ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ແລະ ກຸ່ມບໍລິສັດ ພອນສັກ ໄດ້ມອບເງິນ ຈໍານວນ 4 ຕື້ກີບ ເພື່ອຊ່ວຍເຫຼື່ອຜູ້ປະສົບໄພນໍ້າຖ້ວມ 4 ແຂວງພາກໃຕ້, ກ່າວມອບໂດຍ ທ່ານ ຈັນທະໜອນ ພົມມະນີ ປະທານ ບໍລິ ສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ແລະ ທ່ານ ນາງ ສຸດດາລາວັນ ສີຫາພົມ ຕາງໜ້າກຸ່ມບໍລິສັດ ພອນສັກ ໃຫ້ກຽດຮັບໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຄະນະ ແລະ ພະນັກງານທັງ 3 ພາກສ່ວນ ເຂົ້າຮ່ວມເປັນສັກຂີພະຍານ ໃນວັນທີ5 ກັນຍາ 2019.

2 ບໍລິສັດ ມອບເງິນ 4 ຕື້ກີບ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
2 ບໍລິສັດ ມອບເງິນ 4 ຕື້ກີບ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ທ່ານ ຈັນທະໜອນ ພົມມະນີ ປະທານບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ໄດ້ມອບທຶນການຊ່ວຍເຫຼື່ອເປັນເງິນຈໍານວນ 1 ຕື້ກີບ ແລະ ວັດຖຸສິງຂອງລວມມູນຄ່າ 1 ຕື້ກີບ ແລະ ທ່ານ ນາງ ສຸດດາ ລາວັນ ສີຫາພົມ ຕາງໜ້າກຸ່ມບໍລິສັດ ພອນສັກ ໄດ້ມອບເງິນຈໍານວນ 2 ຕື້ກີບ, ເງິນ ແລະ ວັດຖຸສິງຂອງທີ່ນໍາມາມອບຈໍານວນດັ່ງກ່າວນີ້ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການຊ່ວຍເຫຼື່ອຜູ້ປະສົບໄພນໍ້າຖ້ວມ 4 ແຂວງພາກໃຕ້ ຄື: ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ເພື່ອເປັນອີກໜຶ່ງກໍາລັງຊັບ ແລະ ກໍາລັງໃຈສົ່ງໄປໃຫ້ຜູ້ປະສົບໄພ ເພື່ອບັນເທົາທຸກ ແລະ ແບ່ງເບົາຄວາມລຳບາກທີ່ເກີດຈາກອຸທົກກະໄພດັ່ງນີ້.

2 ບໍລິສັດ ມອບເງິນ 4 ຕື້ກີບ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
2 ບໍລິສັດ ມອບເງິນ 4 ຕື້ກີບ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ 2 ບໍລິສັດທີ່ໃຫ້ທຶນ ແລະ ວັດຖຸສິງຂອງ ເພື່ອນໍາໄປບັນເທົາທຸກໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ 4 ແຂວງພາກໃຕ້ໃນຄັ້ງນີ້, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເງິນ ແລະ ວັດຖຸສິງຂອງທີ່ໄດ້ຮັບຄັ້ງນີ້ນໍາໄປມອບຕໍ່ໃຫ້ເຖິງພໍ່-ແມ່ປະຊາຊົນ ຜູ້ທີ່ຖືກຜົນ ກະທົບປະສົບໄພນໍ້າຖ້ວມຢ່າງແທ້ຈິງ.