ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ ໄດ້ພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (512) ກະຊວງ ປກສ, ໃນວັນທີ 9 ກັນຍາ 2019 ຕ້ອນຮັບໂດຍ ພັອ ປອ ມາລາ ວິລະຈິດ ຫົວໜ້າກົມ 512 ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ລມຕ ກະຊວງ ປກສ ພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານກົມ 512
ລມຕ ກະຊວງ ປກສ ພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານກົມ 512

ພັອ ປອ ມາລາ ວິລະຈິດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາກົມ 512 ໄດ້ເອົາໃຈໃສ່ຊີ້ນໍາ-ນຳພາວຽກງານວິຊາສະເພາະ ໂດຍປະສານສົມທົບກັບບັນດາກົມກອງ-ທ້ອງຖິ່ນຄົ້ນຄວ້າຂຽນປະຫວັດມູນເຊື້ອ, ກໍານົດວັນສ້າງຕັ້ງກໍາລັງ, ຂຽນບົດບັນທຶກ ເຫດການປະຫວັດສາດ, ຄົ້ນຄວ້າ ແລະ ກໍານົດສະຖານທີ່ປະຫວັດສາດ ທີ່ພົວພັນເຖິງກໍາລັງ ປກສ, ຈັດຕັ້ງຝຶກອົບຮົມວຽກງານປະຫວັດສາດ, ກວດແກ້, ຮຽບຮຽງ ແລະ ຈັດພິມປື້ມປະຫວັດສາດ, ສ້າງແຜ່ນຊີດີບັນທຶກການເຄື່ອນໄຫວວຽກງານ ປກສ ຂອງພະນັກງານປະຕິວັດອາວຸໂສໄດ້ 4 ທ່ານ, ຊຸກຍູ້ກົມກອງທ້ອງຖິ່ນຂຽນປະຫວັດມູນເຊື້ອຂອງຕົນ. ມາຮອດປັດຈຸບັນ, ການຂຽນປະຫວັດມູນເຊື້ອຂອງກໍາລັງສໍາເລັດແລ້ວ 10 ກົມກອງ ແລະ 5 ກອງບັນຊາການ ປກສ ແຂວງ, ຍັງບໍ່ທັນສໍາເລັດ ມີ 7 ກົມກອງ ແລະ 13 ກອງບັນ ຊາການ ປກສ ແຂວງ, ກໍານົດວັນສ້າງຕັ້ງກໍາລັງແລ້ວ 15 ກົມກອງ ແລະ 14 ກອງບັນຊາ ການ ປກສ ແຂວງ, ຍັງບໍ່ທັນສໍາເລັດ 2 ກົມກອງ ແລະ 4 ກອງບັນຊາການ ປກສ ແຂວງ; ຄົ້ນຄວ້າ ແລະ ເກັບກໍາຂໍ້ມູນ ເພື່ອກະກຽມໃຫ້ແກ່ການປັບປຸງເນື້ອໃນປຶ້ມປະຫວັດມູນເຊື່ອຂອງກໍາລັງປ້ອງກັນຄວາມສະຫງົບ ປະ ຊາຊົນ ຄົບຮອບ 60 ປີ, ຄົ້ນຄວ້າຂຽນສະຫຼຸບເຫດການປະຫວັດ ສາດສະກັດກັ້ນການປຸ້ນສະດົມຢູ່ດ່ານວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ປີ 2000 ຢູ່ໃນຂັ້ນຕອນປັບປຸງ ແລະ ຮ່ວມມືຄົ້ນຄວ້າ. ນອກນັ້ນ, ໄດ້ສ້າງແຜນເກັບກໍາຂໍ້ມູນຮູບພາບວັດ ຖຸພັນ, ຂຶ້ນທະບຽນວັດຖຸພັນ ແລະ ເກັບມ້ຽນໃຫ້ຖືກຕ້ອງຕາມຫຼັກວິຊາການວຽກງານພິພິທະພັນ, ສ້າງເນື້ອໃນໂຄງຮ່າງ ແລະ ຈັດວາງສະແດງ, ໂຄສະນານໍາທ່ຽວພິພິທະພັນ ເພື່ອເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອການຕໍ່ສູ້ຂອງພັກ-ຂອງກໍາລັງ ປກສ, ເຊິ່ງສາມາດຮັບແຂກເຂົ້າຊົມ ໄດ້ 1.154 ຄະນະ, ມີ 70.514 ຄົນ, ແຂກຕ່າງປະເທດ 113 ຄະນະ, ມີ 4.426 ຄົນ, ຈັດຕັ້ງຝຶກອົບຮົມວຽກງານປະຫວັດສາດພິພິທະພັນຂັ້ນກະຊວງ 4 ຄັ້ງ, ຂັ້ນທ້ອງຖິ່ນ 11 ຄັ້ງ, ສ້າງວັດຖຸພັນຈໍາລອງວາງສະແດງໄດ້ 20 ກວ່າລາຍການ, ລົງແນະນໍາສ້າງຫ້ອງວາງສະແດງສໍາເລັດ 7 ກົມກອງ ແລະ 4 ກອງບັນຊາການ ປກສ ແຂວງ, ສ້າງແຜນພັບຫໍພິພິທະພັນ ປກສ 400 ແຜ່ນ ເພື່ອແຈກຢາຍໃນວັນສໍາຄັນຕ່າງໆ.

