ໃນກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນແມ່ຍິງບ້ານ ໂນນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຄັ້ງວັນທີ 5 ກັນຍາ 2019 ໂດຍມີທ່ານ ນາງ ພູລະຫົງ ຈັນທະວົງສາ ຮອງປະທານກວດກາພັກ-ລັດເມືອງ, ທ່ານ ນາງ ສຸວັນນີ ເພັດດາວົງ ຮອງປະທານສະຫະພັນແມ່ຍິງເມືອງໄຊເສດຖາ, ມີຄະນະບ້ານຕະຫຼອດຮອດສະມາຊິກສະຫະພັນແມ່ຍິງບ້ານ ເຂົ້າຮ່ວມ ໄດ້ຍົກໃຫ້ເຫັນວ່າ: ຊຸມປີຜ່ານມາ, ຄະນະສະຫະພັນແມ່ ຍິງບ້ານ ໄດ້ຊຸກຍູ້ໃຫ້ສະມາຊິກແມ່ ຍິງປະຕິບັດຂໍ້ແຂ່ງຂັນ 3 ດີ ຢ່າງ ເປັນຂະບວນການຟົດຟື້ນ ເຊິ່ງສາມາດຄັດເລືອກສະມາຊິກສະຫະພັນແມ່ຍິງທີ່ເປັນພົນລະເມືອງດີ 118 ທ່ານ ເທົ່າກັບ 100%.

ທ່ານ ນາງ ດວງມະນີ ແກ້ວມະນີທອງ
ທ່ານ ນາງ ດວງມະນີ ແກ້ວມະນີທອງ

ທ່ານ ນາງ ດວງມະນີ ແກ້ວມະນີທອງ ປະທານສະຫະພັນແມ່ຍິງບ້ານໂນນສະຫວ່າງ ໄດ້ຂຶ້ນຜ່ານບົດລາຍງານການເມືອງໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການໃນ 5 ປີ ຕໍ່ກອງປະຊຸມວ່າ:

ຊຸມປີ 2014-2018 ຄະນະສະຫະພັນແມ່ຍິງບ້ານ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ສະມາຊິກປະຕິບັດຂໍ້ແຂ່ງ 3 ດີ ຢ່າງເປັນຂະບວນຟົດຟື້ນ; ໂດຍໄດ້ນຳເອົາເນື້ອໃນຂໍ້ແຂ່ງຂັນ ດັ່ງກ່າວຕິດພັນກັບການດຳເນີນຊີວິດການເມືອງພາຍໃນໜ່ວຍ ຕິດພັນກັບບັນດາຂໍ້ແຂ່ງຂັນຕ່າງໆຂອງນະຄອນຫຼວງ, ເມືອງ ແລະ ບ້ານ; ຈັດຕັ້ງກອງປະຊຸມສະຫຼຸບຕີລາຄາປະເມີນຜົນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ແຕ່ລະໄລຍະສະແດງອອກສາມາດຄັດເລືອກໄດ້ ສະມາຊິກສະຫະພັນແມ່ຍິງບ້ານທີ່ເປັນພົນລະເມືອງດີ 118 ທ່ານ ເທົ່າກັບ 100%, ພັດທະນາດີ 108 ທ່ານ ເທົ່າກັບ 93%, ສ້າງຄອບຄົວ ດີ 98 ທ່ານ ເທົ່າກັບ 85%.

ບ້ານໂນນສະຫວ່າງ ມີສະມາຊິກສະຫະພັນແມ່ຍິງທີ່ເປັນພົນລະເມືອງດີ ເທົ່າກັບ 100%
ບ້ານໂນນສະຫວ່າງ ມີສະມາຊິກສະຫະພັນແມ່ຍິງທີ່ເປັນພົນລະເມືອງດີ ເທົ່າກັບ 100%

ໃນຊຸມປີຕໍ່ໜ້າ, ຄະນະສະຫະພັນແມ່ຍິງບ້ານ ຈະສືບຕໍ່ຊຸກຍູ້ ແລະ ຕິດຕາມກວດກາການປະຕິ ບັດຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນກວ້າງຂວາງ, ຟົດຟື້ນຕໍ່ເນື່ອງ ຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ-ພັດທະນາ ແລະ ການສ້າງຄອບຄົວ, ບ້ານຕົວແບບດ້ານຕ່າງໆ, ສ້າງສະມາຊິກແມ່ຍິງ 3 ດີໃຫ້ໄດ້ 80% ຂຶ້ນໄປ, ສ້າງເງື່ອນ ໄຂປະກາດຮັບຮອງບ້ານສະຫະ ພັນແມ່ຍິງ 3 ດີ ໃຫ້ມີປະສິດທິ ພາບ.

ປ່ອນບັດເລືອກຕັ້ງເອົາຄະນະສະຫະພັນແມ່ຍິງ ບ້ານຊຸດໃໝ່
ປ່ອນບັດເລືອກຕັ້ງເອົາຄະນະສະຫະພັນແມ່ຍິງ ບ້ານຊຸດໃໝ່

ໃນກອງປະຊຸມ, ບັນດາສະມາຊິກສະຫະພັນແມ່ຍິງບ້ານໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະສະຫະພັນແມ່ຍິງ ບ້ານຊຸດໃໝ່ຈຳນວນ 9 ທ່ານ ຄື: ທ່ານ ນາງ ຈັນມາລີ ຫຼວງລາດ ເປັນປະທານ, ທ່ານ ນາງ ສີອຳພອນ ສຸກສະຫວັດ ເປັນຮອງ, ທ່ານ ນາງ ພວງມະໄລ ວົງຫາຈັກ ເປັນຮອງ, ທ່ານ ນາງ ສົມພອນ ເພັດວົງສານ ເປັນປະທານກວດກາ ພ້ອມຄະນະ 5 ທ່ານ.