ທ່ານ ສົມດີ ດວງດີ ໃຫ້ທິດຊີ້ນຳ ວຽກງານການເງິນ ຢູ່ແຂວງອຸດົມໄຊ
ທ່ານ ສົມດີ ດວງດີ ໃຫ້ທິດຊີ້ນຳ ວຽກງານການເງິນ ຢູ່ແຂວງອຸດົມໄຊ

ວັນທີ 4 ກັນຍາຜ່ານມາ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ( ວຽກງານການເງິນ ) ຢູ່ແຂວງອຸດົມໄຊ, ໂດຍການຕ້ອນຮັບຂອງ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງໆອຸດົມໄຊ; ມີບັນດາການນຳແຂວງ, ບັນດາພະແນກການໃນຂົງເຂດເສດຖະກິດ-ການເງິນອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານພາຍໃນພະແນກການເງິນແຂວງ ແລະ ຫ້ອງການເງິນເມືອງເຂົ້າຮ່ວມ.

ພະນັກງານກ່ຽວຂ້ອງ ຮັບຟັງທິດຊີ້ນຳດ້ວຍຄວາມຕັ້ງໃຈ

ທ່ານ ສຸລິຍາ ສຸພິທັດ ຮອງຫົວໜ້າພະແນກການເງິນ ແຂວງອຸດົມໄຊ ໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານ 8 ເດືອນຕົ້ນປີ 2019; ລວມລາຍຮັບສູນກາງ ແລະ ທ້ອງຖິ່ນສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 80,26 ຕື້ກີບ, ທຽບໃສ່ແຜນການປີ ໄດ້ 62,08%; ລາຍຮັບສູນກາງ ເຊິ່ງແຜນລາຍຮັບທັງໝົດ 17 ຕື້ກີບ, ສາມາດປະຕິບັດໄດ້ 7,73 ຕື້ກີບ ເທົ່າກັບ 45,47% ຂອງແຜນການປີ; ລາຍຮັບທ້ອງຖິ່ນ ເຊິ່ງ ແຜນການລາຍຮັບທັງໝົດ 112,29 ຕື້ ກີບ, ປະຕິບັດໄດ້ 72,54 ຕື້ກີບ, ເທົ່າກັບ 64,65% ຂອງແຜນການປີ; ພ້ອມນັ້ນ, ບັນດາພາກສ່ວນກ່ຽວຂ້ອງໄດ້ປະກອບຄຳຄິດຄຳເຫັນ ແລະ ສະເໜີຂໍທິດຊີ້ນຳຕໍ່ຂັ້ນເທິງ ເພື່ອສືບຕໍ່ແກ້ໄຂເຮັດໃຫ້ວຽກງານດັ່ງກ່າວມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.

ທ່ານຮອງນາຍົກລັດຖະມົນຕີ ຖ່າຍຮູບກັບພະນັກງານການນຳຂັ້ນແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ

ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາການນຳ ແລະ ພະນັກງານພະແນກການເງິນແຂວງອຸດົມໄຊ ທີ່ຍາດໄດ້ຜົນງານໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ ສືບຕໍ່ຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການ; ຊຸກຍູ້ການເສຍພາສີລົດ, ການເສຍຄ່າທຳນຽມທາງ, ການເສຍພາສີທີ່ດິນ ແລະ ການເກັບລາຍຮັບຈາກດ່ານທ້ອງຖິ່ນ ແລະອື່ນໆ ໃຫ້ເຂົ້າສູ່ລະບົບລະບຽບການ; ມີຄວາມຖືກ ຕ້ອງ-ໂປ່ງໃສ ແລະ ພ້ອມກັນເອົາໃຈໃສ່ບຸກບືນຕໍ່ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍສຳເລັດຜົນ, ປຸກລະດົມແນວຄິດພະນັກງານໃຫ້ມີຫຼັກໝັ້ນ ເພື່ອສືບຕໍ່ປັບປຸ່ງການຈັດຕັ້ງໃນຂົງເຂດການເງິນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງດີຂຶ້ນເລື້ອຍໆ.