ລມຕ ກະຊວງ ປກສ ພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານກົມ 512
ລມຕ ກະຊວງ ປກສ ພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານກົມ 512

ໃນໂອກາດນີ້, ພົທ ວິໄລ ຫຼ້າຄຳຟອງ ໄດ້ຊີ້ນຳຄະນະພັກກົມ 512 ສືບຕໍ່ຍົກສູງຄຸນນະພາບຂອງວຽກງານວິຊາສະເພາະໃຫ້ມີບາດກ້າວຂະຫຍາຍຕົວ ແລະ ຕິດພັນກັບການຈັດຕັ້ງປະຕິບັດ 4 ຄາດໝາຍ, 4 ແຜນງານ ແລະ 41 ໂຄງການທີ່ຄະນະບໍລິຫານງານພັກກະຊວງວາງອອກໃຫ້ປະກົດຜົນເປັນຈິງ. ພ້ອມທັງເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດພະນັກງານ-ນັກຮົບເປັນປົກກະຕິຕິດພັນກັບການຍົກສູງສະຕິຕໍ່ການຈັດຕັ້ງ, ປະຕິບັດມະຕິ-ຄໍາສັ່ງ, ກົດໝາຍຂອງລັດ ແລະ ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ; ຍົກສູງຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກ, ຖັນແຖວສະມາຊິກພັກ, ຮັບປະກັນເຮັດໃຫ້ການຈັດຕັ້ງພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສ້າງໜ້ວຍພັກ, ຄະນະພັກ ແລະ ສະມາຊິກພັກໃຫ້ມີຄວາມສາມາດນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງໃຫ້ມີປະສິດທິຜົນສູງ, ເສີມຂະຫຍາຍການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະບັນຊາກົມໃຫ້ໜັກ ແໜ້ນ ແລະ ຮັບປະກັນດ້ານວຽກງານວິຊາສະເພາະ, ຕິດພັນກັບການຍົກສູງບົດບາດຂອງບັນດາພະແນກໃຫ້ແຂງແຮງ, ປະດິດສ້າງ ແລະ ມີປະສິດທິຜົນກວ່າເກົ່າ; ຄົ້ນຄວ້າກໍານົດແຜນ ການ ແລະ ວຽກງານຈຸດສຸມໃຫ້ສອດຄ່ອງກັບສະພາບການໃນແຕ່ລະໄລຍະ ແລະ ເພີ່ມທະວີການບໍາລຸງ-ກໍ່ສ້າງນາຍ ແລະ ພົນຕໍາຫຼວດໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ ແລະ ເກັ່ງທາງດ້ານວິຊາການໃດ ໜຶ່ງໃນລະດັບທີ່ແນ່ນອນ, ມີວິທະຍາສາດ, ເຕັກນິກ-ເຕັກໂນໂລ ຊີສູງ, ມີຈັນຍາບັນ, ມີຄວາມຮັບຜິດຊອບໃນໜ້າທີ່ວຽກງານຕົວຈິງ ແລະ ເປັນຄົນດີ, ມີຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ.

ລມຕ ກະຊວງ ປກສ ພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານກົມ 512
ລມຕ ກະຊວງ ປກສ ພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານກົມ 512