ປກສ ແຂວງອັດຕະປື ປະກາດນາຍຕຳຫຼວດພັກການ ຮັບເບ້ຍບຳນານ

0
1136

ກອງບັນຊາການ ປກສ ແຂວງ ອັດຕະປື ໄດ້ປະກາດນາຍຕໍາຫຼວດ ພັກການຮັບອຸດໜູນບໍານານ ໃນວັນທີ 2 ກັນຍາ 2019 ເປັນປະທານໂດຍ ພັອ ສີເວີນ ແກ້ວສີວົງສາ ຮັກສາການຫົວໜ້າກອງບັນ ຊາການ ປກສ ແຂວງອັດຕະປື, ມີຄະນະຫ້ອງ; ກອງພັນເຄື່ອນທີ່ ແລະ ຄະນະກອງບັນຊາການ ປກສ 5 ຕົວເມືອງ, ແຂກຮັບເຊີນ ແລະ ພະນັກງານທີ່ເຂົ້າຮັບບໍານານ ເຂົ້າຮ່ວມ.

ປກສ ແຂວງອັດຕະປື ປະກາດນາຍຕຳຫຼວດພັກການ ຮັບເບ້ຍບຳນານ
ປກສ ແຂວງອັດຕະປື ປະກາດນາຍຕຳຫຼວດພັກການ ຮັບເບ້ຍບຳນານ

ໃນພິທີ, ພັທ ສີອຸດົມ ອາລົມຈິດ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 1634/ປກສ ລົງ ວັນທີ 14 ສິງຫາ 2019 ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການເຂົ້າຮັບເບ້ຍບຳນານ; ໃນນີ້ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ອະນຸມັດໃຫ້ນາຍຕຳຫຼວດທີ່ສັງກັດຢູ່ກອງບັນຊາການ ປກສ ແຂວງອັດຕະປື ພັກການເຂົ້າຮັບເບ້ຍບຳນານຈຳນວນ 6 ສະ ຫາຍ ຄື: ພັທ ບົວລອຍ ແກ້ວອາສາ ຮອງຫົວໜ້າກອງບັນຊາການ; ພັທ ວິໄລກອນ ວົງລາດຄຳ ຮອງຫົວໜ້າກອງບັນຊາການ, ພັຕ ວີທອງ ວົງສາລິດ ຫົວໜ້າ ປກສ ກຸ່ມບ້ານແທ, ພັຕ ທອງໄລ ດວງມາລາ ພະແນກການເມືອງ, ທັງ 4 ສະຫາຍນີ້ ແມ່ນສັງກັດຢູ່ກອງບັນຊາການ ປກສ ເມືອງສະໜາມໄຊ; ພັທ ສຸກສະໄໝ ໄຊຍະຄານ ຮອງກອງ ບັນຊາການ ປກສ ເມືອງພູວົງ, ພັຕ ບຸນຍອງ ຫົວໜ້າ ປກສ ກຸ່ມນ້ຳຊຸ ເມືອງຊານໄຊ, ຈຳນວນ 6 ສະຫາຍ ທີ່ໄດ້ປະກາດໃນຄັ້ງນີ້ ແມ່ນຈະ ໄດ້ພັກການຮັບເບ້ຍບໍານານ ເລີ່ມແຕ່ຕົ້ນເດືອນກັນຍາ 2019 ເປັນຕົ້ນໄປ.

ຕອນທ້າຍ, ພັອ ສີເວີນ ແກ້ວສີວົງສາ ໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບນະໂຍບາຍພັກການ ຮັບເບ້ຍບຳນານ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ; ເວົ້າສະເພາະກໍຄືປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແຂວງອັດຕະປື. ນອກນັ້ນ, ໄດ້ເນັ້ນໃຫ້ກຳລັງວິຊາສະເພາະເອົາໃຈໃສ່ໃນການປົກປັກຮັກສາດູແລເບິ່ງແຍງ ແລະ ປະຕິບັດນະໂຍບາຍຕ່າງໆຕໍ່ພະນັກງານທີ່ຮອດອາຍຸກະສຽນພັກການຮັບເບ້ຍບຳນານໃນຊຸດນີ້ ເພື່ອເປັນການຊ່ວຍເຫຼືອເບິ່ງແຍງເຊິ່ງກັນແລະກັນ.