ທ່ານ ປອ ສິນລະວົງ ຄຸດໄພທູນ ຢ້ຽມຢາມສວນ ຜັກອິນຊີ ທີ່ບ້ານທົ່ງມັ່ງ
ທ່ານ ປອ ສິນລະວົງ ຄຸດໄພທູນ ຢ້ຽມຢາມສວນ ຜັກອິນຊີ ທີ່ບ້ານທົ່ງມັ່ງ

ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຢາມກຸ່ມກະສິກໍາ ຜັກອິນຊີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 4 ກັນຍາ 2019, ໂດຍທ່ານໄດ້ເນັ້ນໃຫ້ກຸ່ມດັ່ງກ່າວປຸກລະດົມປະຊາຊົນພາຍໃນບ້ານຫັນມາປູກຜັກອິນຊີ ເພື່ອໄວ້ບໍລິໂພກ ແລະ ສົ່ງຂາຍຕະຫຼາດໃຫ້ຫຼາຍຂຶ້ນ.

ທ່ານ ປອ ສິນລະວົງ ຄຸດໄພທູນ ກ່າວວ່າ: ຜັກອິນຊີ ຫຼື ວ່າຜັກປອດສານພິດ ເປັນຜັກທີ່ມີຄວາມສະອາດປອດໄພເມື່ອໄດ້ຮັບການບໍລິໂພກເຂົ້າສູ່ຮ່າງກາຍ ແລະ ຖ້າປູກຫຼາຍກໍຈະກາຍເປັນສິນຄ່າທີ່ດີ ເພື່ອສົ່ງຂາຍຕາມທ້ອງຕະຫຼາດສ້າງລາຍໄດ້ໃຫ້ກັບຄອບຄົວ; ດັ່ງນັ້ນ, ຈຶ່ງ ຮຽກຮ້ອງໃຫ້ກຸ່ມກະສິກໍາຜັກອິນຊີ ຈົ່ງຊອກຫາວິທີເພື່ອປຸກລະດົມໃຫ້ປະຊາຊົນພາຍໃນບ້ານຫັນມາເຂົ້າໃຈຕໍ່ຜົນດີ ແລະ ຫັນມາປູກຜັກອິນຊີໃຫ້ຫຼາຍຂຶ້ນ, ບໍ່ວ່າຈະເປັນການປູກແບບໄວ້ບໍລິໂພກໃນຄອບຄົວ ຫຼື ປູກແບບເປັນສິນຄ້າຂາຍໃນທ້ອງຕະຫຼອດກໍເປັນການດີ. ນອກນັ້ນ, ເມື່ອປຸກລະດົມປະຊາຊົນແລ້ວ ທາງກຸ່ມກໍຕ້ອງໄດ້ມີການຝຶກອົບຮົມວິທີການປູກ, ການບົ່ມຝຸ່ນຄອກ, ການເອົາສະໝຸນໄພຈາກທໍາມະຊາດມາໝັກເປັນຢາເພື່ອສີດຂ້າແມງໄມ້ໃຫ້ຖືກວິທີ ພ້ອມທັງລົງຕິດຕາມ, ຊຸກຍູ້ຢ່າງໃກ້ຊິດຕໍ່ການປູກແຕ່ລະຄົນ ຈົນກວ່າເຂົາເຈົ້າຈະເຂົ້າໃຈໃນວິທີການປູກຢ່າງແນ່ນອນ.

ໂອກາດນີ້, ທ່ານ ນາງ ລາວອນ ພິລາໄຊພິທັກ ຮອງຫົວໜ້າກຸ່ມກະສິກໍາຜັກອິນຊີ ກ່າວວ່າ: ກຸ່ມກະສິກໍາຜັກອິນຊີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສ້າງຕັ້ງຂຶ້ນໃນປີ 2015, ມີເນື້ອທີ່ 31,5 ເຮັກຕາ; ໃນເບື້ອງຕົ້ນມີພຽງ 15 ຄອບຄົວ ທີ່ເຂົ້າມາປູກຜັກອິນຊີຢູ່ກຸ່ມ, ປັດຈຸບັນມີ 60 ຄອບຄົວ, ເຊິ່ງໃນສູນ ໄດ້ປູກຜັກຫຼາຍກວ່າ 40 ຊະນິດ ແລະ ສະເລ່ຍ ລາຍຮັບຂອງແຕ່ລະຄອບຄົວທີ່ປູກຜັກ ໄດ້ 6.000.000 ກີບຕໍ່ເດືອນ; ສ່ວນການຈໍາໜ່າຍແມ່ນຕະຫຼາດຢູ່ວຽງຈັນເຊັນເຕີ, ຕະຫຼາດບ້ານໂນນບຸກ, ແລະ ປະຊາຊົນບ້ານໃກ້ຄຽງເຂົ້າມາຊື້ຢູ່ໃນກຸ່ມເລີຍ, ການຂາຍແມ່ນ 15.000 ກີບ ຕໍ່ໜຶ່ງກິໂລກຼາມ.