດ້ຈັດກອງປະຊຸມດ່ວນ ເມື່ອວັນທີ 5 ກັນຍາ 2019 ເພື່ອປຶກສາຫາລືການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຈຳນວນໜຶ່ງ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມທັງມີທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ລົງເລິກປຶກສາຫາລືມາດຕະການແກ້ໄຂສຸກເສີນ ໂດຍສະເພາະ ການຊ່ວຍເຫຼືອປະຊາຊົນທີ່ຍັງຕິດຄ້າງຢູ່ບ່ອນນ້ຳຖ້ວມ ແລະ ຄວາມຮັບຜິດຊອບຂອງແຕ່ລະຂະແໜງການກ່ຽວຂ້ອງ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ຈັດສົ່ງເຮືອ, ເຄື່ອງອຸປະໂພກ – ບໍລິໂພກ ແລະ ງົບປະມານຈຳນວນໜຶ່ງ ໃຫ້ແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ພ້ອມທັງໄດ້ຊີ້ນຳໃຫ້ບັນດາກະຊວງຮີບຮ້ອນຈັດຕັ້ງປະຕິບັດ ດັ່ງນີ້:

  • ໃຫ້ ກະຊວງປ້ອງກັນປະເທດ ສືບຕໍ່ຊີ້ນຳ, ຈັດຕັ້ງກຳລັງທະຫານ, ພາຫະນະ ແລະ ໜ່ວຍແພດສຸກເສີນ ເຂົ້າຊ່ວຍເຫຼືອປະຊາຊົນທີ່ກຳລັງປະສົບໄພນໍ້າຖ້ວມ ໃຫ້ທັນການ ແລະ ທົ່ວເຖິງ.
  • ໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວາງແຜນແກ້ໄຂ ແລະ ຊ່ວຍເຫຼືອໃຫ້ດີ ແລະ ແທດເໝາະຕົວຈິງ ໂດຍມີການຈັດຕັ້ງແບ່ງວຽກກັນລະອຽດຈະແຈ້ງ.
  • ໃຫ້ ກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບໃຫ້ດີ ໂດຍສະເພາະການປົກປັກຮັກສາວັດຖຸສິ່ງຂອງຂອງປະຊາຊົນ ໃນພາວະເກີດໄພພິບັດສຸກເສີນຄືປັດຈຸບັນ ເພື່ອບໍ່ໃຫ້ມີການສວຍໂອກາດຂອງຄົນບໍ່ດີ.
  • ໃຫ້ ກະຊວງການເງິນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັນຈັດສັນງົບປະມານເພື່ອແກ້ໄຂໄພພິບັດຄັ້ງນີ້ ໃຫ້ໄດ້ຮັບຜົນເປັນຢ່າງດີ.