ໃນຕໍ່ໜ້າ, ຄະນະໜ່ວຍພັກ ພະແນກສັນຕິບານ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈະສືບຕໍ່ນຳພາກໍ່ສ້າງພັກທາງດ້ານການເມືອງ-ແນວຄິດເປັນກົກ ຖືເອົາວຽກງານດັ່ງກ່າວເປັນບັນຫາສຳຄັນໃນການສຶກສາອົບຮົມຖັນແຖວສະມາຊິກພັກ; ພະນັກງານ-ນັກຮົບກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ.

ພັທ ດວງຈັນ ວັນນະຫົງ
ພັທ ດວງຈັນ ວັນນະຫົງ

ພັທ ດວງຈັນ ວັນນະຫົງ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກພະແນກສັນຕິບານ ທີ່ຈັດຂຶ້ນໃນວັນທີ 6 ກັນຍາ, ເປັນ ປະທານໂດຍສະຫາຍ ພັທ ດວງຈັນ ວັນນະຫົງ ເລຂາໜ່ວຍພັກພະ ແນກສັນຕິບານ, ເຂົ້າຮ່ວມໂດຍ ສະຫາຍ ພັທ ກົງ ຄະນະລັງສຸກ ຄະນະພັກຮາກຖານ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງສີສັດຕະນາກວ່າ: ໃນ 5 ປີຕໍ່ໜ້າ; ຄະນະໜ່ວຍພັກພະແນກສັນຕິບານ ຈະສືບຕໍ່ເອົາໃຈໃສ່ນຳພາກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາສໍາຄັນ ໃນການຊຸກຍູ້ສະມາຊິກພັກພາຍໃນໜ່ວຍ ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໃຫ້ແກ່ສະມາຊິກພັກມີຄວາມເຂົ້າໃຈຢ່າງເລິກເຊິ່ງ; ພ້ອມທັງກຳແໜ້ນສະພາວະຄວາມເປັນຈິງຂອງໜ່ວຍພັກ ເພື່ອຫັນແນວທາງນະໂຍບາຍຂອງພັກ-ລັດມາເປັນແຜນການຂອງໜ່ວຍພັກ, ປະຕິບັດຕາມແຜນການຢ່າງລະອຽດ ແລະ ເຂັ້ມງວດໃນການຜັນຂະຫຍາຍແຜນການແຕ່ລະໄລຍະ ຢ່າງພາວະວິໄສຖືກຕ້ອງ-ສອດຄ່ອງ ກັບຄວາມເປັນຈິງ; ສະມາຊິກພັກແຕ່ລະສະຫາຍຕ້ອງໄດ້ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ເຮັດວຽກງານ ເມືອງ-ແນວຄິດສ້າງໃຫ້ມີແນວຄິດ ຮັກຊາດ, ມີນຳໃຈເສຍສະຫຼະ ເພື່ອຊາດ, ເພື່ອປະຊາຊົນ, ມີຄວາມສາມັກຄີພາຍໃນພັກ ແລະ ພັດທະນາຕົນເອງໃນທຸກດ້ານ ເພື່ອໃຫ້ກາຍເປັນສະມາຊິກພັກທີ່ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນຂອງພັກ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກພະແນກສັນຕິບານ
ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກພະແນກສັນຕິບານ

ໃນໄລຍະ 3 ປີຜ່ານມາ, ຄະນະໜ່ວຍພັກພະແນກສັນຕິບານ ໄດ້ຖືເອົາວຽກງານສຶກສາອົມຮົບການເມືອງ-ແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ມະຫາຊົນເປັນກົກ ໂດຍຖືບັນດາແນວ ທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ແຕ່ລະໄລຍະມາເຜີຍແຜ່ໃຫ້ພະນັກງານ, ສະມາຊິກພັກພາຍໃນໜ່ວຍໄດ້ຮັບຮູ້, ມີ ຄວາມເຂົ້າໃຈໃນການເຊື່ອມຊຶມ ມີຈຳນວນ 60 ຄັ້ງ ມີສະມາຊິກເຂົ້າ ຮ່ວມ 1.380 ເທື່ອ; ຜ່ານການຈັດຕັ້ງສຶກສາອົບຮົມການເມືອງ-ແນວຄິດ ໄດ້ມີການຍົກລະດັບຄວາມຮູ້ທາງດ້ານການເມືອງເຮັດໃຫ້ສະມາຊິກພັກມີຄວາມເຂົ້າ ໃຈໃນການເຊື່ອມຊືມຕໍ່ແນວທາງນະໂຍບາຍຂອງພັກສູງຂຶ້ນ, ເຊິ່ງສະແດງອອກໃນການເຊື່ອໝັ້້ນຕໍ່ ການຊີ້ນຳ-ນຳພາຂອງຄະນະພັກ; ມີຄວາມຈົ່ງຮັກພັກດີ, ມີຄວາມບໍລິສຸດສັດຊື່, ມີຄວາມຮັບຜິດຊອບ ສູງຕໍ່ໜ້າທີ່ວຽກງານຂອງພັກມອບໝາຍໃຫ້ ແລະ ເປັນແບບຢ່າງນຳໜ້າທີ່ມີທັດສະນະມະຫາຊົນຢ່າງກວ້າງຂວາງ, ບາງສະຫາຍກໍໄດ້ເປັນ ພະນັກງານຫຼັກແຫຼ່ງນຳໜ້າໃນຂົງ ເຂດວຽກງານຕ່າງໆ.

ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່
ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ເຊິ່ງ ມີຜູ້ລົງສະໝັກ 5 ສະຫາຍ ເລືອກ ເອົາ 3 ສະຫາຍ, ກອງປະຊຸມເອກະສັນເລືອກເອົາ ພັຕ ບຸນທະວີ ແສງປະທຸມວັນ ເປັນເລຂາ; ສະຫາຍ ພັຕ ສິງສະຫວັນ ວົງສຸເທບ ເປັນຮອງເລຂາ ແລະ ພັຕ ແກ້ວຕາ ພັນທະວົງ ເປັນປະທານກວດກາ.